ໂບ ອາລັນຍາ ຢາກຮຽນຮູ້ກ່ຽວກັບວັດທະນະທຳຮີດຄອງປະເພນີລາວ

48

ສາວວິສະວະກຳສາດ ໂບ ອາລັນຍາ ໜຶ່ງໃນ 20 ນາງສາວນະຄອນຫຼວງວຽງຈັນ 2020 ທີ່ຢາກຮຽນຮູ້ກ່ຽວກັບວັດທະນະທຳຮີດຄອງປະເພນີລາວ ພ້ອມທັງຢາກຕັ້ງໃຈທີ່ຈະເຮັດມັນອອກມາໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ ແລະ ນໍາໄປພັດທະນາ.

ອາລັນຍາ ສູນມາລາ ຫຼື ໂບ MVT 18 ອາຍຸ 20 ປີ ໃຫ້ສໍາພາດວ່າ: ປັດຈຸບັນຢູ່ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ກໍາລັງສຶກສາທີ່ຄະນະວິສະວະກຳສາດ ສາຂາວິສະວະກຳຄອມພິວເຕີ ເຊິ່ງຕົນເອງບໍ່ເຄີຍຜ່ານການປະກວດ ຫຼື ມີຜົນງານທາງດ້ານບັນເທີງມາກ່ອນ. ເຫດຜົນທີ່ເລືອກເວທີນີ້ຍ້ອນຢາກຮຽນຮູ້ກ່ຽວກັບວັດທະນະທຳຮີດຄອງປະເພນີລາວເຮົາ, ຢາກຮູ້ຈັກວັດທະນະທໍາບຸນປີໃໝ່ລາວທີ່ແທ້ຈິງ ແລະ ຢາກສຳຜັດເຖິງຄວາມງົດງາມຂອງແມ່ຍິງລາວທີ່ມີ ຄວາມອ່ອນໂຍນອ່ອນຫວານ.

ຖ້າຕົນເອງໄດ້ຕໍາແໜ່ງຄິດວ່າຈະເດີນໃນສາຍນີ້ ຫຼື ອາດຈະເປັນວຽກໃນວົງການບັນເທີງ ແລະ ກໍຄິດວ່າເວທີນີ້ຈະບໍ່ເຮັດໃຫ້ຜິດຫວັງ ແຕ່ຖ້າບໍ່ໄດ້ນ້ອງກໍຈະນໍາເອົາປະສົບການໃນເວທີນີ້ໄປຝຶກຝົນພັດທະນາຕົນໃຫ້ດີ ແລະ ເກັ່ງຂຶ້ນໃນໂອກາດຕໍ່ໄປ. ເຖິງວ່າຈະໄດ້ ຫຼື ບໍ່ໄດ້ຕໍາແໜ່ງ ແຕ່ຕົນເອງກໍໄດ້ປະສົບການ, ຄວາມຮູ້ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆ ລວມທັງມິດຕະພາບທີ່ຫາບໍ່ໄດ້ແນ່ນອນຖ້າບໍ່ໄດ້ເຂົ້າຮ່ວມປະກວດ ເທົ່ານີ້ມັນຖືວ່າກຸ້ມຄ່າແລ້ວ.

ອະນາຄົດຕົນເອງຢາກປະສົບຜົນສຳເລັດໃນໜ້າທີ່ການງານໃຫ້ພໍ່ແມ່ໄດ້ຢູ່ສຸກສະບາຍ. ນອກຈາກນັ້ນ, ກໍຢາກມີສ່ວນຮ່ວມໃນການພັດທະນາສັງຄົມ ແລະ ເປັນແບບຢ່າງທີ່ດີໃຫ້ກັບແມ່ຍິງລາວ. ຄວາມຄາດຫວັງແມ່ນຢາກຕິດ 1 ໃນ 7 ຂອງລູກພະຍາກະບິນລະພົມ ແລະ ຈະເຮັດເຕັມທີ່ ເພາະຄວາມຕັ້ງໃຈ, ມີຄວາມໝັ້ນໃຈ ແລະ ບໍ່ຍອມທໍ້ຖອຍຕໍ່ອຸປະສັກ ຕົນເອງຄິດວ່າມັນເປັນ 1 ໃນປັດໄຈຫຼັກຂອງແມ່ຍິງລາວຍຸກໃໝ່.

ເຄັດລັບໃນການຮັກສາສຸຂະພາບທີ່ດີຂອງຕົນເອງແມ່ນດື່ມນໍ້າຫຼາຍໆ, ກິນອາຫານໃຫ້ຖືກຫຼັກອະນາໄມ, ອອກກຳລັງກາຍສະໝໍ່າສະເໝີ ແລະ ພັກຜ່ອນໃຫ້ພຽງພໍ ສ່ວນເວລາວ່າງມັກຫຼິ້ນກີລາບານສົ່ງ.

ສາມາດຮ່ວມເຊຍ ແລະ ຕິດຕາມການເຄື່ອນໄຫວທັງ 20 ນ້ອງນາງສາວ ໄດ້ທາງແຟນເພຈ໌ Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມຂໍ້   ມູນ – ຂ່າວສານຂອງນ້ອງ ໂບ MVT 18 ໄດ້ທາງເຟສບຸ໊ກສ່ວນຕົວ: Bo ALunya.

[ ຂ່າວ: ນຸ້ມນິ້ມ; ຮູບ: Bo ALunya ]