ລາວ ຢູ່ອັນດັບທີ 78 ປະເທດຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດ

175

ສປປ ລາວ ຖືກຈັດຢູ່ໃນອັນດັບທີ 78 ໃນຈຳນວນ 190 ປະເທດ ຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດ, ເຖິງຢ່າງໃດກໍຕາມປີ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ຈະຫຼຸດຜ່ອນເວລາໃນການນຳເຂົ້າ – ສົ່ງອອກສິນຄ້າລົງ 50% ແລະ ຄ່າໃຊ້ຈ່າຍລົງ 30%.

ສູນຂໍ້ມູນ – ຂ່າວສານທາງການຄ້າເຜີຍໃຫ້ຮູ້ວ່າ: ອີງຕາມບົດລາຍງານສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 ( Doing Business 2020 ) ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດແມ່ນຖືກຈັດຢູ່ໃນອັນດັບທີ 78 ໃນ 190 ປະເທດທົ່ວໂລກ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມຄໍາສັ່ງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ ເລກທີ 02/ນຍ ລົງວັນທີ 01 ກຸມພາ 2018

ພາບປະກອບຂ່າວເທົ່ານັ້ນ

ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປຶກສາຫາລື ແລະ ເປັນເອກະພາບກັບກົມກ່ຽວຂ້ອງ ຄື: ກົມພາສີ, ກົມຄຸ້ມຄອງບໍ່ແຮ່, ກົມອຸດສາຫະກໍາ ແລະ ກົມຂົນສົ່ງ ເພື່ອກຳນົດແຜນປັບປຸງຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແຕ່ນີ້ຮອດປີ 2022.

ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ 8 ແມ່ນມີຈຸດປະສົງ ເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ – ຂັ້ນຕອນຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ເຊິ່ງຈະວັດລະດັບຄວາມຍາກງ່າຍຂອງການຄ້າລະຫວ່າງປະເທດທີ່ຕິດພັນກັບສາມຂອບເຂດ ຄື: ຂອບເຂດທີ່ໜຶ່ງແມ່ນຄວາມຖືກຕ້ອງຂອງເອກະສານ ໝາຍເຖິງການຄຸ້ມຄອງການຂົນສົ່ງ, ການຮັບເອກະສານ, ການກະກຽມ ແລະ ການຍື່ນເອກະສານ ເພື່ອການຂົນສົ່ງ, ການເກັບກູ້, ການກວດກາທີ່ຢູ່ທ່າເຮືອ ຫຼື ເຂດຊາຍແດນ.

ພາບປະກອບຂ່າວເທົ່ານັ້ນ

ຂອບເຂດທີ່ສອງແມ່ນຄວາມສອດຄ່ອງກັບລະບຽບການດ້ານຊາຍແດນ ໝາຍເຖິງການກວດກາພາສີ ແລະ ການກວດກາໂດຍອົງການອື່ນໆ ເພື່ອຄຸ້ມຄອງ ແລະ ການກວດກາການຈັດຕັ້ງປະຕິບັດທີ່ເກີດຂຶ້ນຢູ່ທ່າເຮືອເສດຖະກິດ ຫຼື ຊາຍແດນ, ຂອບເຂດທີ່ສາມແມ່ນການຂົນສົ່ງພາຍໃນປະເທດແມ່ນໝາຍເຖິງການຍົກຍ້າຍ ຫຼື ບໍ່ໄດ້ຍົກຍ້າຍສິນຄ້າທີ່ເກັບໄວ້ຢູ່ສາງ ຫຼື ທ່າເຮືອ/ຊາຍແດນ ແລະ ຄວາມຫຼ້າຊ້າໃນເວລາຂົນສົ່ງທາງບົກ ເນື່ອງຈາກການສັນຈອນທີ່ຕິດຂັດ ແລະ ການກວດກາຕາມເສັ້ນທາງຂອງຕຳຫຼວດຈະລາຈອນ.

ພາບປະກອບຂ່າວເທົ່ານັ້ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໃນນາມກອງເລຂາຄະນະກຳມະການອຳນວຍ ຄວາມສະດວກທາງດ້ານການຄ້າ ( ກຄອຄ ) ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກຳນົດແຜນການລະອຽດໃນການປັງປຸງນິຕິກຳ ແລະ ກິດຈະກຳບຸລິມະສິດທີ່ຕິດພັນກັບຕົວຊີ້ວັດການຄ້າລະຫວ່າງປະເທດ ໃນບົດສຳຫຼວດຄວາມຍາກງ່າຍຂອງການດຳເນີນທຸລະກິດ ( Ease of Doing Business/EDB ) ຂອງທະນາຄານໂລກ ຄື: ການນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາປະກອບຢູ່ໂຮງງານ ແລະ ການສົ່ງອອກແຮ່ທາດ, ເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນດັ່ງກ່າວແມ່ນໃຫ້ສາມາດບັນລຸຕາມເປົ້າໝາຍ ພາຍໃນປີ 2020 ກໍຄືຫຼຸດຜ່ອນເວລາໃນການນຳເຂົ້າ – ສົ່ງອອກສິນຄ້າລົງ 50% ແລະ ຄ່າໃຊ້ຈ່າຍລົງ 30%.

ຂ່າວຈາກ: ສູນຂໍ້ມູນຂ່າວສານທາງການຄ້າ