ຊົມເຊີຍ!!  ບຸນວັດພູຈຳປາສັກປີນີ້ເປີດໃຫ້ມວນຊົນເຂົ້າທ່ຽວຊົມຟຣີ

271

ເຊີນທ່ຽວຊົມງານບຸນ ບຸນນະມັດສະການວັດພູຈຳປາສັກ ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 6-8 ກຸມພາ 2020 ຈະມາເຖິງນີ້ ເຊິ່ງງານດັ່ງກ່າວ, ແມ່ນຈັດຂຶ້ນໃນທຸກໆປີ ແລະ ມີຫາງສຽງຈົ່ມວ່າຂອງສັງຄົມມາຕະຫຼອດ ເລື່ອງການເກັບຄ່າເຂົ້າຊົມຂ້ອນຂ້າງສູງ ແລະ ພິເສດ ປີນີ້ ມີແຈ້ງການວ່າບໍ່ໃຫ້ເກັບຄ່າເຂົ້າຊົມເພື່ອໃຫ້ມວນຊົນ ສາມາດ ເຂົ້າໄປ ສັກກະລະບູຊາ ແລະ ນະມັດສະກາດ ວັດພູ ຕາມຮີດຄອງປະເພນີ.

ໂດຍອີງຕາມ ແຈ້ງການ ຫ້ອງຫ້ອງວ່າການແຂວງ ແຂວງຈໍາປາສັກ  ລົງວັນທີ 17 ມັງກອນ 2020 ເຖິງທ່ານ ຫົວຫນ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ເຈົ້າເມືອງຈໍາປາສັກ, ທ່ານ ຫົວຫນ້າຫ້ອງການມໍລະດົກໂລກວັດພູຈໍາປາສັກ, ປະທານກຸ່ມ ບໍລິສັດ ຍິງໂຊກໄຊ ຈໍາກັດ ເລື່ອງ ການກະກຽມຄວາມພ້ອມ ແລະ ການເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປີ 2020.

ຫ້ອງວ່າການ ແຂວງຈໍາປາສັກ ຂໍຖືເປັນກຽດແຈ້ງຜົນການຕົກລົງຂອງກອງປະຊຸມຄະນະປະຈໍາພັກແຂວງ ມາຍັງ ທ່ານຊາບ ແລະ ຈັດຕັ້ງປະຕິບັດດັ່ງນີ້:

ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດກໍ່ຄືຂອງທ້ອງຖິ່ນ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງຈໍາປາສັກ ປີ 2020 ໃຫ້ມີບັນຍາກາດມ່ວນຊື່ນ, ຫຼີກເວັ້ນຫາງສຽງຈົ່ມວ່າຂອງ ສັງຄົມ.

ໂດຍເຫັນດີມອບໜ້າທີຮັບຜິດຊອບ ໃຫ້ແກ່ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ແລະ ເມືອງຈໍາປາສັກ ສົມທົບກັບພາກສ່ວນ ກ່ຽວຂ້ອງຄົ້ນຄວ້າ, ປຶກສາຫາລືການຈັດງານດັ່ງກ່າວ ໂດຍຮັບປະກັນດ້ານເນື້ອໃນ ແລະ ໃຫ້ມີບັນຍາກາດການທ່ຽວຊົມງານບຸນຢ່າງມີຄວາມເບີກບານມ່ວນຊື່ນໃຫ້ສົມກັບວ່າເປັນບຸນໃຫຍ່ຂອງຊາດລາວເຮົາ ແລະ ບໍ່ເຫັນດີໃຫ້ເກັບຄ່າ ເຂົ້າຊົມເພື່ອຫຼີກເວັ້ນຫາງສຽງຄືດັ່ງຜ່ານມາ. ດັ່ງນັ້ນ, ຈຶ່ງແຈ້ງການມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.