ເບິ່ງ! ທ່າອ່ຽງທຸລະກິດຂີ້ເຫຍື້ອທີ່ກໍາລັງເປັນຈຸດສົນໃຈຂອງສັງຄົມປັດຈຸບັນ

236

ຂີ້ເຫຍື້ອຂອງນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາເຫັນວ່າມີລັກສະນະເພີ່ມຂຶ້ນເລື້ອຍໆ ເນື່ອງຈາກອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ທີ່ຢູ່ອາໄສເພີ່ມຂຶ້ນ ເຮັດໃຫ້ສິ່ງເສດເຫຼືອຈາກອາຫານ, ສິນຄ້າອຸປະໂພກ – ບໍລິໂພກອື່ນໆມີລັກສະນະເພີ່ມຂຶ້ນທຸກປີ. ດັ່ງນັ້ນ, ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ເຫັນໂອກາດທາງທຸລະກິດຈາກຂີ້   ເຫຍື້ອ ຈຶ່ງໄດ້ລົງທຶນ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນ ປະກອບມີ: ໂຮງງານຄັດແຍກຂີ້ເຫຍື້ອ, ໂຮງງານຜະລິດຢາງພລາສຕິກ, ໂຮງງານຜະລິດພະລັງງານໄຟຟ້າ ແລະ ໂຮງງານປຸ໋ຍຊີວະພາບ ເຊິ່ງໄດ້ວາງສີລາລືກການກໍ່ສ້າງໂຮງງານ ຫຼັງທີ 1 ໃນຕົ້ນເດືອນມັງກອນ 2020 ແລະ ຄາດວ່າຈະໃຫ້ສໍາເລັດພາຍໃນ 8 ເດືອນ.

ທ່ານ ປອ. ຄຳຫຼ້າ ນາກຄະວົງ ປະທານ ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ, ຜູ້ອຳນວຍການ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໃຫ້ສໍາພາດວ່າ: ພວກເຮົາໄດ້ເຮັດການສຶກສາສໍາຫຼວດຄວາມເປັນໄປໄດ້ ນັບແຕ່ປີ 2011 ເປັນຕົ້ນມາ ຮອດທ້າຍປີ 2019 ຈຶ່ງໄດ້ເຊັນສັນຍາດັດແກ້ ແລະ ເພີ່ມຕື່ມຂອງສັນຍາສໍາປະທານທີ່ດິນ ແລະ ສະໜາມຂີ້ເຫຍື້ອ ເພື່ອສ້າງຕັ້ງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຢູ່ບ້ານນາຜາສຸກ ( ຫຼັກ 32 ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນມູນຄ່າການລົງທຶນ 30 ລ້ານໂດລາ ໂດຍເປັນທຶນຈົດທະບຽນ 9 ລ້ານໂດລາ ເຊິ່ງບໍລິສັດທີ່ລົງທຶນມີ ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ຖືຫຸ້ນ 20% ບໍລິສັດ ຢູເອຊີ ເອັນເນີເຢີ້ ຈໍາກັດ ( ໄທ ) ຖືຫຸ້ນ 50,01% ບໍລິສັດ ສະແບງຊັດສ໌ເທນເນເບີ້ນ ເອັນເນີຢີ້ ຈໍາກັດ ( ໄທ ) ຖືຫຸ້ນ 29,99%. ສໍາລັບເດືອນມັງກອນນີ້ພວກເຮົາໄດ້ເລີ່ມລົງມືກໍ່ສ້າງອາຄານໂຮງງານ ຫຼັງທີ 1 ເປັນໂຮງງານຄັດແຍກຂີ້ເຫຍື້ອ ແລະ ຈະໃຫ້ສໍາເລັດໃນ 8 ເດືອນ. ຫຼັງຈາກນັ້ນ, ກໍນໍາເຂົ້າເຄື່ອງຈັກຈາກປະເທດເຢຍລະມັນ ແລ້ວກ້າວເຂົ້າສູ່ຂະບວນການຜະລິດຕໍ່ໄປ.

ເວົ້າສະເພາະຄວາມຕ້ອງການຂີ້ເຫຍື້ອທີ່ຈະສະໜອງໃຫ້ໂຮງງານ ຫຼັງທີ 1 ຈໍານວນ 400 ໂຕນຕໍ່ມື້, ແຕ່ຖ້າໂຮງງານຫຼັງທີສອງສໍາເລັດກໍຈະມີຄວາມຕ້ອງການຫຼາຍຂຶ້ນຕື່ມອີກ. ຄຽງຄູ່ກັນນັ້ນ, ການນໍາເອົາຂີ້ເຫຍື້ອມາຜະລິດເປັນພະລັງງານທົດແທນບໍລິສັດຈະຂາຍໄຟຟ້າໃຫ້ກັບ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ; ສ່ວນຂີ້ເຫຍື້ອທີ່ເປັນປະເພດ        ພລາສຕິກທາງບໍລິສັດຈະຜະລິດເປັນສິນຄ້າສົ່ງອອກໃຫ້ກັບອົສຕຣາລີ ເຊິ່ງພວກເຮົາມີຕະຫຼາດຮອງຮັບຢູ່ແລ້ວ ແລະ ສິ່ງເສດເຫຼືອຂັ້ນຕອນສຸດທ້າຍຈາກໂຮງງານແລ້ວເອົາມາຜະລິດເປັນປຸ໋ຍຊີວະພາບ ກໍໄດ້ມີການຫາລືກັບສະມາຄົມກະສິກຳ ເພື່ອການສະໜອງປຸ໋ຍໃຫ້ແກ່ການຜະລິດຂອງຊາວກະສິກອນ ລວມທັງທະນາຄານສົ່ງເສີມກະສິກຳເພິ່ນກໍຍິນດີໃຫ້ ຄວາມຮ່ວມມືຂໍພຽງແຕ່ປຸ໋ຍເຮົາມີຄຸນນະພາບ ແລະ ລາຄາບໍ່ແພງກວ່າບ່ອນອື່ນ ທັງໝົດນີ້ໄດ້ມີການເຊັນ MOU ກັນແລ້ວ.

ທ່ານ ປອ. ຄຳຫຼ້າ ຍັງອະທິບາຍຕື່ມວ່າ: ສໍາລັບເນື້ອທີ່ເຊົ່າສໍາປະທານແມ່ນ 50 ເຮັກຕາ ມີອາຍຸຕາມສັນຍາ 45 ປີ. ສໍາລັບການລົງທຶນນີ້ຖ້າຫາກທຸກໂຮງງານເດີນເຄື່ອງຜະລິດເຕັມຮູບແບບ ຄາດວ່າອີກປະມານ 7 ປີ ເຮົາສາມາດໄດ້ທຶນຄືນ, ສ່ວນເວລາທີ່ເຫຼືອກໍເປັນກໍາໄລ. ໃນນີ້, ໂຮງງານຄັດແຍກຂີ້ເຫຍື້ອ, ໂຮງງານຜະລິດຢາງພລາສຕິກ ແລະ ໂຮງງານປຸ໋ຍຊີວະພາບແມ່ນຈະເດີນເຄື່ອງຜະລິດ 16 ຊົ່ວໂມງຕໍ່ມື້, ສ່ວນການຜະລິດໄຟຟ້າແມ່ນຕະຫຼອດ 24 ຊົ່ວໂມງ.

ນອກນັ້ນ, ຂີ້ເຫຍື້ອເກົ່າທີ່ຖືກຝັງດິນ ປະມານ 4 ແສນໂຕນ ກໍຈະຂຸດຄົ້ນເອົາມາຜະລິດໃຫ້ໝົດປະມານ 10 ປີ ແລະ ຂີ້ເຫຍື້ອໃໝ່ກໍຈະເຂົ້າສູ່ຂັ້ນຕອນການຜະລິດ ໂດຍບໍ່ຕ້ອງຝັງອີກຕໍ່ໄປ, ທັງໝົດນີ້ການຮັບປະກັນດ້ານມົນລະພິດແມ່ນໄປຕາມການຊີ້ນໍາຂອງກົມມົນລະພິດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງຄວາມຮ້ອນ 1.200 ອົງສາຂຶ້ນໄປ ຖືວ່າບໍ່ມີຜົນກະທົບທາງດ້ານສິ່ງແວດລ້ອມ.

ສໍາລັບແຜນການຕໍ່ໄປ, ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ຈະລົງທຶນສ້າງຕັ້ງເປັນລັດວິສາຫະກິດຫຸ້ນສ່ວນຂົນສົ່ງຮ່ວມກັບນະຄອນຫຼວງວຽງຈັນ ເນື່ອງຈາກຂີ້ເຫຍື້ອໃນແຕ່ລະມື້ມີຈໍານວນຫຼາຍ ເຊິ່ງບໍລິສັດມີແຜນຈະຊື້ລົດຂົນສົ່ງ ຈໍານວນ 50 ຄັນ ແຕ່ໃນເບື້ອງຕົ້ນຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ຈະເປັນຜູ້ສະໜອງຂີ້ເຫຍື້ອໃຫ້ກັບໂຮງງານພວກເຮົາ, ສ່ວນລົດ 50 ຄັນທີ່ເຮົາຊື້ມານັ້ນ ນະຄອນຫຼວງເພິ່ນອະນຸຍາດໃຫ້ແລ່ນຂົນສົ່ງຂີ້ເຫຍື້ອຢູ່ 4 ເມືອງໃນ, ສ່ວນລົດຂອງ ອົງການຄຸ້ມຄອງ ແລະ ບໍລິການຕົວເມືອງທີ່ມີຢູ່ໃຫ້ແລ່ນໃນ 5 ເມືອງນອກ. ສິ່ງດັ່ງກ່າວຈະສາມາດເກັບຂີ້ເຫຍື້ອໄດ້ໝົດທຸກຈຸດ, ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ໃຫ້ປະຖິ້ມຄືເຮົາເຫັນໃນປັດຈຸບັນ.

ປະທານບໍລິສັດ ຍັງເວົ້າເຖິງເຫດຜົນທີ່ຢາກມາເຮັດທຸລະກິດຂີ້ເຫຍື້ອ ວ່າ: ເນື່ອງຈາກພວກເຮົາໄດ້ໄປສຶກສາຢູ່ຫຼາຍປະເທດກ່ຽວກັບເຕັກໂນໂລຊີບໍາບັດຂີ້ເຫຍື້ອ, ມີແຫຼ່ງທຶນທີ່ຮັບປະກັນໄດ້ ແລະ ທີ່ສໍາຄັນເຮົາມີຄູ່ສັນຍາທີ່ມີປະສົບການເຮັດຕົວຈິງມາແລ້ວ ເຊິ່ງກ່ອນໜ້ານັ້ນມີ 7 ບໍລິສັດຈາກໄທ, ຝຣັ່ງ, ສປ ຈີນ, ສສ ຫວຽດນາມ ແລະ ບໍລິສັດໃນລາວໄດ້ຍື່ນຊອງປະມູນເພື່ອລົງທຶນ ແຕ່ເຫດຜົນທີ່ເຮົາໄດ້ຮັບຄວາມໄວ້ວາງໃຈຈາກຂັ້ນເທິງກໍຍ້ອນວ່າ: ເຮົາຂໍເອົາຂີ້ເຫຍື້ອມາຜະລິດເທົ່ານັ້ນ ແລະ ບໍ່ເອົາຄ່າກໍາຈັດຂີ້ເຫຍື້ອ ເພາະພວກເຮົາໝັ້ນໃຈວ່າຈະສາມາດເອົາຂີ້ເຫຍື້ອມາຜະລິດເປັນສິນຄ້າໄດ້ ໂດຍນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ແລະ ອີກຢ່າງກໍເປັນບໍລິສັດຂອງຄົນລາວເອງ ທາງນະຄອນຫຼວງເພິ່ນກໍພິຈາລະນາໃຫ້ເປັນຜູ້ຈັດຕັ້ງປະຕິບັດ.

ປັດຈຸບັນປະຊາຊົນທີ່ເກັບຂີ້ເຫຍື້ອໃນບໍລິເວນສະໜາມນັ້ນ 200 ກວ່າຄົນ ແຕ່ພາຍຫຼັງໂຮງງານດໍາເນີນການຜະລິດເຮົາກໍມີຄວາມຕ້ອງການພະນັກງານ ຈໍານວນ 300 ກວ່າຄົນ ໂດຍຈະເອົາຄົນໃນພື້ນທີ່. ທັງນີ້, ກໍເພື່ອສ້າງວຽກເຮັດງານທຳໃຫ້ກັບເຂົາເຈົ້າເຖິງແມ່ນວ່າເຮົາມີໂຮງງານທີ່ທັນສະໄໝກໍຈິງ ແຕ່ການຄັດແຍກຂີ້ເຫຍື້ອກໍມີຄວາມຈໍາເປັນໃຊ້ຄົນ ແລະ ບາງສ່ວນແມ່ນເຄື່ອງຈັກຄັດແຍກ.

ຂໍ້ມູນຂອງບໍລິສັດຍັງໃຫ້ຮູ້ອີກວ່າ: ໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນນັ້ນມີຄວາມຕ້ອງການຂີ້ເຫຍື້ອ 400 ໂຕນຕໍ່ມື້. ໃນນີ້, ສາມາດຜະລິດໄຟຟ້າໄດ້ 6 ເມກາວັດ, ສ່ວນຜະລິດຢາງພລາສຕິກ ປະມານ 40 ໂຕນຕໍ່ມື້ ແລະ ປຸ໋ຍອິນຊີ ປະມານ 100 ໂຕນຕໍ່ມື້.

[ ຂ່າວ – ຮູບ: ສົມສະຫວິນ ]