ເຕັກນິກການປູກໝາກຖົ່ວຝັກຍາວ ໃຫ້ໄດ້ຜົນຜະລິດດີໃນລະດູແລ້ງ

192

ໝາກຖົ່ວຝັກຍາວ ສາມາດຈະເລີນເຕີບໂຕໄດ້ດີໃນດິນເກືອບທຸກຊະນິດ, ແຕ່ຈະເຕີບໂຕໄດ້ດີທີ່ສຸດ ແລະ ເໝາະສົມທີ່ສຸດໃນດິນຮ່ວນປົນຊາຍເລັກໜ້ອຍ, ແຕ່ໃນໄລຍະລະດູແລ້ງແບບນີ້ກໍຕ້ອງໄດ້ເອົາໃຈໃສ່ດູແລເປັນພິເສດຄືກັບພືດຊະນິດອື່ນເຊັ່ນກັນ.

ໝາກຖົ່ວຝັກຍາວ ມັນເປັນພືດສວນຄົວຊະນິດໜຶ່ງທີ່ລະບົບຮາກລະອຽດອ່ອນ ຈຶ່ງຕ້ອງມີການກຽມດິນກ່ອນທີ່ຈະລົງມືປູກຈະຊ່ວຍໃຫ້ການຈະເລີນເຕີບໂຕຂອງລໍາຕົ້ນສົມບູນສະໝໍ່າສະເໝີ, ໃນການກຽມດິນຄວນໄຖພວນໜ້າດິນໃຫ້ເລິກປະມານ 6 ຫາ 8 ນິ້ວ ແລ້ວຕາກດິນຖິ້ມໄວ້ປະມານ 1 ອາທິດ ເພື່ອທໍາລາຍເຊື້ອພະຍາດແລະ ໄຂ່ຂອງແມງໄມ້ຊະນິດຕ່າງໆທີ່ເປັນສັດຕູພືດ ໂດຍສະເພາະລະດູແລ້ງທີ່ມີມັດດິນລະບາດຫຼາຍ.

ຫຼັງຈາກໄຖພວນດິນແລ້ວໃຫ້ເກັບເສດວັດຊະພືດອອກຈາກໜານໃຫ້ໝົດ ແລ້ວປັບປຸງແປງໂຄງດ້ວຍການໄຖຄາດໜ້າດິນ ແລະ ໃສ່ປຸ໋ຍຄອກ ຫຼື ປຸ໋ຍໝັກລົງໄປພ້ອມກັນໃນລະຫວ່າງທີ່ໄຖຄາດ, ຍົກໜານໃຫ້ສູງຂຶ້ນພໍປະມານ ໂດຍໃຫ້ມີຄວາມກວ້າງ 1 ຫາ 1,2 ແມັດ, ຄວາມຍາວຕາມ ຄວາມເໝາະສົມຂອງເນື້ອທີ່ດິນທີ່ມີ, ພ້ອມກຽມຮ່ອງລະຫວ່າງໜານສໍາລັບການຍ່າງເຂົ້າອອກປະມານ 1 ແມັດ.

ຕໍ່ມາການກຽມໜານເພື່ອຈະລົງມືປູກໃຫ້ໄລຍະຫ່າງລະຫວ່າງຕົ້ນຢູ່ປະມານ 40 ຫາ 50 ຊັງຕີແມັດ, ລະຫວ່າງແຖວ 70 ຫາ 100 ຊັງຕີແມັດ ໂດຍໄຖດິນໃຫ້ເລິກປະມານ 20 ຊັງຕີແມັດ, ຕາກດິນຖິ້ມໄວ້ປະມານ 7 ຫາ 10 ວັນ ໃສ່ປຸ໋ຍຄອກ ຫຼື ປຸ໋ຍໝັກ ປະມານ 2.000 ກິໂລກຣາມຕໍ່ພື້ນທີ່ 1 ໄລ່, ສ່ວນຂຸມປູກໃຫ້ໃຊ້ສຽມຂຸດເລິກປະມານ 5 ຊັງຕີແມັດ ແລ້ວນໍາເອົາແກ່ນພັນມາຢອດໃສ່ຈໍານວນ 3 ແກ່ນຕໍ່ຂຸມ ແລ້ວຖົມດ້ວຍຂີ້ແກບ ຫຼື ປຸ໋ຍຄອກ 2 ຫາ 3 ກໍາມືຕໍ່ຂຸມ. ຈາກນັ້ນ, 7 ຫາ 15 ວັນ ຖອນເບ້ຍທີ່ບໍ່ສົມບູນອອກ, ເມື່ອອາຍຸໄດ້ 15 ຫາ 20 ວັນ ຫຼື ໄລຍະທີ່ເລີ່ມມີໃບແທ້ 4 ຫາ 5 ໃບ ມັນຈະເລີ່ມຖອດຍອດ ແລະ ເລືອໄດ້. ດັ່ງນັ້ນ, ໄລຍະນີ້ຕ້ອງເຮັດຄ້າງໂດຍການປັກໄມ້ໃສ່ ເຊິ່ງມີຫຼາຍແບບ ເຊັ່ນ: ປັກໄວ້ແບບຊື່ໆໃຊ້ໄມ້ລໍາດຽວ, ປັກແບບກະໂຈມ 4 ຂຸມ ຕໍ່ 1 ກະໂຈມ, ປັກແບບສາມຫຼ່ຽມ ແລະ ແບບອື່ນໆອີກແລ້ວແຕ່ຄວາມສະດວກ ແລະ ເໝາະສົມຕາມແຕ່ລະພື້ນທີ່.

ຫຼັງຈາກປູກແລ້ວໃຫ້ຫົດນໍ້າທຸກມື້ເຊົ້າ – ແລງ ຈົນຕົ້ນຖົ່ວສາມາດຢືນຂຶ້ນຕັ້ງຊື່ໄດ້. ຫຼັງຈາກນັ້ນ, ຈຶ່ງຄ່ອຍຫຼຸດປະລິມານການໃຫ້ນໍ້າລົງປະມານມື້ລະຄັ້ງ ຫຼື 2 ມື້ຕໍ່ຄັ້ງ, ຫຼັງຈາກປູກປະມານ 50 ຫາ 60 ວັນ ກໍຈະສາມາດເກັບຜົນຜະລິດໄດ້ ເຊິ່ງໄລຍະເວລານີ້ມັນຈະໃຫ້ຜົນຜະລິດດີບໍ່ແກ່ ແລະ ບໍ່ອ່ອນເກີນໄປ.

ສິ່ງສໍາຄັນການປູກໄລຍະລະດູແລ້ງ ໂດຍສະເພາະເຂດດິນຊາຍຄວນໃສ່ປຸ໋ຍອິນຊີ, ເມື່ອຕົ້ນຖົ່ວອາຍຸປະມານ 15 ວັນ ໂດຍການພວນດິນແລ້ວໂຮຍປຸ໋ຍອ້ອມຮອບຕົ້ນ, ຫາກບໍ່ມີປຸ໋ຍອິນຊີກໍສາມາດໃຊ້ປຸ໋ຍຄອກໄດ້ເຊັ່ນກັນ ໂດຍນໍາມາໂຮຍອ້ອມຕົ້ນໃຫ້ຫ່າງຈາກໂຄນຕົ້ນປະມານ 10 ຊັງຕີແມັດ. ພ້ອມນີ້, ຢ່າລືມໝັ່ນກວດກາເບິ່ງຕົ້ນຂອງມັນຢູ່ຕະຫຼອດເພື່ອເຝົ້າລະວັງສັດຕູພືດພ້ອມໃຫ້ນໍ້າຢ່າງພຽງພໍ.

( ທີ່ມາ: https://www.dailynews.co.th/agriculture )