ຢຶດອາຊີບຕ່ຳຫູກສ້າງລາຍຮັບ 20 ລ້ານກີບຕໍ່ປີ

227

ບໍ່ວ່າຈະຢຶດຖືອາຊີບຫຍັງກໍແລ້ວແຕ່ ຖ້າຫາກມີຄວາມດຸໝັ່ນ, ຊື່ສັດ, ປະຢັດ ແລະ ອົດທົນ ກໍຈະມັກເຮັດໃຫ້ຜົນໄດ້ຮັບ ແລະ ສິ່ງຕອບແທນທີ່ດີຕາມມາ. ດັ່ງຄອບຄົວຂອງ ທ່ານ ນາງ ມະນີວັນ ອາຍຸ 41 ປີ ປະທານໜ່ວຍສະຫະພັນແມ່ຍິງ ບ້ານສີວິໄລ ເມືອງສາມັກຄີໄຊ ແຂວງອັດຕະປື ຄອບຄົວຕົວແບບທີ່ໄດ້ຮັບຮອງຢັ້ງຢືນການຜະລິດເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ.

ນາງ ມະນີວັນ ໃຫ້ຮູ້ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສາມັກຄີໄຊ ຄັ້ງທີ VI ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 4 ຄົນ ຍິງ 1 ຄົນ. ໃນນັ້ນ, ມີແຮງງານສົມບູນ 3 ຄົນ, ໄດ້ຢຶດຖືອາຊີບຕ່ຳຫູກເປັນຕົ້ນຕໍມາແຕ່ປີ 2002 ໂດຍໄດ້ນຳໃຊ້ທຶນຂອງຕົນເອງລົງທຶນເບື້ອງຕົ້ນພຽງແຕ່ 8 ແສນກີບ ຜົນໄດ້ຮັບໃນໄລຍະນັ້ນກໍພຽງແຕ່ໄດ້ໃຊ້ສອຍປະຈຳວັນໃນຄອບຄົວເທົ່ານັ້ນ, ການເປັນຢູ່ຂອງຄອບຄົວກໍຍັງຂາດເຂີນ.

ພາບປະກອບ

ມາຮອດ ປີ 2005 ຕົນເອງໄດ້ປຶກສາກັບຄອບຄົວ ແລະ ຕັດສິນໃຈກູ້ຢືມເງິນຈາກກອງທຶນບ້ານ, ບວກກັບຕົ້ນທຶນທີ່ໄດ້ສະສົມຜ່ານມາເພື່ອເພີ່ມການຜະລິດ ປ່ຽນຈາກການຕ່ຳຫູກແບບປະຖົມປະຖານມາເປັນການຜະລິດຫຼາຍຂຶ້ນກວ່າເກົ່າ, ແຕ່ກໍຍັງບໍ່ພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ມາຮອດປີ 2011 ໂດຍອີງໃສ່ແນວທາງນະໂຍບາຍຂອງພັກ – ລັດກໍຄືແຜນພັດທະນາເສດຖະ ກິດ – ສັງຄົມຂອງອົງຄະນະພັກເມືອງສາມັກຄີໄຊ ຄອບຄົວຂອງຕົນຈຶ່ງໄດ້ວາງແຜນເພື່ອພັດທະນາຄອບຄົວ ໂດຍເລັ່ງໃສ່ການຕ່ຳຫູກໃຫ້ເພີ່ມຂຶ້ນ ແລະ ນຳໃຊ້ແຮງງານເພີ່ມຂຶ້ນ ຈາກ 1 ຄົນ ມາເປັນ 2 ຄົນ.

ຈາກນັ້ນ, ຜົນຜະລິດກໍຫຼາຍຂຶ້ນ ແລະ ການຜະລິດນັບມື້ຫຼາຍກາຍເປັນສິນຄ້າ ເຊິ່ງຮູບແບບການຜະລິດເປັນປະເພດແພປູໂຕະ, ຜ້າບ່ຽງ, ກະຕ່ຽວ ແລະ ສິ້ນເຜົ່າຕະຫຼຽງ ຜົນຜະລິດສະເລ່ຍແລ້ວເດືອນໜຶ່ງຜະລິດໄດ້ 30 ຜືນ ຈຳໜ່າຍໃນລາຄາ 60.000 ກີບຕໍ່ໜຶ່ງຜືນ ສະເລ່ຍໝົດປີໄດ້ 20 ລ້ານກີບຕໍ່ປີ.

ພາບປະກອບ

ທ່ານ ນາງ ມະນີວັນ ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນການຕ່ຳຫູກຂອງຕົນ ໄດ້ຂະຫຍາຍເພີ່ມຂຶ້ນເລື້ອຍໆຍ້ອນວ່າຕົນເອງ ໄດ້ມີສາຂາຈຳໜ່າຍພາຍໃນ ແຂວງ ແລະ ຕ່າງແຂວງ. ຜົນໄດ້ຮັບຈາກການຢຶດຖືອາຊີບຫັດຖະກຳຕ່ຳຫູກ ແມ່ນເຮັດໃຫ້ຄອບຄົວມີລາຍຮັບເປັນປົກກະຕິ ແລະ ເພີ່ມຂຶ້ນເລື້ອຍໆ.

ພາບປະກອບເທົ່ານັ້ນ

ປັດຈຸບັນຄອບຄົວຂອງ ນາງ ມະນີວັນ ກໍໄດ້ຫຼຸດພົ້ນຈາກ ຄວາມທຸກຍາກ ແລະ ມີເຮືອນຢູ່ຖາວອນ 1 ຫຼັງ, ມີດິນທຳການປູກ – ການລ້ຽງຈຳນວນໜຶ່ງ, ມີລົດຈັກ 2 ຄັນ, ມີອຸປະກອນຮັບໃຊ້ໃນຄອບຄົວສະດວກຕໍ່ການດຳລົງຊີວິດປະຈຳວັນ ພ້ອມທັງສົ່ງເສີມລູກຮຽນ ແລະ ປະກອບສ່ວນພັນທະອື່ນໆ.