ຈີນກັບແຜນສ້າງເມືອງທັນສະໄໝຮອງຮັບການຂະຫຍາຍຕົວ

72

ຈາກການແຜນການສ້ງເຂດເສດຖະກິດພິເສດແຫ່ງທໍາອິດຂອງຈີນທີ່ເລີ່ມຂຶ້ນເມື່ອຫຼາຍທົດສະວັດກ່ອນເພື່ອເປີດຮັບການລົງທຶນຂອງຕ່າງປະເທດ,ຈາກເມືອງເຂດຫ່າງໄກສອກຫຼີກທີ່ງຽບເຫງົາກາຍເປັນສະຖານທີ່ຕັ້ງຂອງໂຮງງານ ແລະ ຮ້ານຄ້າຂອງເອກະຊົນຈົນຕໍ່ມາກາຍເປັນເມືອງຢ່າງເຕັມຕົວເຊັ່ນ ເສິນເຈິ້ນ ແລະ ເມືອງອີກຫຼາຍແຫ່ງຖືເປັນຕົ້ນແບບຢ່າງດີໃນການພັດທະນາເມືອງຂອງຈີນ.

ໂດຍສະເພາະ ເສິນເຈິ້ນໃນຕອນນີ້ມີປະຊາກອນ12ລ້ານຄົນເປັນໜຶ່ງໃນເມືອງທີ່ໃຫຍ່ທີ່ສຸດບໍລິເວນສາມຫຼ່ຽມປາກແມ່ນໍ້າຈູຈຽງຫຼືແມ່ນໍ້າເພິນ,ເສິນເຈິ້ນພັດທະນາກາຍເປັນເມືອງແຫ່ງໂລກອະນາຄົດພາຍໃນເວລາພຽງ30ປີ.

ປັດຈຸບັນປະຊາກອນຈີນທີ່ອາໄສຢູ່ໃນເມືອງຫຼາຍກວ່າ58%ຂອງປະຊາກອນທັງໝົດເພີ່ມຂຶ້ນຈາກ18%ໃນປີ1980 ແລະ ຄາດຄະເນວ່າໃນປີ2050ປະຊາກອນຈີນທີ່ອາໄສຢູ່ໃນຕົວເມືອງຈະເພີ່ມຂຶ້ນອີກ292ລ້ານຄົນ.

ລັດຖະບານຈີນລາຍງານວ່າ:ຈີນມີເມືອງຢູ່ທັງໝົດ662ແຫ່ງ,ໃນຈໍານວນນີ້ກວ່າ160ເມືອງມີປະຊາກອນຫຼາຍກວ່າ1ລ້ານຄົນຂຶ້ນໄປ.

ທັງນີ້ຈີນສ້າງເມືອງໃໝ່ຫຼາຍແຫ່ງໃນອັດຕາທີ່ວ່ອງໄວຫຼາຍໂດຍລັດຖະບານຈີນມີແຜນການສ້າງເມືອງຂະໜາດໃຫຍ່19ແຫ່ງ ແລະ ສຸດຍອດເມືອງແຫ່ງທໍາອິດຂອງໂລກທີ່ມີປະຊາຊົນອາໄສຢູ່ຫຼາຍກວ່າ40ລ້ານຄົນ.

ການພັດທະນາເມືອງໃຫຍ່ລະດັບໂລກຂະໜາດນີ້ຈໍາເປັນຕ້ອງຄໍານຶງເຖິງປະສິດທິພາບຂັ້ນສູງສຸດໃນທຸກມິຕິ,ຕ້ອງມີການຄວບຄຸມການຈະລາຈອນເພື່ອຫຼີກເວັ້ນລົດຕິດເປັນເວລາຍາວນານ ແລະ ການຂົນສົ່ງຈະຕ້ອງເປັນມິດກັບສິ່ງແວດລ້ອມເພືອ່ບໍ່ໃຫ້ເກີດການປ່ອຍອາຍພິດເຮືອນແກ້ວອອກມາສົ່ງຜົນກະທົບຕໍ່ປະຊາຊົນພາຍໃນເມືອງ.

ແຕ່ປະຊາຊົນພາຍໃນເມືອງເອງກໍຈໍາເປັນຕ້ອງມີຄຸນນະພາບຊີວິດທີ່ດີຂຶ້ນນໍາອີກເຊັ່ນການຖິ້ມຂີ້ເຫຍື້ອຊະຊາຍ,ການເປີດເພງສຽງດັງເດີນໄປ,ການຜ່າໄຟແດງຂ້າມຖະໜົນໂດຍເລື່ອງເຫຼົ່ານີ້ຈະບໍ່ໃຫ້ມີອີກຕໍ່ໄປ.

ຕັ້ງແຕ່ປີ2014ເປັນຕົ້ນມາ,ມີການນໍາລະບົບຄວາມໜ້າເຊື່ອຖືທາງສັງຄົມມາໃຊ້ເຊິ່ງເປັນການໃຫ້ລາງວັນພົນລະເມືອງດີທີ່ມີພຶດຕິກໍາດີ ແລະ ລົງໂທດພົນລະເມືອງທີ່ມີພຶດຕິກໍາບໍ່ດີໂດຍໃນປີກ່ອນມີປະຊາຊົນຫຼາຍຄົນຖືກລົງໂທດດ້ວຍການຫ້າມໃຊ້ບໍລິການເຮືອບິນຫຼືລົດໄຟເນື່ອງຈາກມີຄວາມປະພຶດບໍ່ດີເຊັ່ນແອບໃຊ້ປີ້ໝົດອາຍຸແລ້ວຫຼືສູບຢາໃນລົດໄຟ.

ຂະນະດຽວກັນຍັງບໍ່ມີລະບົບການໃຫ້ຄະແນນຄວາມໜ້າເຊື່ອຖືທາງສັງຄົມທີ່ເປັນລະບົບດຽວກັນ,ການນໍາແຕ່ລະແຂວງຈະໃຊ້ລະບົບນີ້ໃນແບບທີ່ແຕກຕ່າງກັນເຊິ່ງບາງຄັ້ງອາດຈະສົ່ງຜົນກະທົບທາງອ້ອມຕໍ່ຄົນຕ່າງປະເທດທີ່ເດີນທາງເຂົ້າມາໃນຈີນ.

ດ້ານເອກະຊົນຈີນເຊັ່ນອາລີບາບາທີ່ມີສໍານັກງານໃຫຍ່ຕັ້ງຢູ່ໃນເມືອງ ຫັງໂຈວທາງຕາເວັນອອກຂອງຈີນໄດ້ໃຊ້ເວລາ2ປີໃນການພັດທະນາສິ່ງທີ່ຮຽກວ່າສະໝອງຂອງເມືອງເຊິ່ງຈະຊ່ວຍວິເຄາະຂໍ້ມູນຈາກກ້ອງຕ່າງໆ ແລະ ຕໍາແໜ່ງພິກັດຂອງລົດ ແລະ ລົດເມ ແລະ ຍັງຖືກໃຊ້ເພື່ອຄວບຄຸມສັນຍານໄຟຈະລາຈອນຫຼາຍກວ່າ1.000ແຫ່ງເພື່ອບໍ່ໃຫ້ເກີດການຈະລາຈອນໜາແໜ້ນ.

ອາລີບາບາໃຫ້ຮູ້ວ່າ:ທາງບໍລິສັດໄດ້ຊ່ວຍເຮັດໃຫ້ການຈະລາຈອນຂອງປະຊາຊົນໃນເມືອງເຊິ່ງມີປະຊາກອນ7ລ້ານຄົນດີຂຶ້ນຈາກທີ່ເຄີຍໜາແໜ້ນຕິດອັນດັບເມືອງທີ່ມີການຈະລາຈອນໜາແໜ້ນຫຼາຍທີ່ສຸດອັນດັບ5ຂອງຈີນ,ຂະນະນີ້ຫຼຸດລົງມາຢູ່ທີ່ອັນດັບ57ແລ້ວ.

ສ່ວນທາງການເມືອງ ເສິນເຈິ້ນຫາກໍມອບດິນທີ່ເກີດຈາກຖົມທະເລຂະໜາດ809ຕາແມັດໃຫ້ກັບບໍລິສັດ ເທັນເຊັນ ເພື່ອໃຫ້ກໍ່ສ້າງສິ່ງທີ່ຮຽກວ່າເມືອງອະນາຄົດທີ່ເນັ້ນໜັກການໃຊ້ເທັກໂນໂລຢີ ແລະ ນະວັດຕະກໍາ.