ຫາລືກ່ຽວກັບການຕໍ່ເວລາກໍ່ສ້າງ ແລະ ສ້ອມແປງ 3 ໂຮງຮຽນເປົ້າໝາຍເມືອງສະໜາມໄຊ

179

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2020 ນີ້ ທີ່ຫ້ອງປະຊຸມຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຕໍ່ເວລາການກໍ່ສ້າງ 3 ໂຮງຮຽນເປົ້າໝາຍຂອງເມືອງສະໜາມໄຊ ໃຫ້ກຽດເປັນປະທານໂດຍ ທ່ານ ດຣ ວຽງໄຊ ໄຊສົມບັດ ຫົວໜ້າອົງການກາແດງແຂວງອັດຕະປື ເຂົ້າຮ່ວມຂອງທ່ານ ຄຳຄຽງ ແກ້ວຫອມສົມບັດ ຫົວໜ້າຄະນະຈັດຕັ້ງເມືອງ ມີທ່ານ ຈອນເຈຊີລິມ( Mr John.J.C.Lim ) ຕາງໜ້າອົງການກາແດງສິງກະໂປປະຈຳລາວ ພ້ອມດ້ວຍຜູ້ປະສານງານ, ຄະນະຫ້ອງການອ້ອມຂ້າງເມືອງ ແລະ ອົງການຈັດຕັ້ງບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມປຶກສາຫາລືໃນຄັ້ງນີ້ ກໍ່ເພື່ອຊີ້ແຈງຄວາມພ້ອມໃນການຈັດປະຕິບັດການກໍ່ສ້າງ ແລະ ສ້ອມແປງ 3 ໂຮງຮຽນຄື: ກໍ່ສ້າງໂຮງຮຽນ ມ.ຕົ້ນ ທົ່ງແທ ແລະ ສ້ອມແປງອາຄານຮຽນປະຖົມດອນມ່ວງ ແລະ ປະຖົມທ່າອວນ ພ້ອມທັງຊີແຈງກ່ຽວກັບການຈັດຕັ້ງການກໍ່ສ້າງ ແລະ ສ້ອມແປງທີ່ມີຄວາມຫລ້າຊ້າ ບໍໄດ້ຕາມແຜນການ ສາເຫດກໍ່ຍ້ອນວ່າໃນໄລຍະຜ່ານມາການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຍ້ອນການນຳເຂົ້າວັດຖຸອຸປະກອນກໍ່ສ້າງເຂົ້າມາແມ່ນມີຫຼາຍຂັ້ນຕອນ ແລະ ຍ້ອນໄພພິບັດນ້ຳຖ້ວມໃນປີ 2019 ຜ່ານມາ ຈຶ່ງເຮັດໃຫ້ມີອຸປະສັກຫຼາຍບັນຫາຈຶ່ງບໍ່ສຳເລັດ.

ພາບປະກອບ

ທ່ານດຣ ວຽງໄຊ ໄຊສົມບັດ ໄດ້ໃຫ້ຮູ້ວ່າ: ທາງອົງການກາແດງລາວເວົ້າລວມ ເວົ້າສະເພາະ ກໍ່ຄືອົງການກາແດງແຂວງອັດຕະປືຈະໄດ້ສືບຕໍ່ຮ່ວມກັບອົງການກາແດງສິງກະໂປ ລົງມືກໍ່ສ້າງ ແລະ ສ້ອມແປງອາຄານຮຽນດັ່ງກ່າວ ຄາດວ່າຈະໃຫ້ສຳເລັດ ໃນເດືອນຕຸລາ ປີ 2020 ນີ້

ພາບປະກອບ

ໂດຍ: ສີສົມບູນ