ບັນດາສິລະປິນຄົນມີຊື່ສຽງຂອງລາວ ໄດ້ຮັບລາງວັນຈາກເວທີ Thailand Digital Award 2020

231

ຂໍສະແດງຄວາມດີໃຈກັບທຸກທ່ານທີ່ໄດ້ຮັບລາງວັນຈາກເວທີ Thailand Digital Award 2020 ຄັ້ງທີ 3 ຈັດຂຶ້ນທີ່ກຸງເທບ ປະເທດໄທ ໃນທ້າຍເດືອນມັງກອນຜ່ານມາ ເຊິ່ງທັງ 10 ທ່ານ ຖືວ່າໄດ້ເປັນຕົວແທນຂອງປະເທດລາວໄປຮັບລາງວັນດັ່ງກ່າວເປັນຄັ້ງທຳອິດ ໄດ້ແກ່:

1 ທ່ານ ເທບມະຫາວິໄຊ ໄຊທິລາດ ( Thepmahavixay Saythilath ) Tar APacts ຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ນັກຮ້ອງ, ນັກສະແດງ ແລະ ນັກແຕ່ງເພງ ໄດ້ຮັບ 2 ລາງວັນ ຄື: ລາງວັນ Thailand Digital Award 2020 ສາຂາລາງວັນສິລະປິນນັກຮ້ອງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital ແລະ ລາງວັນ Friendship, Culture and Tourism Promotion ASEAN 2019 – 2020 ( ມິດຕະພາບ, ວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວອາຊຽນ ປະຈຳປີ 2019 – 2020 ).

2 ທ່ານ ນາງ ຈັນພອນມະນີ ສຸດຕະວົງ ( Chanphone- many Souttavong ) Toon Diva ຮອງຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ສິລະປິນນັກຮ້ອງ ໄດ້ຮັບລາງວັນ Thailand Digital Award 2020 ສາຂານັກຮ້ອງຍິງດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital.

3 ທ່ານ ນາງ ຕົ້ນຄຳ ພົນຈັນເຮືອງ ( Jenny ) Miss World Laos 2017 ຜູ້ບໍລິຫານ ຕົ້ນຄຳ Modeling ນາງແບບ, ນັກສະແດງ ແລະ ພິທີກອນ ໄດ້ຮັບລາງວັນ Thailand Digital Award 2020 ສາຂາລາງວັນນັກສະແດງຍິງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital.

4 ທ່ານ ຄຳເພົ້າ ບົວພັນ ( Khamphao Buaphan ) ນັກອອກແບບເສື້ອຜ້າ ແລະ ເຈົ້າຂອງຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ໄດ້ຮັບລາງວັນ Thailand Digital Award 2020 ສາຂານັກອອກແບບເສື້ອຜ້າດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital.

5 ທ່ານ ວັນນະເສີມ ສີສົມບັດ ( Teler ) ສິລະປິນນັກຮ້ອງ, ນັກສະແເດງ ແລະ ຊາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາລາງວັນນັກສະແດງຊາຍດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital.

6 ທ່ານ ພະນາສິດ ບຸນວິໄລ ( Win ) ສິລະປິນນັກຮ້ອງ, ນັກສະແດງ ແລະ ຊາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາລາງວັນນັກສະແດງຊາຍຮຸ່ນໜຸ່ມດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital.

7 ທ່ານ ອິນດູ່ ສີຫາປັນຍາ ສິລະປິນນັກຮ້ອງ, ນັກສະແດງ ແລະ ຊາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາລາງວັນນັກຮ້ອງຊາຍຮຸ່ນໜຸ່ມດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital.

8 ທ່ານ ນາງ ພອນວິໄລ ແສນປະເສີດ ເຈົ້າຂອງທຸລະກິດອະສັງຫາລິມະຊັບ ທີ່ປຶກສາກິດຕິມະສັກ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ໄດ້ຮັບລາງວັນ Thailand Digital Award 2020 ສາຂາລາງວັນແມ່ຍິງລາວດີເດັ່ນ ຜູ້ສ້າງແຮງບັນດານໃຈໃນການຊ່ວຍເຫຼືອສັງຄົມໃນຍຸກ Digital.

9 ທ່ານ ສຸລິຍົມ ຈັນດາລາສານ ຜູ້ອຳນວຍການ ບໍລິສັດ ພູນຊັບ ຟາຣ໌ມາ ຈຳກັດ ຜູ້ກໍ່ຕັ້ງຮ້ານຕັດຜົມຊາຍ The Barber Lao, ຜູ້ບໍລິຫານ ຄລີນິກ ວຽງຈັນ ສາກົນ ໄດ້ຮັບລາງວັນ Thailand Digital Award 2020 ສາຂາລາງວັນນັກທຸລະກິດໜຸ່ມດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital.

10 ທ່ານ ໂສພາ ອິນທະວົງສາ ຫົວໜ້າຫ້ອງການບໍລິຫານ ວາລະສານ ວັນນະສິນ ທັງເປັນຮອງປະທານສະໂມສອນວັດທະນະທໍາສິນໄຊ ໄດ້ຮັບລາງວັນກິດຕິມະສັກຜູ້ທໍາຄຸນປະໂຫຍດຕໍ່ປະເທດດ້ານວັດທະນະທໍາ ແລະ ສົ່ງເສີມການທ່ອງທ່ຽວ ໄທ – ລາວ ໃນຍຸກ Digital.

[ ຂ່າວ: ນຸ້ມນິ້ມ; ຮູບ: ຄ້າຍກ້າວໜ້າ ]