ດ່ວນ! 5 ເມສາ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ຍອດລວມເປັນ 11 ກໍລະນີ

229

ສາທາຢືນຢັນ ວັນທີ 5 ເມສາ 2020 ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ເປັນເພດຊາຍ ອາຍຸ 55ປີ ເປັນຄົນຕ່າງປະເທດ ພະນັກງານຂອງບໍລິສັດພູເບ້ຍມາຍນິງ ເຮັດໃຫ້ຍອດລວມຜູ້ຕິດເຊື້ອທັງໝົດ 11ກໍລະນີ ຈາກການກວດຫາເຊື້ອທັງໝົດ 604 ຄົນ.

ວັນທີ 5 ເມສາ 2020 ທີ່ກະຊວງສາທະລະນະສຸກ ໄດ້ມີການຖະແຫຼງຂ່າວລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດ, ພ້ອມຄະນະດ້ວຍ ແລະ ມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 4 ເມສາ 2020 ຕົວຢ່າງທີ່ເກັບມາກວດທັງໝົດ 31 ກໍລະນີ ໃນນັ້ນພົບຜູ້ຕິດເຊື້ອອີກ 1 ຄົນ ເພດຊາຍ ເປັນພະນັກງານບໍລິສັດພູເບ້ຍ ອາຍຸ 55 ປີ ສັນຊາດ ປາປົວນິວກີເນຍ ເດີນທາງຈາກ ປາປົວນິວກີເນຍ ເຊິ່ງເດີນທາງຜ່ານປະເທດສິງກະໂປ,ໄທ ແລະເຂົ້າມາສປປລາວ, ປັດຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ດັ່ງນັ້ນ, ນັບແຕ່ເດືອນ ມັງກອນ 2020 ຮອດ ວັນທີ 4 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 604 ຄົນ, ກວດພົບເຊື້ອທັງໝົດຢູ່ ສປປ ລາວ ມີ 11 ຄົນ.

ລາຍລະອຽດການເດີນທາງຂອງຜູ້ຕິດເຊື້ອຄົນທີ່11 ມີດັ່ງນີ້:
– ສິງກະໂປ ວັນທີ 21/3/2020.
-ວັນທີ 22/3/2020 ຢູ່ສິງກະໂປ
– ວັນທີ 23/3/2020 ເດີນທາງເຂົ້າມາລາວ ຜ່ານສະໜາມບິນປະເທດໄທ
– ວັນທີ 23 ຫາ 24/03/2020 ພັກຢູ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ.


-ວັນທີ 25 /03/2020 ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງ 11 ຄົນ ໃກ້ຊິດ, ພົວພັນບ່ອນເຮັດວຽກປະມານ 100 ຄົນ
-ວັນທີ 3/4/2020 ເລີ່ມມີອາການໄຂ້, ໄອ, ເຈັບຄໍ, ເຈັບຫົວ
– ວັນທີ 4/4/2020 ເວລາ 10:00 ໂມງ ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອ ໂຄວິດ- 19. ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຍັງຮຽກຮ້ອງໃຫ້ຜູ້ທີ່ໄດ້ພົວພັນໃກ້ສິດກັບຜູ້ຕິດເຊື້ອກໍລະນີທີ11 ໃຫ້ມີຄວາມຕື່ນຕົວ ແຈ້ງຕົນເອງດ່ວນ ພ້ອມກັບເລີ່ມຈຳກັດບໍລິເວນຕົນເອງ