ອິດຣິສ ເອລບາ ນັກສະແດງຮອລລີວູດ ຕິດເຊື້ອ ໂຄວິດ-19 ຂະນະທີ່ ທອມ ແຮງສ໌ ອອກຈາກໂຮງໝໍແລ້ວ

221

ອິດຣິສ ເອລບາ ນັກສະແດງຊາວອັງກິດທີ່ມີຊື່ສຽງ ກຳລັງປິ່ນປົວຈາກເຊື້ອໂຄວິດ-19 ເຊັ່ນດຽວກັບສາວໂອລກາ ຄູຣິເລນໂກ ຂະນະທີ່ ທອມ ແຮງສ໌ ແລະ ພັນລະຍາ ອອກຈາກໂຮງໝໍໃນອົດສະຕຣາລີ ກັບມາກັກຕົວຢູ່ເຮືອນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນອັງຄານ ທີ 17 ມີນາ ວ່າ ນັກສະແດງຊາວອັງກິດທີ່ມີຊື່ສຽງ ອິດຣິສ ເອລບາ ໄດ້ປະກາດຜ່ານບັນຊີສື່ສັງຄົມອອນໄລນ໌ສ່ວນຕົວ ເມື່ອວັນຈັນ ຜ່ານມາ ວ່າ ຕົນກຳລັງກັກຕົວເອງ “ຢູ່ໃນສະຖານທີ່ແຫ່ງໜຶ່ງ” ຫຼັງຈາກຜົນກວດສຸຂະພາບຂອງທາງການແພດໄດ້ຢືນຢັນວ່າ ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ອິດຣິສ ເອລບາ

ເອລບາ ກ່າວວ່າ ການຕິດເຊື້ອໄວຣັສໂຄວິດ-19 ເປັນເລື່ອງທີ່ຮ້າຍແຮງ ແຕ່ “ເຮັດໃຫ້ເພິ່ມການມີສະຕິ ແລະ ຈິງຈັງ” ໃນການຮັກສາຄວາມສະອາດ ໂດຍສະເພາະການລ້າງມື ແລະ ການຮັກສາໄລຍະຫ່າງທາງສັງຄົມເພື່ອປ້ອງກັນພະຍາດ ເນື່ອງຈາກຜູ້ປ່ວຍຈຳນວນບໍ່ໜ້ອຍທີ່ບໍ່ສະແດງອາການຊັດເຈນ ແຕ່ຍັງສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້ອີກ.

ໂອລກາ ຄູຣິເລນໂກ

ຂະນະດຽວກັນ, ສາວໂອລກາ ຄູຣິເລນໂກ  ນັກສະແດງ ແລະ ນາງແບບຊາວຝຣັ່ງເຊື້ອສາຍຢູເຄຣນ ເຊິ່ງເຄີຍຮັບບົດບາດນັກສະແດງນຳ ໃນຮູບເງົາ ເຈມສ໌ ບອນ “James Bond: Quantum of Solace” ກ່າວວ່າ ຕົນເອງກຳລັງກັກຕົວຢູ່ເຮືອນ ຫຼັງໄດ້ຮັບການຢືນຢັນຈາກໂຮງໝໍແລ້ວວ່າ ຕິດເຊື້ອໄວຣັສໂຄວິດ-19.

ທອມ ແຮງສ໌ ແລະ ພັນລະຍາ ຣິຕາ ວິລສັນ

ຂະນະທີ່ ນິດຕະຍະສານພີເພິລ “People” ໄດ້ລາຍງານໂດຍອ້າງແຫຼ່ງຂ່າວສາທາລະນະສຸກຂອງອົດສະຕຣາລີ ວ່າ ທອມ ແຮງສ໌ ນັກສະແດງຮອລລີວູດ ຊາວອາເມຣິກັນ ແລະ ພັນລະຍາ ນາງຣິຕາ ວິລສັນ ໄດ້ອອກຈາກໂຮງໝໍ ໃນລັດຄວິນແລນ ເພື່ອກັບໄປກັກຕົວຢູ່ເຮືອນພັກສ່ວນຕົວແລ້ວ ໂດຍທັງຄູ່ ໃຊ້ເວລາປິ່ນປົວຢູ່ໂຮງໝໍ 5 ວັນ ຫຼັງຈາກ ແຮງສ໌ ປະກາດຜ່ານບັນຊີສື່ສັງຄົມອອນໄລນ໌ ວ່າ ຕົນ ແລະ ພັນລະຍາຕິດເຊື້ອໄວຣັສໂຄວິດ-19 ເມື່ອວັນທີ 12 ມີນາ ຜ່ານມາ.