ດິສນີ ປິດສວນສະໜຸກ ໃນຄາລີຟໍເນຍ ສ່ວນຮູບເງົາ ມູຫຼານ ຖືກເລື່ອນກຳນົດສາຍ

233

ດິສນີແລນ ໃນລັດຄາລິຟໍເນຍ ຈະປິດໃຫ້ບໍລິການຈົນໝົດເດືອນນີ້ ສ່ວນຮູບເງົາເລື່ອງມູຫຼານ “Mulan” ໄດ້ເລື່ອນກຳນົດສາຍອອກໄປກ່ອນ ເນື່ອງຈາກວິກິດການການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອສ ແອນເຈລິສ ສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 12 ມີນາ ວ່າ ບໍລິສັດ ວອລທ໌ ດິສນີ ໄດ້ອອກຖະແຫຼງການ ເມື່ອວັນພະຫັດ ຜ່ານມາ ວ່າ ເພື່ອໃຫ້ສອດຄ່ອງກັບມາດຕະການສຸກເສີນດ້ານສາທາລະນະສຸກ ທີ່ທ່ານກາວິນ ນິວຊອມ ຜູ້ວ່າການລັດຄາລິຟໍເນຍ ໄດ້ປະກາດ ເມື່ອອາທິດ ຜ່ານມາ ທາງດິສນີ ຂໍລະງັບການບໍລິການທັງໝົດ ຂອງດິສນິແລນ ຄາລິຟໍເນຍ ຕັ້ງແຕ່ວັນເສົາ ທີ 14 ເດືອນມີນາ ຈົນໝົດເດືອນດຽວກັນ “ເປັນຢ່າງໜ້ອຍ”.

ທັງນີ້ ລັດຄາລີຟໍເນຍ ມີຜູ້ປ່ວຍສະສົມຈາກເຊື້ອໄວຣັສໂຄວິດ-19 ຢ່າງໜ້ອຍ 157 ຄົນ ແລະ ເສຍຊີວິດແລ້ວ 4 ຄົນ ໜຶ່ງໃນນັ້ນເປັນຜູ້ໂດຍສານຈາກເຮືອສຳລານແກຣນ ພຣິນເຊສ “Grand Princess” ເຊິ່ງໄດ້ຮັບອະນຸຍາດໃຫ້ເຮືອທຽບທ່າ ໃນເຂດຫ່າງໄກ ຂອງເມືອງໂອກແກນ ໃນຄາລິຟໍເນຍ ເມື່ອຕົ້ນອາທິດນີ້ ໂດຍຜົນການກວດຫາພະຍາດເບື້ອງຕົ້ນຂອງຜູ້ໂດຍສານເທິງເຮືອ ເກືອບ 3.500 ຄົນ ພົບຜູ້ຕິດເຊື້ອໃໝ່ແລ້ວ 21 ຄົນ ເຊິ່ງເຈົ້າໜ້າທີ່ສາທາລະນະສຸກຂອງອາເມຣິກາ ກະຈາຍຜູ້ໂດຍສານຂອງເຮືອດັ່ງກ່າວໄປກັກຕົວຢູ່ບໍລິເວນຖານທັບ ສ່ວນລູກເຮືອປະມານ 1.100 ຄົນ ຖືກກັກຕົວຢູ່ເທິງເຮືອ.