ສາຍຝົນ ແດນເມືອງຊ່ອນ ນັກຮ້ອງນ້ອງໃໝ່

92

ໜຸ່ມ ສາຍຝົນ ແດນເມືອງຊ່ອນ ເປັນສິລະປິນນ້ອງໃໝ່ໃນສັງກັດ ໂຕເອງ ສະຕູດີໂອ ( Toeng Studio ) ໄດ້ປ່ອຍຜົນງານເພງໃໝ່ “ ຄິດວ່າເຂົາຮັກແທ້ ” ແລະ ເປັນການແຈ້ງເກີດໃນວົງການບັນເທີງ ປັດຈຸບັນກໍໄດ້ປ່ອຍໃຫ້ໄດ້ຮັບຟັງກັນໄປເປັນທີ່ຮຽບຮ້ອຍທາງຊ່ອງຢູທູບຂອງ Toeng Studio ແລະ ວິທະຍຸທຸກຄື້ນທົ່ວປະເທດ.

ສາຍຝົນ ແດນເມືອງຊ່ອນ ມີຖິ່ນກໍາເນີດຈາກເມືອງຊ່ອນ ແຂວງຫົວພັນ ເປັນໜຶ່ງໃນຜູ້ທີ່ມີໃຈມັກຮັກໃນດ້ານການຮ້ອງເພງ ແລະ ຫຼິ້ນດົນຕີ ຈຶ່ງໄດ້ສະໝັກເຂົ້າຮ່ວມກິດຈະກໍາການແຂ່ງຂັນປະກວດນັກຮ້ອງສຽງດີທາງອອນລາຍ ຄັ້ງທີ 1 ທີ່ທາງຄ້າຍເພງ ໂຕເອງ ສະຕູດີໂອ “ Toeng Studio ” ຈັດຂຶ້ນ ໂດຍສາມາດຍາດໄດ້ລາງວັນຊະນະເລີດມາຄອບຄອງ ແລະ ໄດ້ເປັນນັກຮ້ອງນ້ອງໃໝ່ໃນສັງກັດ ພ້ອມດ້ວຍເປີດໂຕຜົນງານເພງທໍາອິດໃນຊີວິດຄືເພງ “ ຄິດວ່າເຂົາຮັກແທ້ ”.

ເພງ “ ຄິດວ່າເຂົາຮັກແທ້ ” ໜຸ່ມ ໂຊນ່ານ ແຈັກເກັດ ເຈົ້າຂອງຄ້າຍເພງໂຕເອງສະຕູດີໂອ ເປັນຜູ້ປະພັນໃຫ້ ເຊິ່ງເປັນແນວເພງລູກທົ່ງອິນດີ້, ຈັງຫວະຊ້າໆຊຶ້ງກິນໃຈ ແລະ ມີເນື້ອຫາຜິດຫວັງຍ້ອນຄິດວ່າເຂົາຮັກແທ້, ແຕ່ໃນຄວາມຈິງຄືເຂົາອີ່ຕົນເຮົາເທົ່ານັ້ນ ແລະ ໃນໄວໆນີ້ຈະໄດ້ຮັບຊົມມິວສິກວິດີໂອ ຫຼື ການສະແດງລະຄອນປະກອບເພງອອກມາໃຫ້ຮັບຊົມ.

ສຸດທ້າຍຝາກຕິດຕາມຜົນງານຂອງນັກຮ້ອງນ້ອງໃໝ່   “ ສາຍຝົນ ແດນເມືອງຊ່ອນ ” ໂດຍຈະມີຜົນງານເພງໃໝ່ອອກມາໃຫ້ໄດ້ຮັບຊົມ ແລະ ຮັບຟັງເລື້ອຍໆ. ສາມາດຕິດຕາມການເຄື່ອນໄຫວ ຫຼື ຕິດຕາມຂໍ້ມູນ – ຂ່າວສານໄດ້ທາງເຟສບຸ໊ກສ່ວນຕົວ: ສາຍຝົນ ແດນເມືອງຊ່ອນ ຫຼື ເພຈ໌       ເຟສບຸ໊ກ Toeng Studio ແລະ ຢູທູບຂອງ Toeng Studio.

( ຂ່າວ: ນຸ້ມນິ້ມ )

( ຮູບ: ສາຍຝົນ ແດນເມືອງຊ່ອນ )