ໄດ້ຮັບເງິນຊົດເຊີຍແລ້ວ! ຫົວໜ່ວຍທຸລະກິດ ທີ່ຖືກຜົນກະທົບຈາກສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ

92

ໃນວັນທີ 31 ມັງກອນ 2020 ບໍລິສັດ ໄຟຟ້າເຊປຽນ-ເຊນໍ້ານ້ອຍ ມອບເງີນຊົດເຊີຍໃຫ້ແກ່ 35 ຫົວໜ່ວຍ ທີ່ຖືກຜົນກະທົບຈາກເຫດການສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ເມື່ອປີຜ່ານມາ.

ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ປະທານຄະນະກຳມະການຕ້ານໄພພິບັດຂັ້ນແຂວງ ມີທ່ານ ລີກອງ ໂຢ (Lee Kang Yeol), ມີທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ມີແຂກຖືກເຊີນ ແລະ ບັນດານັກທຸລະກິດ 35 ຫົວໜ່ວຍທຸລະກິດເຂົ້າຮ່ວມ. ໃຫ້ກຽດກ່າວມອບໂດຍທ່ານ ລັດສະໝີ ວັນໄຊ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ກ່າວຮັບໂດຍແມ່ນຕາງໜ້າຫົວໜ່ວຍທຸລະກິດ ເງິນທີ່ນໍາມາມອບຄັ້ງນີ້ ທັງໝົດ 94.913.442.408 ກີບ

ທີ່ມາ: Attapeu Media