ຂ່າວລືທີ່ດົງໂດກ ຜົນກວດບໍ່ພົບການຕິດເຊື້ອໂຄວິດ-19

82

ສໍາລັບຂ່າວລືທີ່ດົງໂດກ ທີ່ກາຍເປັນກະແສໃນສື່ອອນລາຍຢ່າງໄວວາ ວ່້າມີຄົນຕິດເຊື້ອພະຍາດໂຄວິດ-19ຢູ່ມະຫາວິທະຍາໄລແຫ່ງຊາດ ຈົນເຮັດໃຫ້ສັງຄົມແຕກຕື່ນ, ຢ້ານກົວ ແລະ ລໍຟັງຜົນກວດຈາກແພດ ເຊິ່ງຫຼ້າສຸດຜົນອອກມາແລ້ວ ຜູ້ກ່ຽວບໍ່ໄດ້ມີການຕິດເຊື້ອແຕ່ຢ່າງໃດ.

ໃນຕອນແລງວັນທີ 18 ມີນາ 2020 ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວຊີ້ແຈງຕໍ່ບັນຫາທີ່ສັງຄົມໃຫ້ຄວາມສົນໃຈໃນຮອບວັນຜ່ານມາ ເປັນຕົ້ນແມ່ນຂ່າວລືວ່າມີກໍລະນີສົງໄສຜູ້ຕິດເຊື້ອໂຄວິດ – 19 ຢູ່ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ກໍລະນີນັກສຶກສາຈີນມາຮຽນພາສາລາວ ຢູ່ມະຫາວິທະຍາໄລແຫ່ງຊາດດົງໂດກ.

ທ່ານລັດຖະມົນຕີກ່າວວ່າ: ຕໍ່ປະເດັນດັ່ງກ່າວຂໍໃຫ້ຄວາມຈະຈ່າງແຈ້ງວ່າ ຜ່ານການລົງກວດກາຕົວຈິງ ແລະ ນຳຕົວຜູ້ທີ່ມີຄວາມສ່ຽງ ແລະ ກໍລະນີຜູ້ສົງໄສຕິດເຊື້ອທັງໝົດມາແຍກປ່ຽວກັກຕົວ ແລະ ຜ່ານການກວດເຊື້ອພາຍໃຕ້ການຮ່ວມມືກັບອົງການອະນາໄມໂລກ. ໃນນັ້ນ, ຜົນອອກມາເປັນລົບ ( ບໍ່ຕິດເຊື້ອ ), ແຕ່ພວກເຮົາກໍບໍ່ໄດ້ນິ້ງນອນໃຈຍັງສືບຕໍ່ກັກຕົວ ແລະ ຍັງຈະເກັບຕົວຢ່າງໄປກວດຄັ້ງທີສອງອີກ, ຫາກບໍ່ພົບການຕິດເຊື້ອພວກເຮົາກໍຈະກັກຕົວໄປຈົນເຖິງ 14 ມື້ ຈຶ່ງຈະໃຫ້ກັບບ້ານ.

ອີງຕາມຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ວ່າ: ມາຮອດເວລາ 16:30 ໂມງ ຂອງວັນທີ 18 ມີນາ 2020 ຢູ່ ສປປ ລາວ ມີຄົນທີ່ມີອາການຄ້າຍຄື ຫຼື ສົງໄສຕິດພະຍາດໂຄວິດ – 19 ທີ່ໄດ້ຮັບການກວດມີທັງໝົດ 92 ຄົນ. ໃນນີ້, 90 ຄົນຜົນກວດແມ່ນບໍ່ພົບເຊືຶ້ອ, ສ່ວນອີກ 2 ຄົນ ຍັງລໍຖ້າຜົນກວດ.