ການນໍາແຂວງໄຊຍະບູລີ ວາງພວງມາລາເນື່ອງໃນວັນສ້າງຕັ້ງພັກ ຄົບຮອບ 65 ປີ

133

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ( 22 ມີນາ 1955 – 22 ມີນາ 2020 ), ການນໍາແຂວງໄຊຍະບູລີ ນໍາໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ໃນຕອນເຊົ້າຂອງວັນທີ 23 ມີນາ 2020 ນີ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.

ການວາງກະຕ່າດອກໄມ້ຄັ້ງນີ້ ກໍເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມ ຄວາມດີທີ່ເລີດລໍ້າ ຕໍ່ຄວາມເສຍສະຫຼະຕະຫຼອດຊີວິດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ທີ່ທ່ານໄດ້ສຸມສະຕິປັນຍາເຂົ້າໃນການນໍາພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ສາມາດຍາດໄດ້ໄຊຊະນະ, ນໍາເອົາ ຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນບັນດາເຜົ່າ ເຊິ່ງຜົນງານ ແລະ ຄຸນງາມຄວາມດີນັ້ນແມ່ນໄດ້ຈາລຶກໄວ້ໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຊາວແຂວງໄຊຍະບູລີ ຕະຫຼອດຊົ່ວກາລະນານ.

ຈາກນັ້ນ, ການນໍາຂອງແຂວງກໍໄດ້ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບຸລຸດ ກໍຄືນັກຮົບປະຕິວັດຂອງແຂວງໄຊຍະບູລີ ທີ່ເສຍສະຫຼະຊີວິດເລືອດເນື້ອ ເພື່ອດິນແດນອັນຄົບຖ້ວນຂອງແຂວງ ແລະ ປະຊາຊົນຢ່າງອົງອາດກ້າຫານ, ພາຍໃຕ້ການຊີ້ນຳ – ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງຄຸນງາມຄວາມດີອັນໃຫຍ່ຫຼວງນັ້ນໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈຂອງປະຊາຊົນຊາວ ແຂວງໄຊຍະບູລີ ຕະຫຼອດໄປ.

[ ຂ່າວ – ຮູບໂດຍ: ອຸ່ນເຮືອນ ໂພທິລັກ ]