MVT13 ກະຕ່າຍ ທິບພາພອນ ວິໄລສຸກ ສາວງາມບ້ານດ່ານຊ້າງ ຫາປະສົບການໃນເວທີປະກວດ

115

ໜຶ່ງສາວໃນເວທີປະກວດ ນາງສາວນະຄອນຫຼວງ 2020, MVT13 ກະຕ່າຍ ທິບພາພອນ ວິໄລສຸກ ປັດຈຸບັນອາຍຸ 20 ປີ, ສຶກສາຢູ່ທີ່ສະຖາບັນການທະນາຄານ ສາຍການເງິນ-ບັນຊີ,

.

ກະຕ່າຍ ບອກວ່າ: ເຫດຜົນທີ່ເລືອກມາປະກວດເວທີນີ້ຍ້ອນວ່າ ຢາກຊອກຮຽນຮູ້ແລະເກັບກ່ຽວຫາປະສົບການໃໝ່ໆ ເພື່ອເສິມສ້າງບຸກຄະລິກະພາບໃຫ້ແກ່ຕົນເອງ, ຜົນງານດ້ານການບັນເທີງຜ່ານມາຍັງບໍ່ທັນມີເທື່ອ

ເປົ້າໝາຍໃນອະນາຄົດຄືຢາກມີວຽກເຮັດງານທຳທີ່ດີສາມາດເບິ່ງແຍງພໍ່ແມ່,ເປັນທີ່ເພິ່ງໃຫ້ແກ່ອ້າຍເອື້ອຍນ້ອງແລະຢາກສ້າງສາພັດທະນາບ້ານເມືອງເຮົາໃຫ້ມີຄວາມກ້າວໜ້າທຽບເທົ່າສາກົນໄດ້,

ນ້ອງຄາດຫວັງກັບເວທີນີ້ກໍຄື ຢາກເປັນສ່ວນໜຶ່ງໃນການເຜີຍແຜ່ວັດທະນາທຳຮີດຄອງປະເພນີຂອງລາວໃຫ້ແກ່ຕ່າງປະເທດໄດ້ຮູ້ເຖິງຂະນົບທຳນຽມວິຖີຊີວິດຂອງລາວເຮົາ.

ຄວາມສາມາດພິເສດຂອງນ້ອງຄື ການຟ້ອນ ການລຳ ທີ່ບົ່ງບອກເຖິງເອກະລັກຄວາມເປັນລາວ ເພື່ອທີ່ຈະໂຊອອກມາໃຫ້ແຂກຕ່າງປະເທດໄດ້ຮັບຮູ້

ເວທີນີ້ໄດ້ໃຫ້ຄວາມຮູ້ໃໝ່ໆກັບນ້ອງຫລາຍບໍ່ວ່າຈະເປັນການວາງໂຕ ກິລິຍາມາລະຍາດຂອງແມ່ຍິງລາວ ການມີໄມຕີຈິດຕໍ່ໝູ່ເພື່ອນ ການເອື້ອເຟື້ອເພື່ອແຜ່ ການເສຍສະຫລະແລະອີກຫລາຍໆຢ່າງທີ່ໄດ້ຈາກກອງປະກວດນາງສາວນະຄອນຫລວງນີ້ ນ້ອງຄິດວ່ານ້ອງຈະນຳໄປພັດທະນາຕົນເອງແລະພັດທະນາໝູ່ເພື່ອນເພື່ອໃຫ້ປະເພນີອັນດີງາມຂອງຊາດລາວບໍ່ສູນໄປ

ເຄັດລັບໃນການຮັກສາສຸຂະພາບຂອງນ້ອງແມ່ນ ພັກຜ່ອນໃຫ້ພຽງພໍ ອອກກຳລັງສະໝໍ່າສະເໝີ ດື່ມນໍ້າຢ່າງໜ້ອຍມື້ລະ 8 ແກ້ວ ກິນອາຫານທີ່ມີປະໂຫຍດ.

.

ເວລາຫວ່າງແມ່ນມັກອອກໄປເກັບກ່ຽວຫາປະສົບການໃໝ່ໆ ຊອກຮູ້ຮຳ່ຮຽນສິ່ງທີ່ເຮົາສົນໃຈ ແລະ ເປັນປະໂຫຍດ,

ຜູ້ຊາຍໃນສະເປັກຕ້ອງເປັນຄົນທີ່ມີຄວາມເປັນຜູ້ນຳ ມີຄວາມຮັບຜິດຊອບ ສະເໝີຕົ້ນສະເໝີປາຍ ເປັນຄົນເບິ່ງແຍງຕົນເອງແລະຄົນອອ້ມຂ້າງ
ບ້ານຢູ່ປັດຈຸບັນ ບ້ານດ່ານຊ້າງ ເມືອງໄຊທານີ ມີນ້ອງຊາຍໜຶ່ງຄົນ ນ້ອງເປັນລູກສາວກົກ.