ວິທະຍາໄລໄຊສົມບັດເຕັກໂນໂລຊີ ອົບຮົມ – ຫັດແອບ ປກສ – ປກຊ

180

ພະແນກການທະຫານທ້ອງຖິ່ນກອງບັນຊາການທະຫານ ແຂວງສະຫວັນນະເຂດ ສົມທົບກັບຄະນະຄູ – ອາຈານ, ນັກສຶກສາວິທະຍາໄລໄຊສົມບັດເຕັກໂນໂລຊີ ໄດ້ຈັດການອົບຮົມ – ຫັດແອບວິຊາປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃນຕົ້ນເດືອນກຸມພາ ເປັນເວລາ 15 ວັນເຕັມ ເຊິ່ງມີບັນດາຄູ – ອາຈານ, ນັກສຶກສາພາຍໃນວິທະຍາໄລເຂົ້າຫັດແອບທັງໝົດ ເກືອບ 500 ຄົນ.

ທ່ານ ຄໍາເພັດ ໄຊຍະສີຍາ ຫົວໜ້າພະແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງສະຫວັນນະເຂດ ເປີດເຜີຍວ່າ: ໃນການອົບຮົມຄັ້ງນີ້ແມ່ນເນັ້ນໃຫ້ຮູ້ຄວາມສໍາຄັນຂອງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ. ໃນນັ້ນ, ໄດ້ຮຽນພາກລະບຽບຂອງການທະຫານ ເຊັ່ນ: ລະບຽບຮູບແຖວບຸກຄົນມືເປົ່າ ແລະ ເຄື່ອນທີ່ 20 ຈັງຫວະ, ລະບຽບຮູບແຖວບຸກຄົນມີປືນປະຈໍາ ແລະ ເຄື່ອນທີ່ 8 ຈັງຫວະ.

ພາກສິລະປະຍຸດແມ່ນຮຽນຮູ້ສະມັດຖະພາບຂອງການປະກອບສ້າງຂອງປືນອາກາ ແລະ ເຊກາເຊ, ຮຽນຮູ້ພື້ນຖານຂອງລະເບີດ ແລະ ທ່າຍິງປືນ 4 ທ່າ. ນອກຈາກນີ້, ຍັງໄດ້ຮຽນຮູ້ບາງທິດສະດີພື້ນຖານຂອງການຍິງປືນ, ການສາກປືນ. ສ່ວນພາກຍຸດທະວິທີແມ່ນການຈັ້ງພື້ນຖານໃນເວລາມີການສູ້ຮົບ.

ຈາກການຝຶກອົບຮົມເຫັນວ່າຜູ້ເຂົ້າອົບຮົມມີຄວາມຮັບຮູ້ເຂົ້າໃຈດີພໍສົມຄວນ ແລະ ສາມາດປະຕິບັດຕົວຈິງໃນເວລາເປີດຂະບວນການຫັດແອບຕົວຈິງ ເຊິ່ງເຫັນໄດ້ວ່າການຮຽນມີ: ພາກການເມືອງ ປະຕິບັດໄດ້ 80%; ພາກລະບຽບຮູບແຖວ ປະຕິບັດໄດ້ 80% ແລະ ພາກການທະຫານ, ພາກສິລະປະຍຸດ ປະຕິບັດໄດ້ 90% ແລະ ພາກຍຸດທະວິທີປະຕິບັດໄດ້ 90% ສ່ວນການຍິງລູກປືນແທ້ເຫັນວ່າສ່ວນຫຼາຍແມ່ນກໍາໄດ້ບົດຮຽນ ແລະ ຜ່ານຈັງຫວະຍິງລູກປືນແທ້ ຜົນໄດ້ຮັບ 50% ຂອງຈໍານວນນັກສຶກສາເຂົ້າຮ່ວມຮຽນວິຊາການທະຫານ.