ທຄຕລ ທົບທວນການດໍາເນີນທຸລະກິດປີ 2019 ແລະ ຮັບຮອງແຜນການປີ 2020

72

ວ່າງບໍ່ດົນມານີ້ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ໄດ້ຈັດກອງປະຊຸມທົບທວນຜົນການດໍາເນີນທຸລະກິດ ປະຈໍາປີ 2019 ແລະ ຮັບຮອງແຜນການສາຂາທົ່ວລະບົບ ປະຈໍາປີ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ, ມີບັນດາຄະນະອໍານວຍການ, ຄະນະພະແນກ, ສູນ, ຄະນະສາຂາທົ່ວລະບົບ ທຄຕລ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ເວັບໄຊຂອງຕະຫຼາດຫຼັກຊັບລາວ ໄດ້ເປີດເຜີຍຜົນກອງປະຊຸມທົບທວນການດໍາເນີນທຸລະກິດ ປະຈໍາປີ 2019 ແລະ ແຜນການ 2020 ຂອງ ທຄຕລ ວ່າ: ໃນທີ່ປະຊຸມໄດ້ມີການປະເມີນຜົນການເຄື່ອນໄຫວໃນແຕ່ລະດ້ານ, ວິເຄາະຜົນດໍາເນີນທຸລະກິດຂອງ ທຄຕລ ໄລຍະປີ 2019 ຜ່ານມາ ແລະ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ເພື່ອຫາວິທີແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ເຊິ່ງກອງປະຊຸມໄດ້ມອບຕົວເລກແຜນການປີ 2020 ໃຫ້ບັນດາສາຂາໂດຍອີງຕາມທ່າແຮງຂອງແຕ່ລະທ້ອງຖິ່ນຢ່າງເໝາະສົມ ໃຫ້ສາຂານໍາໄປຜັນຂະຫຍາຍໃຫ້ບັນລຸແຜນການທີ່ວາງໄວ້.

ຄຽງຄູ່ກັນນັ້ນ, ຍັງໄດ້ຮັບການຊີ້ນຳຈາກຜູ້ອໍານວຍການ ແລະ ຄະນະອໍານວຍການໃນການປະຕິບັດງານ ໂດຍເນັ້ນໃຫ້ບັນດາພະແນກການ ແລະ ສາຂາສືບຕໍ່ເອົາໃຈໃສ່ໃນການບໍລິການຂອງຕົນ, ຮັກສາຖານລູກຄ້າເກົ່າ ແລະ ຂະຫຍາຍລູກຄ້າໃໝ່, ເອົາໃຈໃສ່ໃນການຂາຍຜະລິດຕະພັນຕ່າງໆຂອງ ທຄຕລ ໂດຍສະເພາະບັນດາຜະລິດຕະພັນເອເລັກໂຕຣນິກເພື່ອສ້າງຄວາມສະດວກໃຫ້ລູກຄ້າ ທັງເປັນການປະຕິບັດນະໂຍບາຍຫຼຸດຜ່ອນການນໍາໃຊ້ເງິນສົດໃນສັງຄົມ ແລະ ເອົາໃຈໃສ່ວຽກງານກວດກາ, ວຽກງານຄຸ້ມຄອງຄວາມສ່ຽງໃນແຕ່ລະດ້ານ.

ຂະນະດຽວກັນ, ພະແນກຄົ້ນຄວ້າ ແລະ ພັດທະນາ ກໍໄດ້ສະເໜີກ່ຽວກັບການພັດທະນາວຽກງານສະຖິຕິຂອງ ທຄຕລ ທີ່ຈະເຮັດໃຫ້ບັນດາສາຂາຮັບຮູ້ໄດ້ເຖິງຂໍ້ມູນດ້ານຕ່າງໆ ເພື່ອຈະເປັນບ່ອນອີງໃນການວາງແຜນພັດທະນາວຽກງານຂອງຕົນ. ນອກຈາກນັ້ນ, ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການ ທຄຕລ ຍັງໄດ້ແຈ້ງຕໍ່ກອງປະຊຸມກ່ຽວກັບການພັດທະນາຜະລິດຕະພັນ One Cash ອອກມາຮັບໃຊ້ສັງຄົມ, ຜະລິດຕະພັນດັ່ງກ່າວເປັນຟັງຊັນໜຶ່ງຂອງ BCEL One ເພື່ອຮອງຮັບລູກຄ້າທີ່ບໍ່ມີບັນຊີນຳ ທຄຕລ ກໍສາມາດເຮັດທຸລະກໍາຜ່ານ BCEL One ໄດ້ ແລະ ສາມາດສະແກນຖອນເອົາເງິນຈາກຕູ້ ATM ຂອງ ທຄຕລ ຫຼື ຖອນເງິນຈາກຈຸດບໍລິການຂອງ ທຄຕລ ໄດ້.