ດ່ານສາກົນປາງມອນ ເປີດນໍາໃຊ້ຢ່າງເປັນທາງການແລ້ວ!

117

ໃນຕອນເຊົ້າຂອງວັນທີ 1 ກຸມພາ 2020, ຢູ່ເມືອງຄອບ, ແຂວງ ໄຊຍະບູລີ, ໄດ້ຈັດພິທີ ເປີດດ່ານສາກົນ ປາງມອນ ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມຂອງທ່ານທ່ານ ທອງສະຫັວນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ພ້ອມດ້ວຍຄະນະ, ມີທ່ານ ຍັນຍົງ ສີປະເສີດ, ຮອງເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ພ້ອມດ້ວຍຮອງເຈົ້າແຂວງໆຫຼວງພະບາງ, ແຂວງ ບໍ່ແກ້ວ ແລະ ຜູ້ຕາງໜ້າຈາກແຂວງ ອຸດົມໄຊ, ເຈົ້າແຂວງໆຊຽງລາຍ, ປະເທດໄທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ຍັນຍົງ ສີປະເສີດ, ຮອງເຈົ້າແຂວງໆໄຊຍະບູລີ ໃຫ້ກຽດຂຶ້ນກ່າວຕ້ອນຮັບ ພ້ອມທັງລາຍງານປະຫັວດຄວາມເປັນມາໂດຍສັງເຂບ ຂອງດ່ານປາງມອນ ເມືອງຄອບ, ແຂວງ ໄຊຍະບູລີ ຂອງສປປ ລາວ ເຊິ່ງຕັ້ງຢູ່ເຊິ່ງໜ້າກັບດ່ານ ບ້ານ ຮວກ, ເມືອງພູຊາງ, ແຂວງພະເຍົາ, ປະເທດໄທ, ເປັນດິນຕໍ່ແຜນ ທີ່ມີເສັ້ນທາງເຊື່ອມຕໍ່ກັນ.

ໃນວັນທີ 30 ພະຈິກ 1992, ລັດຖະບານສປປ ລາວ ໄດ້ເຫັນດີອະນຸມັດ ໃຫ້ເປີດເປັນດ່ານປະເພນີ ປາງມອນ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ແລະ ແລກປ່ຽນສິນຄ້າ ລະຫວ່າງ ປະຊາຊົນຊາວເມືອງຄອບ ແຂວງ ໄຊຍະບູລີ ແລະ ເມືອງ ພູຊາງ, ເມືອງ ຊຽງຄຳ ແຂວງ ພະເຍົາ ລາຊະອານາຈັກໄທ.

ມາຮອດປີ 2015 – 2016, ລັດຖະບານສປປ ລາວ ໄດ້ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງຊາດ ຊຶ່ງໄດ້ມາດຕະຖານລະດັບອາຊຽນ ແລະ ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງ ຂອງດ່ານປາງມອນ ຕາມການອະນຸມັດຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອເຮັດໃຫ້ມີຄວາມສະດວກ ໃນການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງແຂວງ ໄຊຍະບູລີ ກັບ ແຂວງ ພະເຍົາ ກໍ່ຄື ລະຫວ່າງສປປ ລາວ ກັບ ປະເທດໄທ, ຊຶ່ງມີການຂະຫຍາຍຕົວ ແລະ ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ ແລະ ທັງເປັນການຮອງຮັບໃຫ້ແກ່ການເປັນປະຊາຄົມເສດຖະກິດອາຊຽນອີກດ້ວຍ.

ການຕັດສິນໃຈຍົກລະດັບຈາກດ່ານປະເພນີ ເປັນດ່ານສາກົນປາງມອນ ເມືອງຄອບ, ແຂວງ ໄຊຍະບູລີ ແມ່ນຍ້ອນ ຈຸດດັ່ງກ່າວນີ້ ມີທີຕັ້ງຍຸດທະສາດທາງດ້ານການບໍລິການທາງຜ່ານ ແລະ ການຄ້າໃນລະດັບອະນຸພາກພື້ນ, ເປັນປະຕູດ່ານເຊື່ອມໂຍງລະບຽງເສດຖະກິດລະຫວ່າງ 8 ແຂວງພາກເໜືອ ສປປ ລາວ ຫາ ພາກເໜືອຕອນເທິງ ຂອງປະເທດໄທ ( ນະຄອນຊຽງໃໝ່ ) ແລະ ຍັງເປັນແລວທາງເຊື່ອມຕໍ່ລະຫວ່າງ ພາກເໜືອຕອນເທິງ ຂອງປະເທດໄທ ກັບ ເມືອງມໍລະດົກໂລກຫຼວງພະບາງ ຂອງລາວຊຶ່ງຈະເຮັດໃຫ້ການພົວພັນທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງແຂວງ ແລະ ແຂວງ ໃກ້ຄຽງຂອງສອງປະເທດ ມີຄວາມສະດວກຂື້ນກວ່າເກົ່າ

ທັງນີ້, ບໍ່ພຽງແຕ່ຈະນຳເອົາຜົນປະໂຫຍດມາສູ່ແຂວງ ໄຊຍະບູລີເທົ່ານັ້ນ ແຕ່ຍັງຈະປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດລາວ, ທັງນີ້ເພື່ອບັນລຸແຜນຍຸດທະສາດ ໃນການລືບລ້າງຄວາມທຸກຍາກ ແລະ ນຳພາປະເທດລາວໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາອີກດ້ວຍ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ຂ່າວ: ທອງແກ້ວ ຈາກເມືອງຄອບ