ສາວນ້ອຍຈາກປະເທດລາວ ໃນລາຍການ The Rapper 2020

99

ກາຍເປັນກະແສໂດ່ງດັງທີ່ສາວລາວນາມ AezyRed ກ້າພິສູດຄວາມສາມາດຂອງຕົນເອງໃນລາຍການ The Rapper 2020 ຂອງປະເທດໄທ ເຊິ່ງໄດ້ນໍາເອົາເພງ “ ເຈົ້າບໍ່ແມ່ນອາກາດ ” ຂອງ ຕ່າຍ ອາກາດ ມາແລັບແບບປະສົມປະສານຈົນລົງຕົວ ແລະ ໄດ້ຮັບຄໍາຊື່ນຊົມຈາກຄະນະກໍາມະການ.

ສຸດາ ເດດວົງສາ ຫຼື ເອ Aka AezyRed ( ນາມແລັບ ) ໃຫ້ສໍາພາດກັບທີມຂ່າວເສດຖະກິດ – ການຄ້າ ວ່າ: ປັດຈຸບັນອາໄສຢູ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ຜ່ານມາໄດ້ເຂົ້າຮ່ວມການປະກວດກ່ຽວກັບແລັບໃນລາຍການ Audio ນ້ອຍໆທັງລາວ ແລະ ໄທ, ສ່ວນເວທີໃຫຍ່ແມ່ນ Chypherlogy ( Rap is now ) ໄທ ເຊິ່ງສາມາດເຂົ້າຮອບ 32 ຄົນສຸດທ້າຍ.

ການທີ່ໄດ້ເຂົ້າຮ່ວມປະກວດໃນລາຍການ The Rapper 2020 ຂອງປະເທດໄທ ຕົນເອງຄິດວ່າມັນເປັນເວທີໃຫຍ່ທີ່ຄົນລາວສາມາດເຂົ້າຮ່ວມແຂ່ງຂັນໄດ້ ແລະ ເປັນ ເວທີທີ່ເປີດໂອກາດໃຫ້ຄົນທີ່ມັກໃນການແລັບໄດ້ສະແດງ ຄວາມສາມາດ ພ້ອມທັງເປັນການພິສູດຄວາມສາມາດຂອງຕົນເອງໃຫ້ຕ່າງຊາດຮູ້ວ່າແລັບລາວ ຄົນລາວກໍມີຄວາມສາມາດບໍ່ໜ້ອຍໜ້າຊາດໃດ.

ການໄດ້ຜ່ານເຂົ້າມາໃນຮອບນີ້ຕົນເອງຮູ້ສຶກດີໃຈຫຼາຍ ແລະ ຮູ້ສຶກວ່າເຮົາຕ້ອງເອົາແທ້ໆແລ້ວ ເພາະໂອກາດບໍ່ໄດ້ມີຕະຫຼອດ ເຊິ່ງໃນຮອບຕໍ່ໄປຕົນເອງໄດ້ກຽມພ້ອມຫຼາຍຢ່າງ ໂດຍສະເພາະແມ່ນເນື້ອຫາຄືຕ້ອງຕີໂຈດທີ່ເພິ່ນໃຫ້ມາໃຫ້ໄດ້ ຕ້ອງເຮັດໃຫ້ດີທີ່ສຸດເພື່ອຈະເອົາໄປແຂ່ງກັບລູກທີມອື່ນ. ສໍາລັບເວທີນີ້ແມ່ນໃຫ້ປະສົບການຫຼາຍຢ່າງໄດ້ທັງໝູ່ຄູ່, ມີຄົນຮູ້ຈັກຫຼາຍຂຶ້ນ ແລະ ໄດ້ເຜີຍແຜ່ແລັບລາວວ່າແລັບລາວກໍມີດີຄືກັນ.

ຝາກທຸກໆຄົນຕິດຕາມຮ່ວມເຊຍ ແລະ ໃຫ້ກຳລັງໃຈ ນ້ອງເອ ໃນລາຍການ The Rapper ທຸກກຳລັງໃຈແມ່ນເຮັດໃຫ້ມີຄວາມສຸກ ແລະ ເປັນແຮງຊຸກຍູ້ໃຫ້ກ້າວໄປຕໍ່ ໂດຍຈະເຮັດສຸດຄວາມສາມາດ ຫຼື ສາມາດຕິດຕາມຂໍ້ ມູນ – ຂ່າວສານໄດ້ທາງ FB: M’Souda Aeyy, IG: Aezy_red ແລະ ຊ່ອງ YouTube: Aezy red.

( ຮູບ: Aezy_red )