ດ່ວນ! ເມືອງໂພນໂຮງແຈ້ງປິດເມືອງຊົ່ວຄາວ ຕ້ານພະຍາດໂຄວິດ-19

291

ເພື່ອຮັບປະກັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອ ຈຸລະໂລກໂຄວິດ-19 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ມີຄວາມສະຫງົບປອດໄພ.

ເມືອງໂພນໂຮງ ແຂວງ ວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 32/ຈມ.ພຮ ລົງວັນທີ 5 ເມສາ 2020 ກ່ຽວກັບການບີດເມືອງໂພນໂຮງ ຊົ່ວຄາວ. ອີງຕາມ ຄໍາສັ່ງຂອງທ່ານເຈົ້າແຂວງ ວຽງຈັນ ສະບັບເລກທີ 005/ຈຂ.ວຈ, ລົງວັນທີ 30 ມີນາ 2020 ວ່າດ້ວຍ: ການຮັບມືກັບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃຫມ່ ໂຄວິດ-19. ອີງຕາມ ການຊີ້ນໍາຂອງຄະນະສະເພາະກິດຂັ້ນແຂວງ ວຽງຈັນ ຄັ້ງວັນທີ 05 ເມສາ 2020. ອີງຕາມ ການເຫັນດີເປັນເອກະພາບຂອງຄະນປະຈໍາພັກເມືອງ ໂພນໂຮງ ຄັ້ງວັນທີ 05 ເມສາ 2020.

ເຈົ້າເມືອງໂພນໂຮງ ອອກແຈ້ງການ: ມາຍັງຫົວຫນ້າກຸ່ມບ້ານ, ນາຍບ້ານແຕ່ລະບ້ານ ໃນຂອບເຂດທົ່ວເມືອງໂພນໂຮງ ຊາບວ່າ: ອີງໃສ່ສະພາບ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກໂຄໂຣນາ ສາຍພັນໃຫມ່ (COVID-19) ທີ່ນັບມື້ຮຸນ ແຮງຂື້ນ ດັ່ງນັ້ນ, ຈຶ່ງມອບໃຫ້ຫົວຫນ້າກຸ່ມບ້ານ, ນາຍບ້ານແຕ່ລະບ້ານ ເປັນເຈົ້າການຊີ້ນໍາ, ຕິດຕາມ, ກວດກາ ປະຊາຊົນພາຍໃນບ້ານຂອງຕົນ ແລະ ຕ່າງບ້ານ ຫ້າມບໍ່ໃຫ້ມີການສັນຈອນໄປມາ (ກັກໂຕຢູ່ພາຍໃນເຮືອນໃຜລາວ).

ຫ້າມບໍ່ໃຫ້ມີການຕັ້ງວົງຊຸມແຊວ, ຄົບງັນ, ພົບປະສາງສັນຢູ່ແຕ່ລະເຮືອນ ( ຍົກເວັ້ນເຮືອນດີ ຫຼື ວຽກງານທີ່ຈໍາເປັນ ແທ້ ). ເພື່ອຈັດຕັ້ງປະຕິບັດແຈ້ງການສະບັບນີ້ ມອບໃຫ້ຫົວຫນ້າກຸ່ມບ້ານ, ນາຍບ້ານ ແຕ່ງຕັ້ງຄະນະສະເພາະກິດຂັ້ນ ບ້ານ ເພື່ອຕິດຕາມ, ກວດກາ ໂດຍມີການປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ຢ່າງເຂັ້ມງວດ ໂດຍເລີ່ມແຕ່ ວັນທີ 05 ເມສາ 2020 ເປັນຕົ້ນໄປ ຈົນກ່ວາສະພາບການຈະເຂົ້າສູ່ສະພາວະປົກກະຕິ.

ຈາກ: ແຂວງວຽງຈັນອອນລາຍ