ໜ້າຫ່ວງ! 7ເມສາ ພົບຜູ້ຕິດເຊື້ຶອໂຄວິດ-19 ເພີ່ມອີກ 2ຄົນ ລ້ວນມີປະຫວັດໃກ້ຊິດກັບກໍລະນີ 11 ແລະ 12

213

ອັບເດດຫຼ້າສຸດມື້ນີ້, 7 ເມສາ 2020 ສາທາຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2ກໍລະນີ ເປັນເພດຊາຍ ພະນັກງານຈາກບໍລິສັດພູເບ້ຍມາຍນິງ ແລະ ເພດຍິງ ນັກສຶກສາມາຈາກປະເທດອັງກິດ, ເຮັດໃຫ້ປັດຈຸບັນຍອດລວມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 14ຄົນ.

ວັນທີ 7 ເມສາ 2020​ ເວລາ 14:30​ ໂມງ ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວໃຫ້ຮູ້ວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19​ ມາຮອດມື້ນີ້ພວກເຮົາໄດ້ກວດຜູ້ຢູ່ໃນກໍລະນີສົງໄສທັງໝົດ 73 ກໍລະນີ, ຢູ່ນະຄອນຫຼວງວຽງຈັນ 59 ກໍລະນີ ແລະ ຕ່າງແຂວງ 14 ກໍລະນີ.​ ຜ່ານຜົນກວດພົບຜູ້ຕິດເຊື້ອ 2 ຄົນຄື:

1 ເພດຊາຍ ອາຍຸ 40 ປີ ເປັນພະນັງງານຂອງບໍລິສັດພູເບ້ຍມາຍນິງ ຢູ່ບ້ານດອຍກອຍ,​ ເມືອງສີສັດຕະນາກ,​ ນະຄອນຫຼວງ​ວຽງຈັນ ມີປະຫວັດເຮັດວຽກໃກ້ສິດສຳພັດກັບຜູ້ຕິດເຊື້ອຄົນທີທີ່ເປັນຊາວຕ່າງປະເທດທີ່ມາເຮັດວຽກຢູ່ລາວ.

2 ເພດຍິງ ອາຍຸ 19 ປີ,​ ຢູ່ບ້ານສ້າງຄູ,​ ເມືອງໄຊທານີ,​ນະຄອນຫຼວງວຽງຈັນ ເປັນນັກສຶກສາ ມາຈາກແຕ່ປະເທດອັງກິດ.​

ມາຮອດວັນທີ 7 ເມສາ 2020​ ຍອດຜູ້ຕິດເຊື້ອພະຍາດໂຄວິດ-19​ ໃນ ສປປ ລາວ ລວມທັງໝົດ 14 ຄົນ. ໃນນັ້ນຢູ່ແຂວງຫຼວງພະບາງ 3 ຄົນ,​ ຢູ່ນະຄອນຫຼວງວຽງຈັນ 11 ຄົນ ແລະ ເປັນຊາວຕ່າງປະເທດ (ປະເທດປາປົວນີວກິເນຍ)​ ທີ່ເຮັດວຽກຢູ່ລາວ 1 ຄົນ. ນອກຈາກນີ້  ຍັງຕ້ອງຕິດຕາມຫາຜູ້ມີປະຫວັດໃກ້ຊິດສໍາຜັດກັບຜູ້ຕິດເຊື້ອທັງໝົດອີກ 70ຄົນ.

ສະນັ້ນ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມຢ່າງເປັນເຈົ້າການດ້ວຍຄວາມຮັບຜິດຊອບສູງ ເປັນຕົ້້ນຄະນະສະເພາະຂັ້ນທ້ອງຖິ່ນ, ເຈົ້າໜ້າທີ່ປະຈຳດ່ານຊາຍແດນ, ເຈົ້າໜ້າທີ່ດ່ານກວດກາ ແຕ່ລະແຂວງ, ເຈົ້າໜ້າທີ່ຜູ້ຮັບຜິດຊອບສູນຈຳກັດບໍລິເວນ ແຮງງານລາວມາຈາກປະເທດໄທ, ຜູ້ຖືກແນະໃຫ້ຈໍາກັດບໍລິເວນຕົນເອງຢູ່ເຮືອນ, ຄອບຄົວຂອງຜູ້ຖືກແນະນຳໃຫ້ຈຳກັດບໍລິເວນ, ອຳນາດການປົກຄອງທ້ອງຖິ່ນ.

ສະເພາະແພດໝໍ, ພະຍາບານຂອງພວກເຮົາກໍຈະໃຊ້ຄວາມພະຍາຍາມສູງ ເພື່ອປິ່ນປົວຄົນເຈັບຕາມຫຼັກວິທະຍາສາດ ເພື່ອໃຫ້ຫາຍດີໄວ.