ກຸ່ມບໍລິສັດ ຄຳໄພຊະນະ ສືບຕໍ່ມອບງົວໃຫ້ປະຊາຊົນທຸກຍາກ

151

ອາທິດຜ່ານມາ ໂຄງການ KPG ປັບປຸງຊີວິດການເປັນຢູ່ປະຊາຊົນ ເພື່ອແກ້ໄຂ ຄວາມທຸກຍາກ ແຂວງໄຊສົມບູນ ຂອງ ກຸ່ມບໍລິສັດ ຄຳໄພຊະນະ ຈຳກັດຜູ້ດຽວ ໄດ້ນຳງົວແມ່ພັນພື້ນເມືອງລາວໄປມອບໃຫ້ປະຊາຊົນທຸກຍາກຢູ່ບ້ານນາຊົງ ແລະ ບ້ານວຽງທອງ ໂດຍເຂົ້າຮ່ວມມີ ທ່ານ ພິມພາ ນີລາວົງ ເຈົ້າເມືອງທ່າໂທມ, ທ່ານ ຄຳໄພ ສົມຊະນະ ປະທານບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ, ບັນດາຫົວໜ້າຫ້ອງການ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ສຳລັບງົວແມ່ພັນພື້ນເມືອງລາວທີ່ຈະມອບຄັ້ງນີ້ມີທັງໝົດ 197 ໂຕ ໃຫ້ແກ່ພໍ່ແມ່ປະຊາຊົນທຸກຍາກເບື້ອງຕົ້ນຢູ່ 2 ບ້ານ ຄື: ບ້ານວຽງທອງ ແລະ ບ້ານນາຊົງ ເມືອງທ່າໂທມ ແຂວງໄຊສົມບູນ ໃນຈຳນວນ 99 ຄອບຄົວ ( ຖືກຄອບຄົວລະ 2 ໂຕ ) ແລະ ແນວພັນພືດຈໍານວນໜຶ່ງ ລວມມູນຄ່າ 1,1 ຕື້ກີບ ເພື່ອນໍາໄປລ້ຽງ ຫຼັງຈາກຜົນຜະລິດເຕີບໃຫຍ່ແລ້ວ ທາງບໍລິສັດແມ່ນຈະເປັນຜູ້ຮັບເກັບຊື້ຄືນນຳພໍ່ແມ່ປະຊາຊົນທັງໝົດດ້ວຍລາຄາທີ່ຍຸຕິທຳທັງສອງຝ່າຍ ເມື່ອຄົບຮອບ 4 ປີ ຄືວັນທີ 29 ເດືອນມັງກອນ 2024 ປະຊາຊົນຕ້ອງສົ່ງແມ່ພັນທີ່ດີທີ່ສຸດ ຈຳນວນ 2 ໂຕ ກັບຄືນໃຫ້ແກ່ໂຄງການ ເພື່ອໃຫ້ໂຄງການສືບຕໍ່ໝູນວຽນມອບໃຫ້ແກ່ບັນດາຄອບຄົວທຸກຍາກຕໍ່ໄປ ສ່ວນລູກງົວທີ່ເກີດນຳປະຊາຊົນຜູ້ລ້ຽງ ໂຄງການຈະເອົານຳ 2 ໂຕ ບວກກັບແມ່ພັນເປັນ 4 ໂຕ ສ່ວນທີ່ເຫຼືອນັ້ນແມ່ນເປັນຂອງປະຊາຊົນຜູ້ລ້ຽງທັງໝົດ.

ໂດຍຜູ້ຈະຮັບແມ່ພັນງົວຕ້ອງມີເງື່ອນໄຂຕາມມາດຕະຖານໂຄງການ ຄື: 1. ຕ້ອງມີຄອກງົວຢ່າງໜ້ອຍ ຂະໜາດ 4×5 ແມັດ; 2. ມີຮາງໃສ່ຫຍ້າໃຫ້ງົວ; 3. ມີອ່າງເກັບນ້ຳໃຫ້ງົວ; 4. ມີເກືອໃຫ້ງົວ; 5. ມີການດັງໄຟໃຫ້ງົວ; 6. ພື້ນທີ່ປູກຫຍ້າຢ່າງໜ້ອຍ 1 ເຮັກຕາຂຶ້ນໄປ; ສ່ວນດ້ານອື່ນໆ ໂດຍສະເພາະເຕັກນິກການລ້ຽງ ວິຊາການຈະແນະນຳຕື່ມ ເຊິ່ງຜູ້ລ້ຽງຕ້ອງຮັບຟັງ ແລະ ປະຕິບັດຕາມຄຳແນະນຳຂອງວິຊາການຢ່າງເຂັ້ມງວດ.

ນອກນັ້ນ, ໃນພິທີດັ່ງກ່າວ ກຸ່ມບໍລິສັດ ຄຳໄພຊະນະ ຈຳກັດຜູ້ດຽວ ຍັງມີການມອບເງິນສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງທ່າໂທມ ຈຳນວນ 50 ລ້ານກີບ.