ດ່ວນ! ຫຼວງນ້ຳທາແຈ້ງຢຸດຕິການສັນຈອນໄປ-ມາໃນເວລາກາງຄືນ, ໃຜຝ່າຝືນຖືກລົງໂທດ

89

ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ໃນການຕິດຕາມ, ກວດກາ ຄົນເຂົ້າ-ອອກພາຍໃນ ແຂວງ ແລະ ເພື່ອເປັນການຫຼີກລ່ຽງຄວາມສ່ຽງໃນການຕິດເຊື້ອພະຍາດລະບາດໂຄວິດ-19 ຫ້ອງວ່າການ ແຂວງຫຼວງນ້ຳທາ ຈຶ່ງໄດ້ອອກແຈ້ງການ ໃຫ້ຢຸດຕິການສັນຈອນໄປ-ມາໃນເວລາກາງຄືນ ເລີ່ມແຕ່ເວລາ 22:00 ໂມງເປັນຕົ້ນໄປ.

ພາບປະກອບ

ອີງຕາມແຈ້ງການຂອງ ຫ້ອງວ່າການ ແຂວງຫຼວງນ້ຳທາ ເລກທີ 225/ຫວຂ ລົງວັນທີ 3 ເມສາ 2020 ກ່ຽວກັບ ການໃຫ້ຢຸດຕິການສັນຈອນໄປ-ມາໃນເວລາກາງຄືນ ອີງຕາມແຈ້ງການ ສະບັບເລກທີ 04/ສພກ.ນທ, ລົງວັນທີ 30 ມີນາ 2020 ວ່າດ້ວຍການເພີ່ມທະວີການ ສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂດວິດ-19. ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ຄັ້ງວັນທີ 03 ມີນາ 2020.

ພາບປະກອບ

ຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງມາຍັງທຸກອົງການຈັດຕັ້ງພັກ-ລັດ, ເອກະຊົນ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ໃນພາບຂວງຫຼວງນ້ໍາທາຊາບດັ່ງນີ້:

ພາບປະກອບ

1 ໃຫ້ຢຸດຕິການສັນຈອນ, ການເຄື່ອນໄຫວໄປ-ມາ ໃນເວລາກາງຄືນເລີ່ມແຕ່ເວລາ 22:00 ໂມງເປັນຕົ້ນໄປຈົນກວ່າສະພາບການລະບາດຂອງພະຍາດອັກເສບປອດສາຍພັນໃຫມ່ ໂຄວິດ-19 ຈະຫຼຸດຜ່ອນລົງ ແລະ ຢຸດເຊົາ, ຍົກເວັ້ນໃນກໍລະນີຈໍາເປັນເຊັ່ນ: ລົດຮັບ-ສົ່ງຄົນເຈັບ ຫຼື ລົດທີ່ໄປວຽກທາງການ.

ພາບປະກອບ

2 ໃຫ້ບັນດາເມືອງ ອອກແຈ້ງເຖິງ ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າຮັບຊາບ ເພື່ອເປັນເຈົ້າການຕິດຕາມ, ກວດກາ ແລະ ຮັກສາຄວາມສະຫງົບ ຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ພາບປະກອບ

3 ມອບໃຫ້ກອງບັນຊາການ ປກສ ແຂວງ ຊີ້ນໍາເຈົ້າຫນ້າທີ່ປະຈໍາແຕ່ລະຈຸດກວດກາ, ປກສ ເມືອງ, ປກສ 1 ກຸ່ມບ້ານ ແລະ ກໍາລັງ ປກຊ-ປກສ ບ້ານ ເປັນເຈົ້າການໃນການລົງສໍາຫຼວດ, ກວດກາ, ລາດຕະເວນ, ປະຈໍາແຕ່ລະຈຸດໃນການ ເຄື່ອນໄຫວໄປ-ມາ, ການສັນຈອນກາງຄືນ ຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ. 4 ຖ້າຫາກວ່າມີພາກສ່ວນໃດ, ບຸກຄົນໃດ ມີການຝ່າຝືນ ຄັ້ງທີ 1 ຈະໄດ້ສຶກສາອົບຮົມກ່າວເຕືອນ, ຄັ້ງທີ 2 ຈະໄດ້ປະຕິບັດຕາມລະບຽບການ ແລະ ກົດຫມາຍ.

ພາບຈາກ: ຫຼວງນ້ຳທາ