ປ່ຽນລົດຊາດໃໝ່ດ້ວຍຍຳເຕົ້າຮູ້

142

ຫຼາຍຄົນຖ້າຄິດຫາລາຍການອາຫານທີ່ປຸງແຕ່ງຈາກເຕົ້າຮູ້ ສ່ວນໃຫຍ່ແມ່ນຈະເປັນປະເພດແກງ ຫຼື ຂົ້ວ ແຕ່ມື້ນີ້ຈະນໍາມາຍໍາເພື່ອໃຫ້ໄດ້ລົດຊາດທີ່ແຕກຕ່າງຈາກອາຫານລົດຊາດເກົ່າໆ ແຕ່ປະໂຫຍດທີ່ໄດ້ຮັບກໍຍັງຄົບຖ້ວນຄືເກົ່າ.

ສ່ວນປະສົມ:

1 ເຕົ້າຮູ້ ( ຊອຍເປັນຕ່ອນຕາມໃຈມັກ ) 200 ກຣາມ.

2 ຂີງອ່ອນ ( ຊອຍເສັ້ນນ້ອຍບາງໆ ) 1 ບ່ວງແກງ.

3 ຫົວຜັກບົ່ວແດງ ( ຊອຍບາງໆ ) 2 ບ່ວງແກງ.

4 ໃບຂີ້ຫູດ ( ຊອຍເສັ້ນນ້ອຍບາງໆ ) 1 ບ່ວງແກງ.

5 ຫົວສີໄຄ ( ຊອຍບາງໆ ) 1/4 ຖ້ວຍນ້ອຍ.

6 ຫົວກະຣົດ ( ຂູດເປັນເສັ້ນ ) 1/2 ຖ້ວຍນ້ອຍ.

7 ຜັກຫອມເປຊອຍ 2 ຕົ້ນ.

8 ຜັກຫອມປ້ອມເດັດໃບ    1/4 ຖ້ວຍນ້ອຍ.

9 ໝາກເຜັດຊອຍ 1 ບ່ວງແກງ.

10 ແກ່ນໝາກມ່ວງຫິມະພານຈືນກອບ 2 ບ່ວງແກງ.

ສ່ວນປະສົມນ້ຳຍຳ:

1 ນ້ຳຕານ 2 ບ່ວງແກງ.

2 ນ້ຳໝາກຂາມປຽກຕົ້ມສຸກ 3 ບ່ວງແກງ.

3 ນ້ຳປາ 2 ບ່ວງແກງ.

4 ນ້ຳໝາກນາວ 2 ບ່ວງແກງ.

ວິທີປຸງແຕ່ງ:

ປະສົມນ້ຳຍຳກ່ອນໂດຍເອົານ້ຳຕານ, ນ້ຳປາ ແລະ ນ້ຳໝາກຂາມປະສົມໃຫ້ເຂົ້າກັນດີ ຈຶ່ງໃສ່ນ້ຳໝາກນາວຊີມລົດຕາມໃຈມັກ. ຈາກນັ້ນ, ກໍເອົາສ່ວນປະສົມທີ່ກຽມໄວ້ໃສ່ຊາມ ( ຍົກເວັ້ນຜັກຫອມປ້ອມ ) ເອົານ້ຳຍຳທີ່ປຸງສຳເລັດລົງຄ່ອຍໆຄົນໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກ ແລະ ໂຮຍໜ້າດ້ວຍຜັກຫອມປ້ອມຕັກໃສ່ຈານພ້ອມເສີບ.

ຂໍ້ແນະນຳ: ສຳລັບເຕົ້າຮູ້ຈະໃຊ້ເປັນຊະນິດໃດກໍໄດ້ແລ້ວແຕ່ມັກ ແລະ ຖ້າບໍ່ມັກແບບຈືນກໍນຳເຕົ້າຮູ້ມາລວກ ຫຼື ຕົ້ມແທນກໍໄດ້.

( ຂໍ້ມູນຈາກ: nlove-cooking.com )

[ ຮຽບຮຽງ: ນຸ້ມນິ້ມ ]