ກວດຂໍ້ມູນກ່ອນອອກເດີນທາງ! ເມືອງສາມັກຄີໄຊປິດຜ່ານດ່ານຫຼັກ 52 ແລ້ວເດີ່

211

ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ລາມອອກໄປໃນວົງກວ້າງ ທ່ານເຈົ້າເມືອງ ເມືອງສາມັກຄີໄຊ ຈຶ່ງໄດ້ອອກແຈ້ງການປິດ ດ່ານຫຼັກ 52 ບ້ານໃຫຍ່ຫມື່ນຫົວເມືອງເມືອງສາມັກຄີໄຊ ຊາຍແດນອັດຕະປື-ປາກຊ່ອງ ແຂວງຈໍາປາສັກ ແລະ ອັດຕະປື-ເຊກອງ ເລີ່ມແຕ່ເວລາ 06 ໂມງ 00 ນາທີ ຂອງວັນທີ 02 ເມສາ 2020.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການ ຂອງເຈົ້າເມືອງ ເມືອງສາມັກຄີໄຊ ເລກທີ 133/ຈມ ລົງວັນທີ 2 ເມສາ 2020 ເຖິງ ທ່ານຫົວຫນ້າຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ – ປກສ ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທົ່ວເມືອງສາມັກດີໄຊ ເພື່ອຊາບກ່ຽວກັບການ ປີດດ່ານເພື່ອເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານການແຜ່ລະບາດຂອງພະຍາດ ໂຄວິດ -19 ອີງຕາມ ກົດຫມາຍວ່າດ້ວຍການປົກຄອງທ້ອງຖີ່ນ ( ສະບັບປັບປຸງ ) ສະບັບເລກທີ 6B/ສພຊ, ລົງວັນທີ 14 ທັນວາ 2015 ຫມວດທີ IV ມາດຕາ 40 ວ່າດ້ວຍສິດ ແລະ ຫນ້າທີ່ຂອງເຈົ້າເມືອງ.  ອິງຕາມ ທິດຊີ້ນໍາຂອງທ່ານເຈົ້າແຂວງ ແຂວງອັດຕະປື ຄັ້ງວັນທີ 01 ເມສາ 2010 ວ່າດ້ວຍການປີດດ່ານ.

ພາບປະກອບຂ່າວເທົ່ານັ້ນ

ປັດຈຸບັນ ສະພາບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫຼື ພະບາດໂດ ວິດ -19 ( coVID -19 ) ໄດ້ຂະຫຍາຍເປັນວົງກວ້າງໃນນັ້ນ ມີຫຼາຍປະເທດມີຄວາມສ່ຽງເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນໃນແຕ່ລະວັນ. ຜ່ານມາ ຄະນະພັກ, ອໍານາດການປົກຄອງເມືອງສາມັກຄີໄຊ ໄດ້ເອົາໃຈໃສ່ເຂົ້າຮ່ວມ ການປະຕິບັດມາດຕະການຕ່າງໆ ເພື່ອຍົກລະດັບສະກັດກັ້ນການແຜ່ລະບາດຂອງພະຍາດບໍ່ໃຫ້ລາມອອກໄປໃນວົງກວ້າງ ແລະ ພ້ອມທັງເປັນບ່ອນອີງໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັ່ງຄົມເປັນເຈົ້າການຈັດຕັ້ງປະຕິບັດຢ່າງເປັນ ເອກະພາບ, ມີປະສິດທິພາບ ແລະ ມີປະສິດທິຜົນສູງ.

ພາບປະກອບຂ່າວເທົ່ານັ້ນ

ເຈົ້າເມືອງ-ເມືອງສາມັກຄີໄຊ ຈິ່ງແຈ້ງການມາຍັງທຸກພາກສ່ວນ ເພື່ອຊາບ ແລະ ພ້ອມກັນປະຕິບັດ ຢ່າງເຂັ້ມງວດ ສໍາລັບການຈາລະຈອນຂົນສົ່ງ ແລະ ການເດີນທາງຜ່ານດ່ານແຂວງຕໍ່ແຂວງ ເວົ້າສະເພາະດ່ານຫຼັກ 52 ບ້ານໃຫຍ່ຫມື່ນຫົວເມືອງເມືອງສາມັກຄີໄຊ ຊາຍແດນອັດຕະປື-ປາກຊ່ອງ ແຂວງຈໍາປາສັກ ແລະ ອັດຕະປື-ເຊກອງ ເລີ່ມແຕ່ເວລາ 06:00 ໂມງ ຂອງວັນທີ່ 02 ເມສາ 2020 ໄດ້ປີດດ່ານຫຼັກ 52 ຢ່າງເປັນທາງການແລ້ວ ແລະ ບໍ່ອະນຸຍາດໃຫ້ເປີດໃຊ້ບໍລິການຢ່າງເດັດຂາດ. ທັ້ງນີ້ກໍ່ເພື່ອຮັບປະກັນໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງ ພະບາດ ຈົນກວ່າຈະມີຄໍາສັ່ງປ່ຽນແປງຈາກຂັ້ນເທິງ.

ພາບຈາກ:Attapeu