ອິຕາລີ ເລັ່ງບັນຈຸແພດ ພະຍາບານຈົບໃໝ່ ກູ້ວິກິດໂຄວິດ-19

120

ລັດຖະບານອິຕາລີ ອະນຸມັດການຈົບການສຶກສາໃຫ້ແກ່ນັກສຶກສາແພດ ແລະ ພະຍາບານ ປີສຸດທ້າຍ ໄວກວ່າກຳນົດ “ເປັນກໍລະນີພິເສດ” ແລະ ໃຫ້ເຂົາເຮັດວຽກປະຕິບັດຕົວຈິງທັນທີ ເພື່ອຊ່ວຍເຫຼືອປະຊາຊົນລະຫວ່າງວິກິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຣມ ປະເທດອິຕາລີ ເມື່ອວັນພຸດ ທີ 18 ມີນາ ວ່າ ກະຊວງສາທາລະນະສຸກອິຕາລີ ອອກຖະແຫຼງການ ເມື່ອວັນອັງຄານ ຜ່ານມາ ກ່ຽວກັບວິກິດການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ ພົບວ່າມີຜູ້ເສຍຊີວິດ 345 ຄົນ ເພິ່ມຈຳນວນຜູ້ເສຍຊີວິດສະສົມນັບແຕ່ທ້າຍເດືອນກຸມພາ ຜ່ານມາ ຢ່າງໜ້ອຍ 2.503 ຄົນ ເພິ່ມຂຶ້ນ 16%.

ດ້ານຜູ້ປ່ວຍສະສົມມີຢ່າງໜ້ອຍ 31.506 ຄົນ ເພິ່ມຂຶ້ນ 3.526 ຄົນ ຄິດເປັນ 12,6% ຂະນະທີ່ ຜູ້ປ່ວຍທີ່ປິ່ນປົວເຊົາແລ້ວ ມີຢ່າງໜ້ອຍ 2.941 ຄົນ ເພິ່ມຂຶ້ນ 192 ແຕ່ຜູ້ປ່ວຍໜັກ ຫຼື ຍັງມີອາການໂຄມາ ເພິ່ມຂຶ້ນອີກ 209 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ ລວມແລ້ວຢ່າງໜ້ອຍ 2.060 ຄົນ,

ຂະນະທີ່ ທ່ານກາເອຕາໂນ ມັນເຟຣດິ ລັດຖະມົນຕີກະຊວງອຸດົມສຶກສາຂອງອິຕາລີ ກ່າວວ່າ ໃນປີນີ້ທາງກະຊວງໄດ້ຜ່ອນຜັນ “ເປັນກໍລະນີພິເສດ” ໃຫ້ແກ່ນັກສຶກສາແພດປີສຸດທ້າຍ ໃຫ້ເລິ່ມເຝິກງານໄວຂຶ້ນກວ່າກຳນົດການປົກກະຕິປະມານ 8 – 9 ເດືອນ ແລະ ຍົກເລີກການສອບເສັງຈົບພາກ ໂດຍລັດຖະບານຈະສົ່ງນັກສຶກສາແພດທີ່ຈົບໃໝ່ໃນປີນີ້ ປະມານ 10.000 ຄົນ “ລົງພື້ນທີ່ ແລະ ຜະເຊີນກັບສະຖານະການຕົວຈິງ” ຢູ່ໂຮງໝໍທຸກແຫ່ງໃນປະເທດ ເພື່ອຊ່ວຍເຫຼືອຜູ້ຕິດເຊື້ອໄວຣັສໂຄວິດ-19.

ທັງນີ້, ວິກິດການດ້ານສາທາລະນະສຸກດັ່ງກ່າວ ສົ່ງຜົນໃຫ້ອິຕາລີຂາດແຄນບຸກຄະລາກອນດ້ານການແພດຢ່າງໜັກ ຈຶ່ງຈຳເປັນຕ້ອງໄດ້ກັບໄປຈ້າງແພດໝໍທີ່ບຳນານໄປແລ້ວ ໃຫ້ກັບມາເຮັດວຽກຊົ່ວຄາວອີກຄັ້ງ ດ້ານສະຖາບັນພະຍາບານຫຼາຍແຫ່ງໃນອິຕາລີ ໃຊ້ມາດຕະການດຽວກັນກັບກະຊວງອຸດົມສຶກສາໄປກ່ອນ ຄືການອະນຸມັດໃຫ້ຈົບການສຶກສາໃຫ້ແກ່ນັກສຶກສາພະຍາບານປີສຸດທ້າຍທັນທີ ແລ້ວສົ່ງທຸກຄົນລົງປະຕິບັດຕົວຈິງເພື່ອຊ່ວຍເຫຼືອປະຊາຊົນ.

ອີກປະການໜຶ່ງ, ນອກເໜືອຈາກງົບປະມານສຸກເສີນ ສຳລັບການຟື້ນຟູເສດຖະກິດ 25 ຕື້ເອີໂຣ (ປະມານ 244.000 ຕື້ກີບ), ອະດີດນາຍົກລັດຖະມົນຕີຊິລວິໂອ ແບລຸສໂກນີ ໄດ້ບໍລິຈາກເງິນອີກ 10 ລ້ານເອີໂຣ (ປະມານ 97 ຕື້ກີບ) ໃຫ້ລັດຖະບານປັດຈຸບັນອີກດ້ວຍ.