ລາວມີ 4 ສູນ ກວດວິເຄາະເຊື້ອໂຄວິດ – 19

222

ສປປ ລາວ ມີມາດຕະການເຝົ້າລະວັງຕໍ່ພະຍາດໂຄວິດ – 19 ຢ່າງໃກ້ຊິດ ໂດຍນໍາໃຊ້ເຄື່ອງອຸປະກອນກວດຕາມມາດຕະຖານສາກົນ ເຊິ່ງມີສູນກວດວິເຄາະພະຍາດໂຄວິດ – 19 ຈໍານວນ 4 ແຫ່ງໃນສູນກາງ, ຢູ່ພາກເໜືອມີ 2 ຫ້ອງ ແລະ ກຳລັງກະກຽມເປີດຫ້ອງກວດວິເຄາະຢູ່ພາກໃຕ້ອີກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນວັນທີ 16 ມີນາ 2020 ວ່າ: ປັດຈຸບັນການລະບາດຂອງພະຍາດໂຄວິດ – 19 ໄດ້ຂະຫຍາຍເປັນວົງກວ້າງທົ່ວໂລກ ເຖິງວ່າ ສປປ ລາວ ຍັງບໍ່ທັນພົບກໍລະນີຕິດເຊື້ອແຕ່ບັນດາປະເທດເພື່ອນບ້ານອ້ອມຂ້າງ ເຊັ່ນ: ໄທ, ຫວຽດນາມ ແລະ ກຳປູເຈຍ ໄດ້ພົບຜູ້ຕິດເຊື້ອເພີ່ມຂຶ້ນ ແລະ ມີການພົວພັນໄປ – ມາຫາສູ່ກັນໃນແຕ່ລະວັນ ເຊິ່ງມີຄວາມສ່ຽງສູງທີ່ຈະນໍາເຊື້ອເຂົ້າມາ.

ສະນັ້ນ, ລາວໄດ້ມີມາດຕະການເຝົ້າລະວັງຢ່າງເຂັ້ມງວດ ໂດຍມີເຄື່ອງກວດອຸນຫະພູມຢູ່ຕາມດ່ານຕ່າງໆທີ່ມີມາດຕະຖານດຽວກັນກັບສາກົນ ລວມເຖິງມີຫຼາຍແຂວງໄດ້ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີ ເພື່ອສະກັດກັ້ນພະຍາດດັ່ງກ່າວ.

ພ້ອມກັນນັ້ນ, ລາວຍັງມີສູນກວດວິເຄາະເຊື້ອພະຍາດໂຄວິດ – 19 ທີ່ມີມາດຕະຖານສາກົນ 4 ສູນ ທີ່ສາມາດວິເຄາະເຊື້ອໄດ້ຢ່າງຖືກຕ້ອງ ເຊັ່ນ: ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ ( ຫຼັກ 4 ຖະໜົນທ່າເດື່ອ ), ຫ້ອງວິເຄາະສະຖາບັນປັດສະເຕີລາວ, ຫ້ອງວິເຄາະ LOMWRU ໂຮງໝໍມະໂຫສົດ ແລະ ສູນວິໄຈພະຍາດຊຶມເຊື້ອເມລີເອີ. ນອກນັ້ນ, ຍັງມີຫ້ອງກວດວິເຄາະພະຍາດໂຄວິດ – 19 ປະຈໍາຢູ່ພາກເໜືອ 2 ຈຸດ ຄື: ແຂວງຫຼວງນໍ້າທາ ແລະ ແຂວງຫຼວງພະບາງ ລວມເຖິງກຳລັງກະກຽມເຄື່ອງອຸປະກອນການກວດວິເຄາະພະຍາດດັ່ງກ່າວ ເພື່ອສ້າງຫ້ອງກວດວິເຄາະຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ.

ສຳລັບທ່ານໃດທີ່ມີອາການໄຂ້ ແລະ ມີອາການທາງລະບົບຫາຍໃຈ ລວມເຖິງມີປະຫວັດເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດດັ່ງກ່າວ ສາມາດໄປກວດສຸຂະພາບຢູ່ຕາມໂຮງໝໍແຂວງ ແລະ ໂຮງໝໍສູນກາງ 4 ແຫ່ງ ຄື: ໂຮງໝໍມະໂຫສົດ, ໂຮງໝໍ 103, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍມິດຕະພາບ ໂດຍທີມແພດຈະສອບຖາມປະຫວັດ ແລະ ນໍາຕົວຢ່າງສົ່ງມາວິເຄາະຕາມນະໂຍບາຍຂອງລັດຖະບານ.

ນອກນັ້ນ, ທ່ານຍັງໄດ້ຢືນຢັນວ່າ: ບັນດາຂ່າວລືກ່ຽວກັບບັນຫາວ່າລາວມີຜູ້ຕິດເຊື້ອແມ່ນບໍ່ມີຄວາມຈິງ ໂດຍເປັນການບໍ່ຫວັງດີເພື່ອສ້າງຄວາມວຸ່ນວາຍ ເຊັ່ນ: ຂ່າວທີ່ວ່າກວດພົບຜູ້ຕິດເຊື້ອຢູ່ທ່າແຂກແລ້ວໂຕນໜີແມ່ນບໍ່ມີຄວາມຈິງ ເພາະທ່າແຂກ ຍັງບໍ່ມີເຄື່ອງກວດ, ຂ່າວວ່າພົບການລະບາດໜັກຢູ່ຊຽງຂວາງ ລົ້ນໂຮງໝໍ 200 ກວ່າຄົນ ແມ່ນບໍ່ມີຄວາມຈິງ ໂດຍຮູບພາບດັ່ງກ່າວແມ່ນພະຍາດອັກເສບຕັບເອ ແຕ່ປີ 2016 ແລະ ກໍລະນີຮືຮາຢູ່ຊັ່ງຈ່ຽງ ໃນວັນທີ 13 ມີນາ 2020 ແມ່ນຜູ້ກ່ຽວເປັນລົມ ແລະ ປັດຈຸບັນໄດ້ອອກໂຮງໝໍແລ້ວ.