ປີຜ່ານມາເສດຖະກິດຂອງລາວ ເຕີບໂຕໃນຈັງຫວະທີ່ຊ້າລົງ

128

ຫ້ອງການ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຮ່ວມກັບ ສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປັບໂຄງສ້າງເສດຖະກິດຈັດກອງປະຊຸມເຜີຍແຜ່ບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ປີ 2019 ແລະ ບາງປະເດັນທີ່ຄວນເອົາໃຈໃສ່ໃນຕໍ່ໜ້າ. ບົດປະເມີນດັ່ງກ່າວໄດ້ຊີ້ໃຫ້ເຫັນຫຼາຍປັດໄຈທີ່ເຮັດໃຫ້ເສດຖະກິດລາວຂະຫຍາຍຕົວຊ້າລົງ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2020 ທີ່ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.

ທ່ານ ລີເບີ ລີບົວປາວ ກ່າວວ່າ: ຈຸດປະສົງເພື່ອເຜີຍແຜ່ບົດປະເມີນສະພາບເສດຖະກິດມະຫາພາກ ປະຈຳປີ 2019 ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ທ່າອ່ຽງປີ 2020 ເຊິ່ງຕາມພາລະບົດບາດຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ພວກເຮົາມີໜ້າທີ່ໃນການສ້າງບົດລາຍງານເສດຖະກິດມະຫາພາກ ກໍຄືອີງຕາມສະພາບເສດຖະກິດຂອງປະເທດພວກເຮົາ ພ້ອມສະເໜີແນະທິດທາງ ແລະ ວິທີການແກ້ໄຂບັນຫາ ທີ່ເຫັນວ່າມີຄວາມຈຳເປັນທີ່ຕ້ອງໄດ້ແກ້ໄຂ ເພື່ອເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ.

ສ່ວນການຄົ້ນຄວ້າທາງດ້ານເສດຖະກິດ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແມ່ນຈະໄດ້ສຸມໃສ່ບັນຫາທີ່ພົ້ນເດັ່ນທີ່ເປັນປັດໄຈກະທົບຕໍ່ເສດຖະກິດຂອງພວກເຮົາ ຜ່ານການຄົ້ນ ຄວ້າ ແລະ ໄດ້ຕິດຕາມສະພາບເສດຖະກິດໃນໄລຍະ 1 ປີຜ່ານມາ ແລະ ການພະຍາກອນເສດຖະກິດ ປີ 2020 ນີ້ ເຫັນວ່າມີຫຼາຍເຫດການ ແລະ ຫຼາຍປັດໄຈທີ່ສົ່ງຜົນຕໍ່ແຜນພັດທະນາເສດຖະກິດ – ສັງຄົມຂອງລັດຖະບານເຕີບໂຕໃນຈັງຫວະທີ່ຊ້າລົງ, ໃນບົດລາຍງານນີ້ຈະໄດ້ຍົກໃຫ້ເຫັນວ່າບັນຫາພົ້ນເດັ່ນ, ສາເຫດຕົ້ນຕໍ ແລະ ວິທີແກ້ໄຂໃນຕໍ່ໜ້າ.

ທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ຫົວໜ້າສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປັບໂຄງສ້າງເສດຖະກິດ ກ່າວວ່າ: ເຫດການທີ່ພົ້ນເດັ່ນໃນປີ 2019 ເສດຖະກິດຂອງຈີນ ເຕີບໂຕຊ້າທີ່ສຸດໃນຮອບ 27 ປີ ຍ້ອນບັນຫາຂໍ້ຂັດແຍ່ງທາງດ້ານການຄ້າ ແລະ ຂະບວນການປະທ້ວງຢູ່ ຮົງກົງ ແລະ ທາງອ້ອມຕໍ່ການສົ່ງອອກຂອງລາວທີ່ຢູ່ໃນຕ່ອງໂສ້ການສົ່ງອອກໄປຈີນ ແລະ ສົ່ງຕໍ່ໄປຍັງ ອາເມຣິກາ ແລະ ອາດເຮັດໃຫ້ການລົງທຶນໂດຍກົງຈາກຈີນຢູ່ລາວຫຼຸດລົງ; ການແຂງຄ່າຂອງເງິນບາດກະທົບໂດຍກົງຕໍ່ການນຳເຂົ້າຂອງລາວ ຍ້ອນເກືອບ 60% ຂອງສິນຄ້ານຳເຂົ້າຂອງລາວແມ່ນມາຈາກໄທ ເຮັດໃຫ້ລາຄາສິນຄ້າ ແລະ ປັດໄຈການຜະລິດສູງຂຶ້ນ.

ສ່ວນສະພາບທີ່ພົ້ນເດັ່ນພາຍໃນ, ສະພາບການເຕີບໂຕເສດຖະກິດຂອງລາວປີ 2019 ມີ 2 ປັດໄຈ ຄື:

1 ປັດໄຈດຶງ: ຜົນກະທົບຈາກໄພທຳມະຊາດຕໍ່ຂະແໜງກະສິກຳ, ການຜະລິດໄຟຟ້າຈາກເຂື່ອນທີ່ມີບໍ່ເປັນໄປຕາມແຜນ, ການຜະລິດຂອງອຸດສາຫະກຳບໍ່ແຮ່ ( ທອງແດງ ) ຫຼຸດລົງ, ຂະແໜງກໍ່ສ້າງຊະລໍຕົວຕາມທ່າອ່ຽງການລົງທຶນ ແລະ ອື່ນໆ.

2 ປັດໄຈຍູ້: ຂະແໜງການທ່ອງທ່ຽວຂະຫຍາຍຕົວ 14% ຫຼື 4,79 ລ້ານເທື່ອຄົນ, ການລົງທຶນເອກະຊົນພາຍໃນ ( ປ່ອຍສິນເຊື່ອ ) ຍັງມີບັນຍາກາດຟົດຟື້ນຢູ່ ( ຈາກ 5,8% ເປັນ 7,1% ( ຂໍ້ມູນ 10 ເດືອນ )), ຂະແໜງການສົ່ງອອກສິນຄ້າໄປຕ່າງປະເທດ ກໍມີທ່າອ່ຽງຂະຫຍາຍຕົວດີ ປະມານ 11,08% ເຊັ່ນ: ນ້ຳຕານ, ເຈ້ຍ, ກະສິກຳ.

ເພື່ອຮັບປະກັນການຫັນປ່ຽນທີ່ໜັກແໜ້ນ, ຫຼຸດຜ່ອນຄວາມສ່ຽງຈາກພາຍນອກ ແລະ ເພີ່ມໂອກາດໃນການພັດທະນາຕາມທິດເຕີບໂຕໄວ, ມີສະຖຽນລະພາບ ແລະ ຍືນຍົງ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບາງປະເດັນທີ່ສຳຄັນ ຄື: ສືບຕໍ່ປະຕິບັດຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາເສດຖະກິດ ແລະ ຂໍ້ຫຍຸ້ງຍາກໃນການພັດທະນາ; ສຸມໃສ່ບາງຂະແໜງການທີ່ມີທ່າແຮງ ( ກະສິກຳ, ທ່ອງທ່ຽວ ) ເປັນພິເສດ ເພື່ອໃຫ້ໄດ້ປະໂຫຍດສູງສຸດຈາກການເຊື່ອມໂຍງ – ເຊື່ອມຈອດກັບພາກພື້ນ ແລະ ສາກົນ; ພັດທະນາຊັບພະຍາກອນມະນຸດໃຫ້ມີທັກສະ, ຄວາມຮູ້, ຄວາມສາມາດສູງສາມາດຮ່ວມຕ່ອງໂສ້ການຜະລິດທີ່ມີມູນຄ່າເພີ່ມສູງ

ທັງເປັນການເກັບກ່ຽວຜົນປະໂຫຍດຈາກການປັນຜົນທາງປະຊາກອນ; ເພີ່ມຄວາມເອົາໃຈໃສ່ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດທີ່ນັບມື້ເກີດຖີ່ຂຶ້ນ ແລະ ຮຸນແຮງຂຶ້ນ ກະທົບຕໍ່ການເຕີບໂຕຂອງເສດຖະກິດ ແລະ ຕິດຕາມ, ເຝົ້າລະວັງ ແລະ ພ້ອມຮັບມືກັບການລະບາດຂອງພະຍາດຮ້າຍແຮງຕ່າງໆ ໂດຍສະເພາະໄວຣັສໂຄໂຣນາສາຍພັນໃໝ່, “ ທ່ານ ສະຖາບັນດິດ ອິນຊີຊຽງໃໝ່ ” ກ່າວ.

[ ຂ່າວ: ສົມລົດ; ຮູບ: ສອນໄຊ ]