ລາຄາຄໍາຂຶ້ນຈຸ 7,6 ລ້ານກີບສູງສຸດໃນຮອບ 7 ປີ

170

ພຽງບໍ່ຮອດອາທິດລາຄາຄໍາໄດ້ປັບຂຶ້ນແບບກະໂດດ ໂດຍຂາຍວັນທີ 24 ກຸມພາ 2020 ທີ່ 7.669.000 ກີບຕໍ່ບາດ ເຫັນວ່າປັບຂຶ້ນ 2,9 ແສນກີບ ເມື່ອທຽບໃສ່ວັນທີວັນທີ 19 ກຸມພາ 2020.

ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ ກ່າວວ່າ: ປັດໄຈທີ່ເຮັດໃຫ້ລາຄາຄຳຂຶ້ນ ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ – 19 ທີ່ ສປ ຈີນ ເຮັດໃຫ້ກະທົບຕໍ່ເສດຖະກິດທົ່ວໂລກ ເພາະຢ່າງທີ່ຮູ້ກັນແລ້ວວ່າປະເທດຈີນ ເປັນປະເທດອຸດສາຫະກຳຂະໜາດໃຫຍ່ ເມື່ອຈີນຢຸດການຜະລິດ ແລະ ສົ່ງອອກສິນຄ້າບໍ່ໄດ້ ກໍກະທົບຕໍ່ການຄ້າຂາຍໃນທົ່ວໂລກ.

ທ່ານຍັງບອກຕື່ມອີກວ່າ: ໃນປັດຈຸບັນການລົງທຶນບໍ່ວ່າໃນຂະແໜງການໃດ ກໍຕົກຢູ່ໃນຄວາມສ່ຽງໄປໝົດ ຍົກເວັ້ນເສຍແຕ່ການລົງທຶນຄຳທີ່ເປັນການລົງທຶນໝັ້ນຄົງ ແລະ ເປັນຊັບສິນປອດໄພ. ສະນັ້ນ, ຄຳຈຶ່ງເປັນທີ່ຕ້ອງການຂອງນັກລົງທຶນໃນປັດຈຸບັນ ແລະ ເມື່ອມີ ຄວາມຕ້ອງການສູງ ແນ່ນອນຈະເຮັດໃຫ້ລາຄາຄຳສູງຂຶ້ນ, ພ້ອມຄາດວ່າລາຄາຍັງຈະບໍ່ຢຸດພຽງເທົ່ານີ້ ຍັງຈະເປັນຂາຂຶ້ນອີກໃນ 3 – 6 ເດືອນຕໍ່ໜ້າ ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ – 19 ຢູ່ ສປ ຈີນ ແມ່ນຍັງບໍ່ທັນຄົ້ນພົບຢາໃນການປິ່ນປົວ ແລະ ຄາດວ່າຈະໃຊ້ເວລາຢ່າງໜ້ອຍ 2 ປີ ໃນການຟື້ນຟູເສດຖະກິດຫຼັງການຄວບຄຸມພະຍາດໄດ້ .

ສຳລັບທ່ານທີ່ມີຄຳຢາກຈະຂາຍໃນໄລຍະນີ້ກໍຖືວ່າດີຈະມີກຳໄລ ແຕ່ຖ້າຢາກຈະຊື້ກໍຊື້ໄດ້ ກໍລະນີຊື້ໃຊ້ໃນງານໝັ້ນ ຫຼື ງານດອງ ເພາະວ່າລາຄາຄຳຈະບໍ່ຢຸດພຽງເທົ່ານີ້ ເຊິ່ງຍັງຈະຂຶ້ນຕໍ່ໄປອີກ ແຕ່ຖ້າກໍລະນີຢາກຊື້ໄວ້ເພື່ອເກງກຳໄລ ຖ້າມີເງິນຫຼາຍກໍແນະນຳວ່າຊື້ໄດ້ ແຕ່ຖ້າມີເງິນຮ້ອນແບບມີເງິນເທົ່າໃດຊື້ໝົດ ເພື່ອຫວັງເອົາກຳໄລນັ້ນຈະບໍ່ແນະນຳ ຫຼື ກູ້ເງິນເພື່ອຊື້.

ສ່ວນລາຄາຄໍາໃນຕະຫຼາດໂລກ ວັນທີ 24 ກຸມພາ 2020 ເຫັນວ່າປັບຂຶ້ນຈຸລະດັບ 1.660 ໂດລາສະຫະລັດຕໍ່ອອນ ປັບຂຶ້ນ 26 ໂດລາຕໍ່ອອນ ຖ້າທຽບໃສ່ລາຄາໃນວັນສຸກຜ່ານມາ ຢູ່ທີ່ 1.635 ໂດລາຕໍ່ອອນ ເຊິ່ງເປັນການປັບຂຶ້ນສູງສຸດໃນຮອບ 7 ປີ ນັບຕັ້ງແຕ່ເດືອນກຸມພາ 2013 ທີ່ຂາຍໃນວັນທີ 22 ກຸມພາ 2013 ທີ່ 1.609 ໂດລາສະຫະລັດຕໍ່ອອນ ເນື່ອງຈາກການເປີດເຜີຍຂໍ້ມູນເສດຖະກິດທີ່ອ່ອນແອຂອງສະຫະລັດ, ອັດຕາຜົນຕອບແທນພັນທະບັດສະຫະລັດທີ່ຫຼຸດລົງ ແລະ ສະກຸນເງິນໂດລາທີ່ອ່ອນຄ່າ ໄດ້ກະຕຸ້ນການເຂົ້າຊື້ຄໍາໃນຖານະຊັບສິນປອດໄພ.