ຮັກສາສຸຂະພາບແບບໜຸ່ມເທ່ເລີ້ ໃນສະຖານະການພະຍາດໂຄວິດ – 19 ແຜ່ລະບາດ

105

ຄໍລຳບັນເທີງມື້ນີ້ຜູ້ຂຽນຈະພາຜູ້ອ່ານມາຮູ້ຈັກວິທີການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ຂອງ ໜຸ່ມເທ່ເລີ້ ຄົນໃນວົງການບັນເທີງ ເພື່ອນຳມາໝູນໃຊ້ກັບຕົນເອງ ແລະ ທັງເປັນການບອກຕໍ່ໃຫ້ກັບຄົນທີ່ທ່ານຮັກ.

ເທ່ເລີ້ ສີສົມບັດ ຫຼື ເທ່ເລີ້ ນັກສະແດງ ແລະ ນັກຮ້ອງ ໃຫ້ສໍາພາດວ່າ: ປັດຈຸບັນຕົນເອງກໍໄດ້ keep social distancing ຄືພະຍາຍາມເວັ້ນໄລຍະຫ່າງກັບຜູ້ຄົນ ແລະ ຢູ່ເຮືອນກັບຄອບຄົວ ຖ້າບໍ່ຈຳເປັນແທ້ໆກໍບໍ່ອອກໄປທາງນອກ. ແຕ່ຖ້າມີວຽກຈຳເປັນກໍຕ້ອງໄດ້ມີເຄື່ອງມືປ້ອງກັນຢ່າງເຂັ້ມງວດຄືຕ້ອງໃສ່ຜ້າອັດປາກ, ມີເຈລລ້າງມືຕະຫຼອດເວລາ, ເວັ້ນໄລຍະຫ່າງເວລາຢູ່ນຳໝູ່ເພື່ອນ ຫຼື ຄູ່ຮ່ວມວຽກ.

ສຳລັບຄົນໃນສັງຄົມ ແລະ ຄົນອ້ອມຂ້າງຕົນເອງຢາກແນະນຳກ່ອນອື່ນເລີຍຄືຕ້ອງມີສະຕິເວລາເສບຂ່າວສານຕ່າງໆຕ້ອງເບິ່ງວ່າແຫຼ່ງຂໍ້ມູນນັ້ນມາຈາກແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ຫຼື ບໍ່?. ລວມທັງຕ້ອງມີຜ້າອັດປາກ ແລະ        ເຈລລ້າງມືຕິດຕົວໄວ້ຕະຫຼອດ ຫ້າມຖືເບົາເພາະພະຍາດໂຄວິດ – 19 ສາມາດຕິດຕໍ່ກັນໄດ້ໄວ. ນອກຈາກນີ້, ກໍຕ້ອງອອກກຳລັງກາຍຢ່າງສະໝໍ່າສະເໝີ ແຕ່ຕ້ອງເປັນການອອກກຳລັງກາຍແບບສ່ວນຕົວ.

ໃນການຮັກສາສຸຂະພາບຄືກິນອາຫານໃຫ້ຄົບ 5 ໝູ່ ໂດຍເນັ້ນອາຫານປະເພດທີ່ມີວິຕາມິນ ຊີ ຫຼາຍໆ ຈະຊ່ວຍໃນການເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ ເຊິ່ງມັນຈະເຮັດໃຫ້ຮ່າງກາຍຂອງເຮົາຫຼຸດຄວາມສ່ຽງຕໍ່ການຕິດເຊື້ອໂຄວິດ – 19 ໜ້ອຍລົງ. ພ້ອມທັງຫຼຸດອາຫານປະເພດຂອງຫວານ ເພາະຈາກບົດຄົ້ນ ຄວ້າຂອງ Dr. Erik Fleischman ນໍ້າຕານໃນຮ່າງກາຍຂອງຄົນເຮົາຄືອາຫານຊັ້ນເລີດຂອງພະຍາດໂຄວິດ – 19. ດັ່ງນັ້ນ, ໃຜທີ່ມັກກິນອາຫານລົດຫວານຄວນຫຼຸດລົງ ແລະ ຄວາມວິຕົກກັງວົນຂອງຄົນກໍສາມາດເຮັດໃຫ້ພະຍາດເຂົ້າມາທຳລາຍຮ່າງກາຍຂອງເຮົາໄວຂຶ້ນ ເນື່ອງຈາກວ່າລະບົບພູມຄຸ້ມກັນຂອງເຮົາຈະອ່ອນແອລົງຖ້າມີຄວາມຄຽດ.

ການກັກຕົວຢູ່ບ້ານໃນໄລຍະນີ້ຖືວ່າເປັນການໃຊ້ເວລາອັນແສນສຸກກັບຄອບຄົວ, ເປັນການຕັ້ງເປົ້າໝາຍຊີວິດໃໝ່ ແລະ ໃຫ້ເປັນເວລາໃນການຮັກສາສຸຂະພາບຂອງເຮົາໃຫ້ແຂງແຮງຂຶ້ນ. ຕົນເອງເຊື່ອວ່າຖ້າຮ່ວມມືກັນທຸກພາກສ່ວນຢູ່ເຮືອນຢຸດການແຜ່ລະບາດຕໍ່ຜູ້ອື່ນ, ບໍ່ໄດ້ບ່ອນຊຸມຊົນທີ່ມີຄວາມສ່ຽງ, ຕິດຕາມຂ່າວຢ່າງໃກ້ຊິດຢ່າງມີສະຕິ, ປະຕິບັດຕາມຄຳຊີ້ນຳຂອງພັກ – ລັດ ແລະ ຜ່ານວິກິດການນີ້ໄປໄດ້ດ້ວຍດີຈຶ່ງຂໍເປັນກຳລັງໃຈໃຫ້ທຸກຄົນ.

ສາມາດຕິດຕາມການເຄື່ອນໄຫວຂໍ້ມູນ – ຂ່າວສານຂອງ ເທ່ເລີ້ ໄດ້ທາງ   ເຟສບຸ໊ກສ່ວນຕົວ: Teler sisombath.

ຂ່າວ: ນຸ້ມນິ້ມ; ຮູບ: ເທ່ເລີ້