ສະໂມສອນLao all star ທາບທາມ ອາລີ້ Mr International Laos 2019 ເຂົ້າຮ່ວມສະໂມສອນ

186

ເພີ່ມສະເໜ່ໃນວົງການກິລາ ດຶງດູດສາວໆ ເມື່ອສະໂມສອນLao all star ກຳລັງທາບທາມດຶງໂຕ ອາລີ້ Mr International Laos 2019 ເຂົ້າຮ່ວມສະໂມສອນ Lao all star ໃນລະດູການ 2020ນີ້.

.

ລໍຖ້າຕິດຕາມໄປພ້ອມໆກັນກັບບົດບາດໜຸ່ມຫ່ນັກກິລາ ອາລີ້ ທະນູພົນ ໄຊຖາວອນ  Mr International Laos 2019 ໜຶ່ງໜຸ່ມທີ່ບໍ່ທໍາມະດາ ອາດີດນັກສຶກສາ ສາຂາບໍລິຫານທຸລະກິດສາກົນ ທີ່ຈົບມາຈາກ ສສ ຫວຽດນາມ ອາຍຸ 25 ປີ

ປັດຈຸບັນຢູ່ບ້ານ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,

ຜ່ານມາເຄີຍເດີນແບບງານ Vientaine wow magazine 2019 ມາ ເພາະມັກຮັກໃນການເປັນນາຍແບບ, ມັກໃນວົງການບັນເທີງ ຈຶ່ງມັກຟິດຫຸ່ນ ດູແລສຸຂະພາບໃຫ້ດີສະເໜີ ໂດຍການອອກກຳລັງກາຍ ພັກຜ່ອນໃຫ້ເປັນເວລາ ແລະ ການກີນອາຫານໃຫ້ຄົບ 5 ໝູ່.

ສໍາລັບເວລາຫວ່າງຂອງ ອາລີ້ ສ່ວນໃຫຍ່ກໍຈະຫຼິ້ນກິລາ, ຫຼີນgym, ເຕະບານ, ແລ່ນ ແລະ ຮ້ອງເພງ….. ສາວໆທີ່ມັກຮັກ ອາລີ້ ມັກຄົນນິໃສດີ, ເຂົ້າກັນໄດ້ງ່າຍ, ເປັນຄົນ friendly ມະນຸດສໍາພັນດີ (ແບບແອັດມິນວ່າຊັ້ນ 55)

ອາລີ້ ເປັນລູກຊາຍຫຼ້າ ມີອ້າຍ 2 ຄົນ ແລະ ເປົ້າໝາຍໃນອະນາຄົດທາງດ້ານການບັນເທິງນ້ອງຄິດໄວ້ວ່າຢາກເປັນດາວດວງໜຶ່ງເພື່ອປະດັບສີສັນທາງດ້ານບັນເທີງ.

ແລະໄວໆນີ້ຖ້າຕິດຕາມໃຫ້ກໍາລັງໃຈໜຸ່ມອາລີ້ໄດ້ໃນການປະກວດຄືເປັນຕົວແທນໜຸ່ມລາວໃນເວທີ Mr International 2020 ສ່ວນລາຍລະອຽດດຽວແຈ້ງຕື່ມ…

.

.