ປີ 2019 ເສດຖະກິດແຂວງວຽງຈັນ ຂະຫຍາຍຕົວ 7,8%

295

ເສດຖະກິດແຂວງວຽງຈັນ ປີ 2019 ຂະຫຍາຍຕົວ 7,88% ເທົ່າກັບ 96% ຂອງແຜນການ, ຂະນະທີ່ໂຄງປະກອບດ້ານເສດຖະກິດ ຂະແໜງບໍລິການ ກວມເອົາ 34,03%, ຂະແໜງອຸດສາຫະກໍາ ກວມເອົາ 33,71% ແລະ ຂະແໜງກະສິກໍາ ກວມເອົາ 32,26%; ສ່ວນການເກັບລາຍຮັບປະຕິບັດໄດ້ 120,57% ຂອງແຜນການ.

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໃຫ້ສຳພາດຕໍ່ທີມຂ່າວ ເສດຖະກິດ – ການຄ້າ ເມື່ອບໍ່ດົນນີ້ວ່າ: ສະພາບການແຜນພັດທະນາເສດຖະກິດ – ສັງຄົມ ປີ 2019 ທີ່ຜ່ານມາເຫັນວ່າຢູ່ໃນທ່າມກາງບັນຍາກາດທີ່ມີຄວາມສະດວກ ແລະ ມີຫຼາຍປັດໄຈທີ່ເປັນສິ່ງເອື້ອອໍານວຍໃຫ້ແກ່ການພັດທະນາແຂວງພວກເຮົາດີພໍສົມຄວນ, ບາງດ້ານເສດຖະກິດກໍສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປະຕິບັດບັນດາຄາດໝາຍຕ່າງໆ ສ່ວນຫຼາຍແມ່ນບັນລຸຕາມແຜນການທີ່ວາງໄວ້ ສະແດງອອກອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງແຂວງວຽງຈັນ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7,88%( ແຜນການ 8,2% ), ສ້າງມູນຄ່າເພີ່ມໄດ້ 7.691 ຕື້ກີບ, ສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 16,68 ລ້ານກີບ ຫຼື 1.882 ໂດລາ ເທົ່າກັບ 93,35% ( ແຜນການ 2.061 ໂດລາ ).

ສ່ວນໂຄງປະກອບດ້ານເສດຖະກິດມີການປ່ຽນແປງຕາມທິດຫັນເປັນອຸດສາ ຫະກໍາ ແລະ ການບໍລິການ ດັ່ງນີ້: ຂະແໜງກະສິກໍາເພີ່ມຂຶ້ນ 3,01% ປະຕິບັດໄດ້ 75,25% ຂອງແຜນການ 4% ກວມເອົາ 32,26% ຂອງ GDP. ສາເຫດທີ່ພາໃຫ້ຫຼຸດແມ່ນຍ້ອນຜົນກະທົບຈາກໄພພິບັດນໍ້າຖ້ວມໃນປີ 2018, ໄພແຫ້ງແລ້ງຍັງເກີດຂຶ້ນບາງເມືອງ ແລະ ຝູງບົ້ງລະບາດໃນປີ 2019.
ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 11,25% ປະຕິບັດໄດ້ 100,45% ຂອງແຜນການ 11,2% ກວມເອົາ 33,71% ຂອງ GDP ສາເຫດທີ່ພາໃຫ້ເພີ່ມຂຶ້ນຕົ້ນຕໍແມ່ນການຜະລິດອຸດສາຫະກໍາປຸງແຕ່ງອາຫານ – ເຄື່ອງດື່ມ, ການຂຸດຄົ້ນແຮ່ບາຣິດ, ແຮ່ຄໍາ ແລະ ການຜະລິດພະລັງງານ.

ຂະແໜງບໍລິການເພີ່ມຂຶ້ນ 10,9% ປະຕິບັດໄດ້ 85,83% ຂອງແຜນການ 12,7% ກວມເອົາ 34,03% ຂອງ GDP ສາເຫດທີ່ພາໃຫ້ຫຼຸດແມ່ນຍ້ອນການຂາຍ ຍົກ – ຂາຍຍ່ອຍຫຼຸດລົງ.

ນອກຈາກນີ້, ການປະຕິບັດຄາດໝາຍດ້ານເສດຖະກິດ ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 232,90 ຕື້ກີບ ເທົ່າກັບ 120,57% ຂອງແຜນການ ແລະ ລາຍຈ່າຍໄດ້ 555 ຕື້ກີບ ເທົ່າກັບ 94,35% ຂອງແຜນການ.

ດ້ານມູນຄ່າສິນຄ້າສົ່ງອອກໄປຕ່າງປະເທດ ປະຕິບັດໄດ້ 15,32 ລ້ານໂດລາ ເທົ່າກັບ 78,58% ຂອງແຜນການ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 124,54%, ມູນ ຄ່າສິນຄ້ານໍາເຂົ້າທັງໝົດ 46,01 ລ້ານໂດລາ ເທົ່າກັບ 376,59% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 103,92%.

ລວມຍອດຜະລິດຕະພັນຂະແໜງພະລັງງານ – ບໍ່ແຮ່ ປະຕິບັດໄດ້ 986,69 ຕື້ກີບ ເທົ່າກັບ 105,90% ຂອງແຜນການ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 22%. ໃນນັ້ນ, ອຸດສາຫະກໍາພະລັງງານໄດ້ 789,91 ຕື້ກີບ ແລະ ອຸດສາຫະກໍາຂຸດຄົ້ນແຮ່ທາດປະຕິບັດໄດ້ 196,78 ຕື້ກີບ.