ໄຟໄໝ້ລາມປ່າຫຼວງພະບາງອີກແຫ່ງ ຢູ່ເມືອງງອຍຍັງຄວບຄຸມບໍໄດ້

149

ຫຼາຍວັນມານີ້ຢູ່ບາງແຂວງທາງພາກເໜືອໄດ້ເກີດເຫດໄຟໄໝ້ລາມປ່າເປັນບໍລິເວນກວ້າງ ເຖິງເຈົ້າໜ້າທີ່ກ່ຽວຂ້ອງຈະພ້ອມພາກັນດັບມອດໄຟ ແຕ່ກໍ່ໄໝ້ໄປບ່ອນໃໝ່ເລືຶ້ອຍໆ ຫຼ້າສຸດນີ້ຄືແຂວງຫຼວງພະບາງ.

ຕາມລາຍງານຂອງແຫຼ່ງຂ່າວທ້ອງຖິ່ນແຈ້ງວ່າ ມື້ນີ້ 4 ເມສາ 2020 ເວລາປະມານບ່າຍ 15:00 ໂມງໄດ້ເກີດມີໄຟລຸກໄໝ້ເຂດປ່າທຳມະຊາດຈຸດຊົມວີວຜາແດງເມືອງງອຍ ຈົນມາຮອດປະຈຸບັນຍັງບໍ່ສາມາດຄວບຄຸມໄຟໄວ້ໄດ້ໄຟໄດ້.

ເຫດການໄຟໄໝ້ຄັ້ງນີ້ໄດ້ລາມໄປປ່າທຳມະຊາດຫລາຍຈຸດຄາດວ່າສາເຫດມາຈາກປະຊາຊົນຈູດສວນເພື່ອທຳການຜະລິດ