ຂອບໃຈ! ປະເທດອ້າຍນ້ອງຫວຽດນາມມອບເຄື່ອງຊ່ວຍເຫຼືອຮ່ວມໂຄວິດ-19

111

ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອອຸປະກອບການແພດ ຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ຈັດຂຶ້ນໃນຕອນທ່ຽງຂອງວັນທີ 4 ເມສາ 2020 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ.

ຕາງໜ້າມອບ-ຮັບ ລະຫວ່າງ ທ່ານ ຫງວຽນ ບ້າ ຮຸ່ງ ເອກອັກຄະລັດຖະທູດວິສາມັນເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ,ມີ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂອງ ແລະ ສອງມ່ວນຊົນ 2 ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ເຄື່ອງອຸປະກອນການແພດປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ທີ່ມອບ-ຮັບໃນຄັ້ງນີ້ ປະກອບມີນໍ້າຢາກວດພະຍາດໂຄວິດ-19, ຜ້າອັດປາກ (3 ຊັ້ນ), ຊຸດປ້ອງກັນພະຍາດ ແລະ ເຄື່ອງມືທີ່ຈຳເປັນຈຳນວນໜຶ່ງ.

ໃນພິທີ ທ່ານ ສົມດີ ດວງດີ ກ່າວວ່າ: ເຄື່ອງຊ່ວຍເຫຼືອດັ່ງກ່າວ ລວມມູນຄ່າຫຼາຍກວ່າ 300.000 ໂດລາສະຫະລັດ, ໃນນັ້ນຈາກລັດຖະບານ 100.000 ໂດລາສະຫະລັດ, ຈາກກະຊວງສາທາລະນະສຸກ 5 ຕື້ດົງ (200.000 ກວ່າໂດລາ) ແລະ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ 250 ລ້ານດົງ (ປະມານ 10.000 ໂດລາ).

ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງຕີລາຄາສູງຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ເຖິງແມ່ນວ່າ ສສ ຫວຽດນາມ ເອງກໍປະສົບຄວາມຫຍຸ້ງກໍຕາມ ແຕ່ຍັງໄດ້ບິແບ່ງຄວາມຊ່ວຍເຫຼືອມາຍັງ ສປປ ລາວ ແລະ ການຊ່ວຍເຫຼືອຄັ້ງນີ້ ຍິ່ງຈະເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.