ຊັບທະວີ ແລະ ໂຮງຮຽນເຕັກນິກວິຊາຊີບ ບີເອັສວີ ລົງນາມເປັນຄູ່ຮ່ວມມືດ້ານທຸລະກິດ

130

ພິທີເຊັນສັນຍາການຮ່ວມມືລະຫວ່າງ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກຊັບທະວີ ແລະ ໂຮງຮຽນເຕັກນິກວິຊາຊີບ ບີເອັສວີ ວ່າດ້ວຍບໍລິການທາງດ້ານການເງິນ, ການພັດທະນາບຸກຄະລາກອນ ແລະ ບໍລິການອື່ນໆມີຂຶ້ນໃນທ້າຍອາທິດຜ່ານມາລະຫວ່າງ ທ່ານ ນາງ ລາສີ ມີສາວົງ ປະທານສະພາບໍລິຫານ SMI ກັບ ທ່ານ ປອ. ບຸນເກີດ ສີສຸພັນທອງ ປະທານສະພາບໍລິຫານ BSV ມີບັນດາຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ນາງ ລາສີ ມີສາວົງ ປະທານສະພາບໍລິຫານ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກຊັບທະວີ ກ່າວວ່າ: ການລົງນາມໃນຄັ້ງນີ້ຖືເປັນບາດກ້າວທີ່ສໍາຄັນຂອງສະຖາບັນພວກເຮົາ ທີ່ຈະໃຫ້ບໍລິການແກ່ໂຮງຮຽນເຕັກນິກວິຊາຊີບ ບີເອັສວີ ໃນຫຼາຍໆຜະລິດຕະພັນປິ່ນອ້ອມທີ່ເຮົາມີຢູ່ ເປັນຕົ້ນແມ່ນການໃຫ້ສິນເຊື່ອທົ່ວໄປ ບໍລິການທຸລະກໍາເງິນຕາ, ບໍລິການໂອນເງິນ ແລະ ຮັບເງິນຜ່ານລະບົບ Become; ບໍລິການເສຍຄ່າທໍານຽມທາງ, ພາສີທີ່ດິນ, ອາກອນ; ບໍລິການຮັບເງິນຜ່ານລະບົບ Money Gram; ບໍລິການໂອນເງິນ – ຮັບເງິນຜ່ານລະບົບ I-Bank ແລະ ບໍລິການສາທາລະນູປະໂພກຕ່າງໆ.

ທ່ານ ບຸນເກີດ ສີສຸພັນທອງ ປະທານສະພາບໍລິຫານ ໂຮງຮຽນເຕັກນິກວິຊາຊີບ ບີເອັສວີ ກ່າວວ່າ: ປັດຈຸບັນໂຮງຮຽນພວກເຮົາມີຫຼັກສູດຊັ້ນສູງປະກອບມີ 5 ສາຂາວິຊາ: ໄຟຟ້າ, ບັນຊີ – ການເງິນ, ໂຮງແຮມ – ທ່ອງທ່ຽວ, ບໍລິຫານທຸລະກິດ ແລະ ພາສາອັງກິດ ເຊິ່ງຄາດວ່າໃນສົກປີ 2020 – 2021 ຈະເປີດຫຼັກສູດປະລິນຍາຕີ. ສໍາລັບທຸລະກິດທີ່ປິ່ນອ້ອມ ປະກອບມີ: ໂຮງຮຽນອະນຸບານ – ລ້ຽງເດັກ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕົ້ນ – ປາຍ, ວິທະຍາໄລບຸນເກີດ, ໂຮງງານນໍ້າດື່ມ, ໂຮງຮຽນກິນນອນ, ສະໂມສອນເຕະບານ ( 1 ເດີ່ນໃຫຍ່ ແລະ 3 ເດີ່ນນ້ອຍ ); ທຸລະກິດຮ້ານອາຫານທັງໃນ ແລະ ນອກໂຮງຮຽນ 5 ແຫ່ງ ແລະ ທຸລະກິດໂຮງແຮມທັງໝົດນີ້ແມ່ນຈະໄດ້ຊົມໃຊ້ຜະລິດຕະພັນທາງການເງິນຂອງສະຖາບັນຊັບທະວີ.