ແຈກສູດ! ເຂົ້າໜົມຄົກມ້ວນແບບໃຊ້ໝໍ້ກະທະ ແຕ່ແຊບຊະນະແບບເຕົາ ສາມາດເຮັດກິນເອງໄດ້ງ່າຍໆ

146

ມື້ນີ້, ພວກເຮົາຈະມານຳສະເໜີ ເມນູເຂົ້າໜົມ ແຊບໆມາຝາກທຸກຄົນ ນັ້ນກໍຄື ສູດ “ເຂົ້າໜົມຄົກມ້ວນ” ເໝາະສຳລັບຄົນທີ່ຢາກກິນເຂົ້າໜົມຄົກແຕ່ບໍ່ມີເຕົາຍອດເຂົ້າໜົມຄົກ ແອັດມິນຂໍແນະນຳເຂົ້າໜົມຄົກມ້ວນ ເພາະວິທີເຮັດກໍງ່າຍໆ ດ້ວຍການໃຊ້ໝໍ້ກະທະແບໃດກໍ່ໄດ້ ທີ່ເຮັດແລ້ວບໍ່ຕິດກະທະ ສູດນີ້ບອກເລີຍວ່າໃຜເຮັດກໍ່ແຊບແນ່ນອນ. ເພາະເຮົາໃຊ້ສ່ວນປະສົມແບບບູຮານ ເຖິງຈະໃຊ້ອຸປະກອນສະໄໝໃໝ່ກໍ່ຕາມ ແຕ່ຈວ່າລົດຊາດກໍ່ຍັງແຊບກົມກອບຫອມຫວານມັນ ບໍ່ແພ້ວິທີເຮັດແບບເຕົາຍອດເຂົາໜົມຄົກແບບເກົ່າແນນອນ. ເຮົາມາເບິ່ງວິທີເຮັດເຂົ້າໜົມຄົກນຳກັນດັ່ງນີ້:

ສ່ວນປະສົມ:

1 ແປ້ງເຂົ້າຈ້າວ 80 ກຣາມ

2 ເຂົ້າຈ້າວທີ່ຫຸ່ງສຸກແລ້ວ 2 ບ່ວງແກ້ງ

3 ນ້ຳຄານຊາຍ 1/4 ຖ້ວຍແກ້ງ (ສຳລັບຄົນມັກຫວານສາມາດເພີ່ມຕື່ມໄດ້)

4 ກະທິ 1 ຖ້ວນແກ້ງ

5 ເກືອ 1/4 ບ່ວງກາເຟ

6 ໝາກພ້າອ່ອນ 20 ກຣາມ

7 ຄົ້ນຫອມຊອຍ, ສາລີຕົ້ມສຸດ ເຜືຶອກສຸກຫັ່ນເປັນຕ່ອນ ສຳລັບໂຫຍໜ້າ

ວິທີເຮັດເຂົ້າໜົມຄົກມ້ວນ:

1 ນຳແປ້ງເຂົ້າຈ້າວ, ເຂົ້າຂ້າງສຸດ, ນ້ຳຄານຊາຍ, ກະທິ, ເກືອ, ໝາກພ້າວ ເຂົ້າເຄື່ອງປັ່ນ ອລ້ວປັ່ນດ້ວຍຄວາມໄວປານກາງໃຫ້ລະອຽດ.

2 ຕັ້ງໝໍ້ກະທະ ຕັກນ້ຳແປ້ງໃສ່ລົງໄປ ພໍແປ້ງເລີ່ມຮ້ອນກໍໃສ່ສາລີ, ເຜືອກ ແລະ ຄົ້ນຫອມຊອຍລົງໄປ.

3 ຈາກນັ້ນ, ໃຊ້ຕະລີວແບນໆ ຄ່ອຍໆແກະ ມ້ວນໆ ໃຫ້ງາມໆ ແລ້ວຕັກຂຶ້ນຈັດລຽງໃສ່ຂາຍ ພ້ອມເສີມໄດ້ເລີຍ.