ຕ້ອງສົ່ງເສີມການຜະລິດພາຍໃນທົດແທນການນຳເຂົ້າ

211

ໄລຍະຜ່ານມາຍັງມີຂໍ້ຈຳກັດບາງດ້ານທາງນະໂຍບາຍ ໂດຍສະເພາະແມ່ນນະໂຍບາຍທີ່ຕິດພັນກັບການຜະລິດພາຍໃນເຮັດໃຫ້ສິນຄ້າທີ່ຜະລິດຢູ່ພາຍໃນມີລາຄາທີ່ສູງກວ່າສິນຄ້ານຳເຂົ້າ. ດັ່ງນັ້ນ, ລັດຕ້ອງເອົາໃຈໃສ່ວາງນະໂຍບາຍໃນການສົ່ງເສີມການຜະລິດສິນຄ້າພາຍໃນ ແລະ ສ້າງຄວາມສາມາດໃນການແຂ່ງຂັນແກ່ຜູ້ຜະລິດ.

ທ່ານ ສັນຕິສຸກ ພູນສະຫວັດ ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມສຳມະນາວິຊາການຂອງກະຊວງ ວ່າ: ໄລຍະຜ່ານມາ ລັດໄດ້ເອົາໃຈໃສ່ໃນການສົ່ງເສີມການຄ້າ ເປັນຕົ້ນແມ່ນກຳແພງພາສີ, ການຫ້າມນໍາເຂົ້າ, ການກຳນົດປະລິມານການນຳເຂົ້າ, ການຍົກເວັ້ນພາສີວັດຖຸດິບທີ່ນຳເຂົ້າມາຜະລິດເປັນສິນຄ້າເພື່ອສົ່ງອອກ ລວມເຖິງການເຈລະຈາເປີດຕະຫຼາດສິນຄ້າກັບປະເທດຄູ່ຄ້າ, ການອຳນວຍຄວາມສະດວກທາງການຄ້າ ເພື່ອຫຼຸດຜ່ອນຂອດຂັ້ນການສົ່ງອອກ, ການຍົກເວັ້ນພາສີສົ່ງອອກບາງລາຍການ ແລະ ສົ່ງເສີມການເຂົ້າຮ່ວມເປັນຕ່ອງໂສ້ມູນຄ່າຂອງພາກພື້ນ ແລະ ສາກົນ.

ພ້ອມກັນນັ້ນ, ໄດ້ວາງນະໂຍບາຍຈູງໃຈການລົງທຶນ ເຊັ່ນ: ການຫຼຸດຜ່ອນອາກອນ ແລະ ອັດຕາພາສີນໍາເຂົ້າສິນຄ້າເປັນວັດຖຸດິບ, ການກຳນົດໃຫ້ນຳໃຊ້ວັດຖຸດິບພາຍໃນ, ການຖ່າຍທອດເຕັກໂນໂລຊີ, ການພັດທະນາສີມືແຮງງານ ແລະ ການຊ່ວຍໜູນດ້ານຄ່າຂົນສົ່ງເພື່ອສົ່ງອອກ.

ເຖິງຢ່າງໃດກໍຕາມ, ຍັງມີຂໍ້ຈຳກັດບາງດ້ານທາງນະໂຍບາຍ ແລະ ການລົງທຶນ ສະເພາະແມ່ນນະໂຍບາຍທີ່ຕິດພັນກັບການຜະລິດ ເພື່ອທົດແທນການນໍາເຂົ້າ ແນໃສ່ປົກປ້ອງການຜະລິດພາຍໃນ ແລະ ການຊ່ວຍໜູນຂອງລັດຖະບານຕາມຫຼັກການສາກົນ ຍັງມີຂໍ້ຈຳກັດໃນດ້ານພັນທະສັນຍາ ແລະ ສັນຍາເຂດການຄ້າເສລີໃນອາຊຽນ ແລະ ອາຊຽນບວກ, ການກຳນົດວັດຖຸດິບພາຍໃນຍັງບໍ່ທັນກວ້າງຂວາງພໍ ແລະ ອື່ນໆ. ອັນເຮັດໃຫ້ການນໍາເຂົ້າມີລາຄາແພງຂຶ້ນ ແລະ ເຮັດໃຫ້ເກີດຕົ້ນທຶນການຜະລິດທີ່ສູງຂຶ້ນ ເຊິ່ງນໍາໄປສູ່ປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ລວມເຖິງລາຄາສິນຄ້າຜະລິດພາຍໃນມີທ່າອ່ຽງສູງກວ່າລາຄານໍາເຂົ້າ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ຜະລິດຕະພັນພາຍໃນມີບົດບາດຂຶ້ນ ແລະ ທົດແທນການນຳເຂົ້າສິນຄ້າ, ລັດຕ້ອງເອົາໃຈໃສ່ໃນການວາງນະໂຍບາຍຜ່ານມາດຕະການປົກປ້ອງການຜະລິດພາຍໃນ ໂດຍດຳເນີນນະໂຍບາຍສົ່ງເສີມການຜະລິດພາຍໃນໄປຄວບຄູ່ກັບນະໂຍບາຍສົ່ງເສີມການລົງທຶນ, ນະໂຍບາຍອາກອນ, ນະໂຍບາຍແຮງງານ, ການສ້າງຄວາມສາມາດໃນການແຂ່ງຂັນຜ່ານການສົ່ງເສີມຜະລິດຕະພາບການຜະລິດ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດ ເພື່ອໃຫ້ເຫັນຜົນທາງປະຕິບັດ ພ້ອມທັງກຳນົດໄລຍະເວລາ ເພື່ອບໍ່ໃຫ້ຜູ້ຊົມໃຊ້ພາຍໃນຕ້ອງແບກຫາບພາລະຜົນກະທົບທາງລົບ.