ວິທີລົບປະຫວັດບັນທຶກກິດຈະກຳໃນເຟສບຸ໊ກທີ່ຕິດຕາມເຮົາ

132

ວິທີລົບປະຫວັດບັນທຶກກິດຈະກຳໃນເຟສບຸ໊ກທີ່ຕິດຕາມເຮົາ ເຖິງເຮົາບໍ່ໄດ້ເປີດແອັບເຟສບຸ໊ກໃນການຫຼິ້ນໂຊຊຽວມີເດຍກໍຕາມ ເຊິ່ງເຮົາສາມາດຮູ້ທັນທີຜ່ານເຄື່ອງມືໃໝ່ຊື່ວ່າ Off-    ເຟສບຸ໊ກ Activity ເຊິ່ງເປີດຕົວເມື່ອ ວັນທີ 30 ມັງກອນ 2020 ທີ່ຜ່ານມາ ແລະ ພົບວ່າຟີເຈີນີ້ຈະແບ່ງປັນຂໍ້ມູນໃນເຟສບຸ໊ກ ໃຫ້ເພຈ໌ ຫຼື ຮ້ານຄ້າໃນ      ເຟສບຸ໊ກ ເພື່ອໃຫ້ເຟສບຸ໊ກສາມາດປັບປຸງລະບົບການໂຄສະນາໃຫ້ດີຂຶ້ນ ໂດຍອ້າງອີງຈາກໜ້າເພຈ໌ທີ່ເຮົາເຄີຍເຂົ້າ ຫຼື ເຂົ້າເບິ່ງເປັນປະຈຳ ເຊິ່ງ      ເຟສບຸ໊ກຈະເກັບຂໍ້ມູນເກືອບທຸກຢ່າງທັງການເຂົ້າເວັບໄຊ ແລະ ເພຈ໌ຕ່າງໆໃນເຟສບຸ໊ກເອີ້ນໄດ້ວ່າເຟສບຸ໊ກຕິດຕາມເຮົາຕະຫຼອດເລີຍ.

ຖ້າເປັນແບບນີ້ເຮົາຄວນລົບອອກຈາກ Off – ເຟສບຸ໊ກ Activity ຫຼື ບໍ່? ຖ້າບໍ່ລົບການໃຊ້ເຟສບຸ໊ກຕາມປົກກະຕິຈະມີໂຄສະນາທີ່ເຮົາສົນໃຈແທ້ໆເໝືອນຮູ້ໃຈວ່າເປັນສິ່ງທີ່ເຮົາຢາກໄດ້ ເຊິ່ງເກີດຂຶ້ນຈາກການເຂົ້າເບິ່ງເພຈ໌ ຫຼື ເວັບໄຊເລື້ອຍໆ.

ຖ້າລົບອອກຈາກ Off – ເຟສບຸ໊ກ Activity ເຟສບຸ໊ກຈະບໍ່ໄດ້ຮັບຂໍ້ມູນການນຳໃຊ້ສື່ອອນລາຍຈາກເຮົາໂຄສະນາສໍ່າເກົ່າ ແຕ່ການຍິງໂຄສະນາປາກົດແບບທົ່ວໆໄປບໍ່ກົງຄວາມສົນໃຈຂອງເຮົາຮູ້ສຶກປອດໄພຢ່າງໜ້ອຍເຟສບຸ໊ກບໍ່ແອບຕາມເຮົາ, ບໍ່ເກັບຂໍ້ມູນການໃຊ້ສື່ອອນລາຍຈາກເຮົາ. ດັ່ງນັ້ນ, ຖ້າຕ້ອງການລົບການແບ່ງປັນຂໍ້ມູນຂອງເພຈ໌ເຟສບຸ໊ກ ແລະ ເວັບໄຊຕ່າງໆສາມາດລົບຂໍ້ມູນໃນ Off – Facebook Activity ໄດ້ທັນທີ.

ວິທີລົບປະຫວັດບັນທຶກກິດຈະກຳໃນເຟສບຸ໊ກຈາກໜ້າເຟສບຸ໊ກຂອງເຮົາ ຄຣິກທີ່ປຸ່ມສາມຫຼ່ຽມໃນບໍລິເວນມຸມຂວາສຸດ – ແລ້ວຄຣິກເລືອກການຕັ້ງຄ່າ – ລາຍການດ້ານຊ້າຍເລືອກຂໍ້ມູນໃນເຟສບຸ໊ກຂອງທ່ານ ແລ້ວເລືອກເບິ່ງທີ່ກິດຈະກຳພາຍນອກ   ເຟສບຸ໊ກ. ຈາກນັ້ນ, ໃສ່ລະຫັດຜ່ານເຟສບຸ໊ກເພື່ອຢືນຢັນຕົວຕົນ.

ຈາກນັ້ນ, ຈະເຂົ້າສູ່ໜ້າ “ ກິດຈະກຳພາຍນອກເຟສບຸ໊ກ ” ທ່ານສາມາດຄຣິກທີ່ຈັດການກິດຈະກຳພາຍນອກເຟສບຸ໊ກຂອງທ່ານ ເພື່ອເບິ່ງວ່າມີເພຈ໌ໃດແດ່ທີ່ສົ່ງຂໍ້ມູນການເຂົ້າເບິ່ງເພຈ໌ ຫຼື ເວັບໄຊທີ່ເຮົາເບິ່ງແບບລັບໆຈະສະແດງຂຶ້ນມາທັນທີ. ດັ່ງນັ້ນ, ຕ້ອງການລົບຂໍ້ມູນທີ່ເຟສບຸ໊ກຕາມເຮົານັ້ນກໍຄຣິກທີ່ລ້າງປະຫວັດໄດ້ເລີຍ.

ເຟສບຸ໊ກກໍຈະເຕືອນວ່າຈະສົ່ງຜົນຕໍ່ການ logout ຂອງທຸກແອັບທີ່ login ດ້ວຍບັນຊີເຟສບຸ໊ກ ທ່ານສາມາດຄຣິກຕອບທີ່ລ້າງປະຫວັດ ພຽງເທົ່ານີ້ກໍຖືວ່າສຳເລັດ ເຊິ່ງຈະບໍ່ມີປະຫວັດກິດຈະກຳທີ່ຕິດຕາມທັງໃນ    ເຟສບຸ໊ກ ແລະ ນອກເຟສບຸ໊ກ ແຕ່ກໍຍັງເກັບຂໍ້ມູນຕໍ່ຢູ່. ຫຼັງຈາກນີ້, ໃຫ້ຄຣິກໄປທີ່ຈັດການກິດຈະກຳໃນອະນາຄົົດ ແລ້ວຄຣິກປຸ່ມຈັດການກິດຈະກຳໃນອະນາຄົດອີກຄັ້ງ ແລ້ວເລື່ອນສະວິດປິດທີ່ກິດຈະກຳພາຍນອກ   ເຟສບຸ໊ກໃນອະນາຄົດ ແລ້ວຄຣິກ ປິດ ເປັນອັນສຳເລັດ.

ພຽງເທົ່ານີ້ເຟສບຸ໊ກບໍ່ສາມາດຕິດຕາມກິດຈະກຳຂອງເຮົາທີ່ເຮັດນອກເວັບເຟສບຸ໊ກໄດ້ອີກຕໍ່ໄປ ຈົນກວ່າຈະເປີດກິດຈະກຳພາຍນອກເຟສບຸ໊ກອີກຄັ້ງ.

( ທີ່ມາ: it24hrs.com/2020/off-ເຟສບຸ໊ກ-activity-tool/ )

[ ໂດຍ: ສົມລົດ ]