ແຕ່ງຕັ້ງ ທ່ານ ແສງລາຕີ ຫຼອມຍະເດດ ເປັນປະທານກວດກາພັກ – ລັດ ເມືອງທ່າແຕງ

191

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຄະນະຈັດຕັ້ງເມືອງ ແລະ ຄະນະກວດກາພັກ – ລັດເມືອງທ່າແຕງ ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 12 ມີນາຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມເພັດ ເອິດລັດດາ ເຈົ້າເມືອງທ່າແຕງ, ມີຫົວໜ້າຫ້ອງການ, ຮອງຫ້ອງການ ພ້ອມດ້ວຍພະນັກງານລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 56/ຈມ.ທຕ ລົງວັນທີ 11 ມີນາ 2020 ວ່າດ້ວຍການສັບປ່ຽນໜ້າທີ່ລະຫວ່າງຫົວໜ້າຄະນະຈັດຕັ້ງເມືອງ ແລະ ປະທານຄະນະກວດກາເມືອງ ໂດຍອີງຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ ສະບັບເລກທີ 74/ສພຊ ລົງວັນທີ 18 ທັນວາ 2015 ໃນພາກທີ 2 ໝວດທີ 3 ມາດຕາທີ 20 ວ່າດ້ວຍການຍົກຍ້າຍສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານລັດຖະກອນ.

ໃນນັ້ນ, ໄດ້ຍົກຍ້າຍ ທ່ານ ບຸນສວນ ບຸດບຸນມາ ກຳມະການປະຈຳພັກເມືອງ, ປະທານກວດກາພັກ – ລັດເມືອງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າຄະນະຈັດຕັ້ງເມືອງຜູ້ໃໝ່, ຍົກຍ້າຍ ທ່ານ ແສງລາຕີ ຫຼອມຍະເດດ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນປະທານກວດກາພັກ – ລັດເມືອງ. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ທ່ານ ຄໍາຫຼ້າ ສິງຫາລາດ ແລະ ທ່ານ ອິນປັນ ພັນທະວົງ ຮອງປະທານກວດກາພັກ – ລັດເມືອງຜູ້ເກົ່າ ໄປປະຈຳການຢູ່ຫ້ອງວ່າການເມືອງ, ຍົກຍ້າຍ ທ່ານ ພູເຂົາ ລາດສະບັນດິດ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ແລະ ທ່ານ ສາຍໂລຫິດ ໄຊຍະລາດ ຮອງຫົວໜ້າເຂດຈຸດສຸມພັດທະນາທີ 4 ມາດຳລົງຕຳແໜ່ງເປັນຮອງປະທານຄະນະກວດກາພັກ – ລັດເມືອງ.

ທັງນີ້, ກໍແມ່ນອີງໃສ່ຜົນສໍາເລັດການຮັບຮອງຂອງກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກເມືອງ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເພື່ອໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີປະສິດທິພາບຍິ່ງໆຂຶ້ນ.

( ໂດຍ: ລັດຕະນາ ຄຳສົມພູ )