ຮອງເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ເຈົ້າໜ້າທີ່ດ່ານສາກົນນໍ້າພາວ ໃນການກວດຄົນເຂົ້າເມືອງ

256

ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19 ໄດ້ລົງກວດກາ, ຕິດຕາມ ສະພາບຄົນເຂົ້າ – ອອກເມືອງຢູ່ດ່ານສາກົນນໍ້າພາວ ເມືອງຄຳເກີດ ໃນວັນທີ 24 ມີນາຜ່ານມາ ໂດຍມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງທີ່ນອນຢູ່ໃນຄະນະ ກຳມະການຂັ້ນແຂວງ ແລະ ຂັ້ນເມືອງຄໍາເກີດ ຮ່ວມພາທາງ.

ທ່ານ ພັນຕີ ສຸກສາຄອນ ພົງວິຈິດ ຫົວໜ້າດ່ານຕຳຫຼວດ ກວດກາ, ຄົນເຂົ້າ – ອອກເມືອງ ປະຈຳດ່ານສາກົນນໍ້າພາວ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຄວບຄຸມ, ປ້ອງກັນພະຍາດໂຄວິດ – 19 ວ່າ: ສຳລັບການເຂົ້າ – ອອກເມືອງຢູ່ດ່ານສາກົນນໍ້າພາວ ແມ່ນອະນຸຍາດໃຫ້ລົດບັນທຸກສິນຄ້າເຂົ້າ – ອອກໄດ້ ແຕ່ຄົນຂັບລົດແມ່ນບໍ່ອະນຸຍາດໃຫ້ເຂົ້າ ໂດຍມີການສັບປ່ຽນຄົນຂັບລົດບັນທຸກສິນຄ້າທີ່ເຂົ້າມາລາວຕ້ອງໄດ້ຮັບການພົ່ນຢາຂ້າເຊື້ອ ແລະ ປ່ຽນຄົນຂັບລົດເປັນຄົນລາວ, ສຳລັບບຸກຄົນທີ່ເຂົ້າເມືອງ ແມ່ນຮັບແຕ່ນັກສຶກສາລາວທີ່ໄປສຶກສາຕໍ່ຢູ່ຫວຽດນາມເທົ່ານັ້ນ ແລະ ຜູ້ທີ່ໄປວຽກລັດຖະການຕ້ອງໄດ້ຜ່ານການກວດກາສຸຂະພາບຈາກເຈົ້າໜ້າທີ່ທັງ 2 ດ່ານ ລາວ – ຫວຽດນາມ, ໄດ້ຢຸດຕິການອອກວີຊາຊົ່ວຄາວ, ສ່ວນນັກທ່ອງທ່ຽວຫ້າມເດັດຂາດບໍ່ໃຫ້ຜ່ານ, ໄດ້ພົວພັນປະສານ ສົມທົບກັບເຈົ້າໜ້າທີ່ດ່ານເກົາແຈວ ສສ ຫວຽດນາມ ເປັນປະຈຳ ໂດຍສະເພາະແມ່ນເວລາປິດ – ເປີດໄລຍະ 7:00 ໂມງ ຫາ 22:00 ໂມງຂອງທຸກໆວັນ.

ໂອກາດນີ້ທ່ານຮອງເຈົ້າ ແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ທຸກພາກສ່ວນທີ່ປະຕິບັດງານຢູ່ດ່ານສາກົນນໍ້າພາວ ຈົ່ງໄດ້ໃຊ້ມາດຕະການທີ່ເດັດຂາດ, ເຂັ້ມງວດ ໂດຍອີງໃສ່ນິຕິກຳຂອງຂັ້ນເທິງວາງອອກ, ຕ້ອງໄດ້ຕິດຕາມ, ກວດກາຢ່າງລະອຽດ ທັງລົດບັນທຸກສິນຄ້າ ແລະ ຄົນທີ່ເຂົ້າ – ອອກເມືອງ, ມີການສ່ອງແສງລາຍງານເປັນປະຈຳ, ປະສານພົວພັນເຊິ່ງກັນ ແລະ ກັນດ້ານຂໍ້ມູນ – ຂ່າວສານ, ເຄື່ອງມືຮັບໃຊ້ກັບເຈົ້າໜ້າທີ່ດ່ານເກົາແຈວ. ທັງນີ້, ກໍເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດບໍ່ໃຫ້ເກີດຂຶ້ນຢູ່ແຂວງບໍລິຄຳໄຊ.