ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມ ຂອງຜູ້ຕາງໜ້າອົງການຢູນີເຊັບປະຈຳລາວ

106

ວັນທີ 11 ມີນາ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ທ່ານ  ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າຂອງອົງການຢູນີເຊັບ ປະຈຳ ສປປ ລາວ.

ໂດຍໃນໂອກາດນີ້ ທ່ານ  ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ອົກຕາວຽນ ບີໂວນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດກ່ຽວກັບການຮ່ວມມືລະຫວ່າງ ສນຊ ແລະ ອົງການຢູ່ນີເຊັບ ແລະ ຂອບໃຈຕໍ່ການຊ່ວຍເຫຼືອຂອງອົງການຢູນີເຊັບຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານທີ່ຕິດພັນກັບການສົ່ງເສີມ ແລະ ການປົກປ້ອງເດັກນ້ອຍ, ເຮັດໃຫ້ເດັກນ້ອຍລາວໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ.

ທ່ານ ອົກຕາວຽນ ບີໂວນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ປະທານ ສນຊ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຜົນສຳເລັດການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ກັບອົງການຢູນີເຊັບ ໃນໄລຍະຜ່ານມາ ພ້ອມທັງກ່າວອຳລາໜ້າທີ່ ທີ່ທ່ານໄດ້ປະຈຳຢູ່ ສປປ ລາວ.

ທີ່ມາ: ກົມໂຄສະນາ-ອົບຮົມ ສນຊ