ປີຜ່ານມາ ລຮລ ມອບອາກອນເງິນປັນຜົນໃຫ້ລັດຖະບານ 5,26 ລ້ານໂດລາ

95

ປີຜ່ານມາ 2019 ລັດວິສາຫະກິດຖືຮຸ້ນລາວ ( ລຮລ ) ໄດ້ເອົາໃຈໃສ່ໃນການດໍາເນີນທຸລະກິດຢ່າງຕັ້ງໜ້າ, ສາມາດສ້າງລາຍຮັບໄດ້ທັງໝົດ 52,74 ລ້ານໂດລາສະຫະລັດ ຫຼື ປະມານ 439,69 ຕື້ກີບ ໄດ້ມອບອາກອນເງິນປັນຜົນ ແລະ ອາກອນອື່ນໆ ໃຫ້ລັດຖະບານ 5,26 ລ້ານໂດລາສະຫະລັດ.

ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ( ລຮລ ) ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2019 ແລະ ທິດທາງປະຈຳປີ 2020 ທີ່ຫໍປະຊຸມແຫ່ງຊາດ ( ຫຼັກ 6 ) ທ້າຍອາທິດຜ່ານມາ ວ່າ: ການຈັດຕັ້ງປະຕິບັດວຽກງານປີ 2019, ລຮລ ໄດ້ເອົາໃຈໃສ່ໃນການດໍາເນີນທຸລະກິດຂອງຕົນເອງຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ພ້ອມດຽວກັນນີ້, ລຮລ ໄດ້ສືບຕໍ່ສຸມໃສ່ການປະຕິບັດວຽກງານໃນບັນດາໂຄງການທີ່ເຂົ້າຮ່ວມຖືຫຸ້ນ ແລະ ວຽກງານຕ່າງໆຕາມພາລະບົດບາດຂອງຕົນ ເຊັ່ນ: ຕິດຕາມການດໍາເນີນການຜະລິດ, ການກໍ່ສ້າງ, ໂຄງການ, ການຄຸ້ມຄອງບໍາລຸງຮັກສາ ແລະ ການບໍລິຫານໂຄງການຮ່ວມກັບບັນດາຂາຫຸ້ນຕ່າງປະເທດ, ການບໍລິຫານສັນຍາ, ການບໍລິຫານເງິນກູ້ ເພື່ອປະກອບເປັນທຶນຫຸ້ນຂອງຕົນ, ການຕິດຕາມລາຍຮັບເງິນປັນຜົນ, ການດໍາເນີນທຸລະກິດຂາຍຂີ້ເຖົ່າລອຍໃນໂຄງການໄຟຟ້າຄວາມຮ້ອນຫົງສາ, ການບໍລິຫານລາຍຮັບ – ລາຍຈ່າຍ, ການມອບພັນທະຕ່າງໆ ລວມທັງການຊໍາລະຕົ້ນທຶນ ແລະ ດອກເບ້ຍຕາມສັນຍາກູ້ຢືມຕໍ່ຈາກ ກະຊວງການເງິນ ຢ່າງຄົບຖ້ວນ ແລະ ທັນເວລາ.

ໃນປີ 2019 ລຮລ ມີລາຍຮັບ 52,74 ລ້ານໂດລາສະຫະລັດ ຫຼື ປະມານ 439,69 ຕື້ກີບ. ໃນນັ້ນ,ໄດ້ຈາກເງິນປັນຜົນໂຄງການໄຟຟ້ານໍ້າເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ການຂາຍຂີ້ເຖົ່າລອຍ ແລະ ການສະໜອງບຸກຄະລາກອນໃຫ້ບໍລິສັດໂຄງການທີ່ ລຮລ ຮ່ວມຖືຫຸ້ນ; ລຮລ ມີຜົນກໍາໄລ 17,15 ລ້ານໂດລາສະຫະລັດ ຫຼື ປະມານ 152,16 ຕື້ກີບ ເພີ່ມຂຶ້ນເກືອບ 98% ທຽບໃສ່ປີ 2018. ລຮລ ໄດ້ປະຕິບັດພັນທະຕາມລະບຽບກົດໝາຍ ແລະ ໄດ້ມອບອາກອນເງິນປັນຜົນ ແລະ ອາກອນອື່ນໆ ໃຫ້ລັດຖະບານ 5,26 ລ້ານໂດລາສະຫະລັດ.

ທ່ານຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ໃຫ້ຮູ້ວ່າ: ການຜະລິດໄຟຟ້າໃນໂຄງການໄຟຟ້ານໍ້າເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ ແລະ ໂຄງການອື່ນໆ ເຖິງວ່າໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ, ແຕ່ກໍສາມາດປະຕິບັດໄດ້ໃກ້ຄຽງກັບແຜນການທີ່ວາງໄວ້ ເຊັ່ນ: ໂຄງການໄຟຟ້ານໍ້າງຽບ 1 ແລະ ໂຄງການໄຟຟ້າເຊປຽນ – ເຊນ້ຳນ້ອຍສາມາດບັນລຸມື້ຜະລິດໄຟຟ້າຂາຍ ( COD ) ຢ່າງເປັນທາງການ ໃນວັນທີ 6 ກັນຍາ 2019 ແລະ ວັນທີ 6 ທັນວາ 2019 ຕາມລໍາດັບ. ສ່ວນການຈໍາໜ່າຍຂີ້ເຖົ່າລອຍຂາຍໄດ້ 351.464 ໂຕນ ມີມູນຄ່າ 1,47 ລ້ານໂດລາສະຫະລັດ. ທັງນີ້, ຍ້ອນໄດ້ຮັບ ຄວາມເຊື່ອໝັ້ນຈາກຂາຫຸ້ນຕ່າງປະເທດ, ສະຖາບັນການເງິນສາກົນ, ທະນາຄານຜູ້ສະໜອງທຶນເປັນຢ່າງດີ.

ສໍາລັບທິດທາງແຜນການປີ 2020 ລຮລ ຈະສືບຕໍ່ປະຕິບັດວຽກງານຕາມແຜນການທີ່ວາງໄວ້, ສຶກສາຄວາມເປັນໄປໄດ້ ເພື່ອເຂົ້າຮ່ວມລົງທຶນໃນໂຄງການໃໝ່ຕາມການມອບໝາຍຂອງລັດຖະບານ, ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ບໍລິຫານລາຍຮັບ – ລາຍຈ່າຍຢ່າງມີປະສິດທິຜົນ ແລະ ຄວາມໂປ່ງໃສ ໂດຍມີການກວດສອບຈາກບໍລິສັດພາຍນອກ ແລະ ການຕິດຕາມກວດກາບົດລາຍງານການເງິນຈາກອົງການກວດສອບແຫ່ງລັດ ແລະ ຜູ້ສະໜອງທຶນໃຫ້ແກ່ ລຮລ ແຕ່ລະປີ.

[ ຂ່າວ: ກະຊວງການເງິນ ]