ລົດເລັ່ງເຄື່ອງບໍ່ອອກເພາະສາເຫດຫຍັງ ມີວິທີແກ້ໄຂແນວໃດ?

214

ບໍ່ວ່າຈະແມ່ນລົດໃໝ່ ຫຼື ລົດເກົ່າ ບໍ່ມື້ໃດມື້ໜຶ່ງທ່ານອາດຕ້ອງພົບກັບບັນຫານີ້ຄືລົດເລັ່ງເຄື່ອງບໍ່ອອກ, ເລັ່ງແຮງຂຶ້ນແຕ່ຄວາມໄວບໍ່ໄວຕາມ ຫຼື ຮອບຕົກພ້ອມກັບ ຄວາມໄວຕົກ ແລະ ອື່ນໆ ສາລະພັດບັນຫາເຫຼົ່ານີ້ມີສາເຫດຫຼັກມາຈາກເຄື່ອງຈັກສ່ວນຕ່າງໆທີ່ເຮົາອາດປ່ອຍປະບໍ່ເບິ່ງແຍງ ຫຼື ບໍ່ນໍາລົດເຂົ້າກວດເຊັກຕາມເວລາທີ່ສູນບໍລິການກໍານົດ.

ສາເຫດຄວນຮູ້ເປັນຫຍັງລົດເລັ່ງບໍ່ອອກ?

ບັນຫາລົດເລັ່ງບໍ່ອອກບໍ່ມີສາເຫດທີ່ແນ່ນອນ ເພາະອາການຜິດປົກກະຕິຕ່າງໆພາຍໃນເຄື່ອງຈັກສາມາດເຮັດໃຫ້ເກີດອາການອືດເລັ່ງບໍ່ຂຶ້ນໄດ້ທັງນັ້ນ, ແຕ່ສ່ວນໃຫຍ່ແລ້ວມັກເກີດຈາກການປ່ອຍປະບໍ່ເບິ່ງແຍງເຄື່ອງຈັກສ່ວນຕ່າງໆ ຈົນເຮັດໃຫ້ຂະບວນການເຮັດວຽກບໍ່ໄດ້ເຕັມທີ່ບໍ່ມີປະສິດທິພາບ ສົ່ງຜົນອອກມາໃນຮູບແບບລົດຕິດຈັກຍາກ, ເຄື່ອງອືດ, ເລັ່ງບໍ່ອອກ, ຢຽບຄັນເລັ່ງເຕັມທີ່ແຕ່ກໍຍັງໄປຊ້າບໍ່ທັນໃຈ ເມື່ອລົດຂອງທ່ານສົ່ງສັນຍານເຕືອນອອກມາແບບນີ້ໃຫ້ຮີບກວດເຊັກຈຸດຕ່າງໆທັນທີ.

5 ຈຸດທີ່ຕ້ອງກວດເຊັກ

1 ກອງອາກາດ: ບາງຄົນອາດຄິດບໍ່ເຖິງວ່າທີ່ກອງອາກາດມີສ່ວນກ່ຽວຂ້ອງກັບບັນຫາລົດເລັ່ງບໍ່ຂຶ້ນ ເພາະຕາມປົກກະຕິແລ້ວຂະບວນການຈູດລະເບີດຂອງເຄື່ອງຈັກ ນອກຈາກຈະໃຊ້ນໍ້າມັນແລ້ວຍັງໃຊ້ອາກາດ ເພາະສະນັ້ນເພື່ອໃຫ້ໄດ້ອາກາດທີ່ບໍລິສຸດມາໃຊ້ໃນຂະບວນການນີ້ ກອງອາກາດຈຶ່ງຕ້ອງສະອາດ ແລະ ປາສະຈາກສິ່ງອັດຕັນນັ້ນເອງ ຫາກປະໄວ້ຈົນກອງອາກາດເສື່ອມມີສິ່ງເປື້ອນເປິອັດຕັນຈົນບໍ່ສາມາດນໍາອາກາດມາໃຊ້ໄດ້ ອາດເຮັດໃຫ້ຂະບວນການຈູດລະເບີດມີບັນຫາຈົນເກີດອາການເລັ່ງລົດບໍ່ຂຶ້ນໃນທີ່ສຸດ, ການກວດເຊັກກອງອາກາດຄວນກວດເຊັກທຸກໆ 10.000 ກິໂລແມັດ ແລະ ປ່ຽນກອງອາກາດໃໝ່ທຸກໆ 20.000 ກິໂລແມັດ, ສ່ວນທ່ານໃດຢາກທໍາຄວາມສະອາດດ້ວຍຕົນເອງ ກໍສາມາດເຮັດໄດ້ຕາມປົກ ກະຕິ.

2 ຫົວທຽນ: ກໍເປັນໂຕທີ່ເຮັດໜ້າທີ່ຈູດລະເບີດໃນກະບອກສູບ ເພື່ອໃຫ້ລົດສາມາດແລ່ນໄປໄດ້ຢ່າງລາບລື່ນ ຖ້າປ່ອຍໃຫ້ຫົວທຽນເສື່ອມສະພາບ ອາດສົ່ງຜົນໃຫ້ເຄື່ອງຈັກແຮງຕົກ ຫຼື ອືດໄດ້. ດັ່ງນັ້ນ, ຖ້າເກີດບັນຫາລົດເລັ່ງບໍ່ຂຶ້ນອີກຈຸດໜຶ່ງທີ່ຕ້ອງກວດເຊັກແມ່ນຫົວທຽນ.

3 ຄອຍຈູດລະເບີດ: ຍັງຢູ່ໃນຂະບວນການຈູດລະເບີດກັນຕໍ່ ເຊິ່ງຄອຍຈູດລະເບີດມີໜ້າທີ່ສົ່ງໄຟແຮງສູງໄປທີ່ຫົວທຽນ ຫາກຄອຍເສື່ອມສະພາບແລ້ວມັນອາດສົ່ງຜົນໃຫ້ລົດອືດເລັ່ງບໍ່ອອກ ຫຼື ອາດມີອາການເຄື່ອງຈັກສັ່ນໄດ້ເຊັ່ນກັນ.

4 ກອງນໍ້າມັນເຊື້ອໄຟ: ເຮັດໜ້າທີ່ກັ່ນຕອງເອົາສິ່ງປົນເປື້ອນທີ່ມານໍານໍ້າມັນເຊື້ອໄຟ ຖ້າກອງນໍ້າມັນເຊື້ອໄຟຫາກອັດຕັນການໄຫຼຜ່ານ ແລະ ການປໍ້ານໍ້າມັນຈະເຮັດບໍ່ໄດ້ເຕັມທີ່ ເຮັດໃຫ້ເກີດບັນຫາລົດເລັ່ງບໍ່ອອກພ້ອມທັງເຮັດໃຫ້ລົດຕິດຈັກຍາກອີກດ້ວຍ.

5 ນໍ້າມັນເຄື່ອງ ແລະ ກ່ອງນໍ້າມັນເຄື່ອງ: ເປັນອີກຈຸດທີ່ເຮົາຕ້ອງກວດເຊັກເມື່ອພົບບັນຫາລົດເລັ່ງບໍ່ອອກ ເພາະເມື່ອໃຊ້ງານເປັນໄລຍະເວລາດົນນານນໍ້າມັນເຄື່ອງຈະເລີ່ມໜຽວ ຈົນເຮັດໃຫ້ເຄື່ອງຈັກເຮັດວຽກບໍ່ເຕັມກໍາລັງ ເປັນທີ່ມາຂອງບັນຫາກວນໃຈ ເປັນຕົ້ນແມ່ນລົດເລັ່ງບໍ່ອອກ ແລະ ບັນຫາເຄື່ອງຈັກອື່ນໆ ເຊັ່ນ: ເຄື່ອງຈັກຮ້ອນໄວ, ເຄື່ອງຈັກສະດຸດ – ສະອຶກເປັນຕົ້ນ.

( ທີ່ມາຈາກ: ຫ້ອງຂາຍລົດມິດຊູບີຊິລາວ )