ຕໍາໝ້ຽງຫົວສີໃຄອາຫານທີ່ເຕັມໄປດ້ວຍສັບພະຄຸນທາງຢາ

138

ມື້ນີ້ຈະພາມາປຸງແຕ່ງອາຫານງ່າຍໆແຕ່ຮັບຮອງວ່າໃຫ້ປະໂຫຍດຫຼາຍຢ່າງ ສ່ວນວັດຖຸດິບກໍຫາໄດ້ງ່າຍເປັນຜັກສວນຄົວທີ່ຫຼາຍໆຄົນຕ້ອງປູກໄວ້ເຮືອນແນ່ນອນ ເຊິ່ງສ່ວນປະກອບຫຼັກແມ່ນຫົວສີໃຄ ແລະ ຍອດຂ່າ ຜັກທັງ 2 ຊະນິດລ້ວນແຕ່ມີປະໂຫຍດຊ່ວຍຂັບລົມໄດ້ເປັນຢ່າງດີ ຄື: ຕໍາໝ້ຽງຫົວສີໃຄ.

ສ່ວນປະສົມ:

1 ຫົວສີໃຄ 10 ຫົວ.

2 ຂ່າອ່ອນ ຫຼື ຍອດຂ່າ 5 ຍອດ.

ໝາກເຜັດ 2 ໜ່ວຍ.

ກະທຽມລາວ 3 ກີບ.

ຫົວຜັກບົ່ວແດງ 3 ຫົວ.

ໝາກຂາມປຽກ 1 ບ່ວງແກງ.

ນ້ຳປາແດກສຸກ 2 ບ່ວງແກງ.

ນ້ຳຕານ 2 ບ່ວງກາເຟ.

ເກືອ 1/4 ບ່ວງກາເຟ.

ໝາຍເຫດ: ຜັກສົດກັບຕໍາໝ້ຽງຕາມໃຈມັກ ເຊັ່ນ: ໃບໝາກມີ້, ຜັກຕີນຈໍາ, ກ້ວຍທະນີ, ໝາກມີ້ອ່ອນ, ຜັກກະຖິນ, ຜັກຕິ້ວ, ໃບມັນຕົ້ນ, ໃບໝາກຍົມ ແລະ ອື່ນໆ.

ວິທີປຸງແຕ່ງ:

1 ຂັ້ນຕອນທຳອິດເອົາໝາກເຜັດ, ນ້ຳຕານ, ກະທຽມ ແລະ ເກືອຕຳໃຫ້ລະອຽດດີ ຈຶ່ງຊອຍຫົວສີໃຄເປັນຕ່ອນນ້ອຍໆລົງຕຳໃຫ້ແຫຼກກ່ອນ. ຈາກນັ້ນ, ຈຶ່ງຊອຍຂ່າອ່ອນ ແລະ ຫົວຜັກບົ່ວແດງລົງຕຳໃຫ້ເຂົ້າກັນແລ້ວປຸງລົດຊາດດ້ວຍໝາກຂາມປຽກ ແລະ ນ້ຳປາແດກສຸກ ຕຳໃຫ້ເຂົ້າກັນພ້ອມຊີມລົດຊາດຕາມໃຈມັກ.

2 ຕັກໃສ່ຈານເສີບພ້ອມກັບຜັກສົດ ເປັນຕົ້ນແມ່ນຜັກຕີນຈຳ, ໝາກເຂືອເປາະ, ຜັກກະຖິນ, ຜັກຕິ້ວ ແລະ ອື່ນໆ ຖ້າມີຜັກກັບນຳຈະຊ່ວຍໃຫ້ລົດຊາດທີ່ອອກມາແຊບ ແລະ ສາມາດຮັບລົດຊາດໄດ້ດີຂຶ້ນພ້ອມ.