ຂ່າວດີຕໍ່ເນື່ອງ! 3ເມສາ ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍອດລວມຍັງຄົງທີ່ 10ກໍລະນີ

240

ມາຮອດວັນທີ 3 ເມສາ 2020 ກະຊວງສາທາ ຢືນຢັນ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍອດລວມຍັງຄົງທີ່ 10ກໍລະນີ, ສ່ວນກະແສຂ່າວຢູ່ສັງຄົມອອນລາຍທີ່ຖືກເຜີຍແຜ່ອອກໄປວ່າມີຜູ້ຕິດເຊື້ອເພີ່ມອີກ 10ຄົນນັ້ນ ເປັນຂ່າວປອມ.

ວັນທີ 3 ເມສາ 2020​ ເວລາ 14:30​ ໂມງ ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວ ໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19​ ມາຮອດມື້ນີ້ພວກເຮົາໄດ້ກວດຜູ້ຢູ່ໃນກໍລະນີສົງໃສ 22 ກໍລະນີ ໃນທົ່ວປະເທດ ເຊິ່ງຜົນກວດທັງໝົດ 22 ຄົນເປັນລົບ ບໍ່ມີຜູ້ຕິດເຊື້ອ, ສ່ວນຍອດລວມການເກັບຕົວຢ່າງມາກວດທັງໝົດ 520 ຄົນ, ກວດພົບເຊື້ອ 10 ຄົນ; ປັດຈຸບັນຈຳນວນກໍລະນີໃກ້ຊິດສຳຜັດກັບຄົນເຈັບ ທີ່ກຳລັງຕິດຕາມມີ 216 ຄົນຢູ່ໃນແຂວງອຸດົມໄຊ, ຫຼວງພະບາງ ແລະ ນະຄອນຫຼວງ.

ສະນັ້ນ,​ ມາຮອດວັນທີ 3 ເມສາ 2020​ ເວລາ 14:30 ໂມງ ຄະນະສະເພາະກິດພວກເຮົາຂໍຢັ້ງຢືນວ່າ ຍອດຜູ້ຕິດເຊື້ອພະຍາດໂຄວິດ-19​ ໃນ ສປປ ລາວ ລວມທັງໝົດ 10 ຄົນເທົ່ານັ້ນ. ສ່ວນກະແສຂ່າວຢູ່ສື່ສັງຄົມອອນລາຍທີ່ຖືກເຜີຍແຜ່ອອກໄປກ່ຽວກັບມີຜູ້ຕິດເຊື້ອເພີ່ມອີກ 10 ກໍລະນີນັ້ນ ເປັນຂ່າວປອມ ບໍ່ມີຄວາມຈິງແຕ່ຢ່າງໃດ.