ສາທາ ເຜີຍແຜ່ຫຼັກການອະນາໄມ ແລະ ຂ້າເຊື້ອຊາກສົບຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19

140

ເພື່ອປ້ອງກັນ, ຄວມຄຸມ ແລະ ໂຕ້ຕອບ ຕໍ່ການລະບາດຂອງພະຍາດ ໂຄວິດ-19 ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນາສຸກ ໄດ້ເຜີຍແຜ່ຫຼັກການອານາໄມ ແລະ ການຂ້າເຊື້ອ ຊາກສົບ ຂອງຜູ້ເສຍຊີວິດຍ້ອນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການຂອງ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນາສຸກ ເລກທີ 125/ກອສ ລົງວັນທີ 4 ເມສາ 2020  ເຖິງທ່ານຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງ, ແຂວງ ແລະ ໂຮງໝໍສູນກາງອ້ອມຂ້າງກະຊວງສາທາລະນະສຸກ, ກ່ຽວກັບການຫຼັກການອານາໄມ ແລະ ການຂ້າເຊື້ອ ຊາກສົບ ຂອງຜູ້ເສຍຊີວິດຍ້ອນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ອີງຕາມ ກົດຫມາຍວ່າດ້ວຍການອະນາໄມ ແລະ ສົ່ງເສີມສຸຂະພາບ ສະບັບເລກທີ73/ສພຊ ລົງວັນທີ 22 ພະຈິກ 2019 ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອະນາໄມ ແລະ ສົ່ງເສີມຂະພາບ ສະບັບເລກ3463/ສກ, ລົງວັນທີ 8 ພະຈິກ 2019 ອິງຕາມ ການລະບາດພະຍາດກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ພາບປະກອບຂ່າວເທົ່ານັ້ນ

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂໍແຈ້ງມາຍັງທ່ານຊາບ ກ່ຽວກັບວຽກງານການອະນາໄມ, ຂ້າເຊື້ອພະຍາດ ຊາກສົບ ຢູ່ສະຖານທີ່ຕ່າງໆ ເພື່ອກັນ, ຄວມຄຸມ ແລະ ໂຕ້ຕອບ ຕໍ່ການລະບາດຂອງພະຍາດ ຕ້ອງຈັດຕັ້ງປະຕິບັດ ມີດັ່ງນີ້:

1 ເຮືອນຂອງຄົນເຈັບ ຫຼັງຈາກໄດ້ເຂົ້າໂຮງໝໍ ຫຼື ເສຍຊິວິດ ຕ້ອງໄດ້ຮັບການຂ້າເຊື້ອ ອຸປະກອນເຄຶ່ອງໃຊ້ປະຈຳວັນຕ່າງໆຂອງຄົນເຈັບ ຫຼື ເສຍຊີວິດ ເຊັ່ນ ໃນຫ້ອງນອນ, ຫ້ອງນໍ້າ, ພື້ນ, ຝາຕ້ອງ, ຫນ້າໂຕະ, ຕັ່ງ, ລູກບິດປະຕູ, ໄລກອນ ແລະ ບ່ອນອື່ນໆ ທີ່ຜູ້ກ່ຽວໄດ້ສໍາຜັດ.

ພາບປະກອບຂ່າວເທົ່ານັ້ນ

2 ການຈັດການເກັບມ້ຽນຊາກສົບຂອງຜູ້ຕິດເຊື້ອ ຫຼັງຈາກຄົນເຈັບເສບຊີວິດ, ໃຫ້ຫຼຸດຜ່ອນການເຄື່ອນຍ້າຍ ຊາກສົບ, ຄວນໃຫ້ພະນັກງານທີ່ໄດ້ຜ່ານການຝຶກອົບຮົມເປັນຜູ້ເກັບມ້ຽນ ຕ້ອງໃຊ້ຢາຂ້າເຊື້ອທີ່ມີ Chioring0,3 – 0,5% ຫຼື ສໍາລີ Petacetic acid 0,5% ໃຊ້ຜ້າພັນບາດ ອັດບໍລິເວນບ່ອນທີ່ມີບາດແຜ, ປາກ, ດັງ, ຫູ, ຮູທະວານ, ພົກຍ່ຽວຜູ້ເສຍຊີວິດ ແລະ ຕ້ອງຖືກຫໍ່ດ້ວຍຜ້າສອງຊັ້ນ, ຊຸບດ້ວຍຢາຂ້າເຊື້ອ ແລະ ວາງໃສ່ຖົງສົບ ແລ້ວໃຫ້ໜ່ວຍງານ ແລະ ລົດສົ່ງໄປສະຖານທີ່ກໍານົດໄວ້ໂດຍໄວ ( ບໍ່ໃຫ້ມີການຄົບງັນ).

ພາບປະກອບຂ່າວເທົ່ານັ້ນ

3 ການອະນາໄມ ໃນການຊາປະນະກິດສົບ ການມ້ຽນກາຍ, ສົ່ງສະການ, ເຄື່ອນຍ້າຍ, ຈຸດເຜົາ ຫຼື ຝັງຊາກສົບ, ມ້ຽນມັດອະນາໄມສະຖານທີ່ ພາຍຫຼັງສຳເລັດການຊາປະນະກິດສົບ ຕ້ອງອະນາໄມໃຫ້ຖືກຕາມຫຼັກການສຸຂານາໄມ ເພື່ອຫຼີກເວັ້ນການເກີດລະບາດ, ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ.

4 ສະຖານທີສົ່ງສະການ ຈູດເຜົາ ຫຼື ຝັງຊາກສົບ ຕ້ອງຫ່າງຈາກເຂດຕົວເມືອງ, ຊຸມຊົນ ຫຼື ບ່ອນທີ່ກຳນົດໄວ້ສະເພາະ ບົນພື້ນຖານການຕົກລົງເຫັນດີຂອງອົງການປົກຄອງບ້ານ ເພື່ອຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ.

ພາບປະກອບຂ່າວເທົ່ານັ້ນ

5 ການເຄື່ອນຍ້າຍຊາກສົບ ຫຼື ອັດຖິ ເຂົ້າ-ອອກ ຫຼື ຜ່ານສປປ ລາວ ຕ້ອງຮັບປະກັນຕາມຫຼັກການສຸຂະນາໄມ ແລະ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ.

ຮູບປະກອບຂ່າວຈາກ: ຕ່າງປະເທດ