ທົ່ວປະເທດມີໂຮງໄຟຟ້າທີ່ກຳລັງກໍ່ສ້າງ 21 ໂຄງການ

213

ປັດຈຸບັນທົ່ວປະເທດມີໂຮງໄຟຟ້າທີ່ດໍາເນີນການຜະລິດແລ້ວ 75 ໂຄງການ ລວມກຳລັງຕິດຕັ້ງໄຟຟ້າ ທັງໝົດ 9.549 ເມກາວັດ ( MW ) ລວມພະລັງງານໄຟຟ້າທີ່ຜະລິດໄດ້ 50.563 ກິກາວັດໂມງ ( GWh ) ຕໍ່ປີ. ນອກນັ້ນ, ຍັງມີໂຄງການທີ່ກຳລັງກໍ່ສ້າງ 21 ໂຄງການ, ກຳລັງສຶກສາ ( ຂັ້ນ PDA ) 38 ໂຄງການ ແລະ ກະກຽມສຶກສາ ( ຂັ້ນ MOU ) 55 ໂຄງການ.

ໃນລະຫວ່າງວັນທີ 28 – 29 ມັງກອນ 2020 ທີ່ ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງ ແລະ ການດຳເນີນທຸລະກິດ ບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019 ໂດຍການເປັນປະທານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ຜູ້ອໍານວຍການໃຫຍ່ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ບົວເທບ ມາໄລຄໍາ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ລາຍງານໃຫ້ຮູ້ວ່າ: ເຂື່ອນໄຟຟ້າທີ່ໄດ້ດຳເນີນການຜະລິດ ( ກຳລັງຕິດຕັ້ງໄຟຟ້າ >5 MW ) ປະກອບມີ 54 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 7.576 MW, ມີພະລັງງານໄຟຟ້າ 37.577 GWh/ປີ; ໂຮງຜະລິດໄຟຟ້າຖ່ານຫີນທີ່ໄດ້ດຳເນີນການຜະລິດ ມີ 1 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 1.878 MW, ມີພະລັງງານໄຟຟ້າ 12.582 GWh/ປີ; ໂຮງຜະລິດໄຟຟ້າຈາກພະລັງງານທົດແທນອື່ນໆທີ່ໄດ້ດຳເນີນການຜະລິດ ມີ 1 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 20 MW, ມີພະລັງງານໄຟຟ້າ 105 GWh/ ປີ; ໂຮງຜະລິດໄຟຟ້າຈາກແສງຕາເວັນ ທີ່ໄດ້ດຳເນີນການຜະລິດ ມີ 2 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 20,2 MW, ມີພະລັງງານໄຟຟ້າ 40,32 GWh/ປີ

ໂຮງຜະລິດໄຟຟ້າທີ່ໄດ້ດຳເນີນການຜະລິດ ( ກຳລັງຕິດຕັ້ງໄຟຟ້າ 5 MW) ປະກອບມີ 13 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 38,5 MW, ມີພະລັງງານໄຟຟ້າ 102 GWh/ປີ; ໂຮງຜະລິດໄຟຟ້າຈາກພະລັງງານທົດແທນອື່ນໆ ມີ 1 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 5 MW, ມີພະລັງງານໄຟຟ້າ 57,59 GWh/ປີ; ໂຮງຜະລິດໄຟຟ້າຈາກແສງຕາເວັນ ທີ່ໄດ້ດຳເນີນການຜະລິດ ມີ 3 ໂຄງການ, ມີກຳລັງຕິດຕັ້ງໄຟຟ້າ 11,8 MW, ມີພະລັງງານໄຟຟ້າ 18,88 GWh/ປີ.

ນອກຈາກນີ້, ຍັງມີໂຄງການທີ່ກຳລັງກໍ່ສ້າງ 21 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 3.243 MW; ກຳລັງສຶກສາ ( ຂັ້ນ PDA ) 38 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 11.791 MW, ລວມພະລັງງານໄຟຟ້າທີ່ຜະລິດໄດ້ GWh/ປີ 60.934 ແລະ ກະກຽມສຶກສາ ( ຂັ້ນ MOU ) 55 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 10.806 MW, ລວມພະລັງງານໄຟຟ້າທີ່ຜະລິດໄດ້ 47.625 GWh/ປີ.

ທ່ານ ບົວເທບ ມາໄລຄໍາ ຍັງກ່າວໃຫ້ຮູ້ອີກວ່າ: ຍຸດທະສາດໃນປີ 2025 ແລະ ຄາດໝາຍສູ້ຊົນຈຳນວນຄົວເຮືອນໃນທົ່ວປະເທດໃຫ້ໄດ້ຊົມໃຊ້ໄຟຟ້າ 98%; ສົ່ງກະແສໄຟຟ້າອອກຂາຍໃຫ້ປະເທດໄທຫຼາຍກວ່າ 9.000 MW; ຫວຽດນາມ 5.000 MW; ມຽນມາ 500 MW; ມາເລເຊຍ 100 MW; ກໍາປູເຈຍ 200 MW ( ຫຼ້າສຸດ ຄື: ເດືອນກັນຍາ 2019 ເຊັນ 500MW ແລະ ຮອດປີ 2030 ແມ່ນ 3.500 MW ); ສູ້ຊົນສະໜອງໄຟຟ້າຊົມໃຊ້ພາຍໃນໃຫ້ພຽງພໍ ແລະ ຜະລິດໄຟຟ້າເພີ່ມໃຫ້ໄດ້ 3.500 MW; ເປັນສູນການເຊື່ອມໂຍງລະບົບສາຍສົ່ງພາຍໃນພາກພື້ນ, ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສົ່ງເສີມການປະຢັດພະລັງງານໃຫ້ກາຍເປັນຮູບປະທຳ.

ທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 75 ໂຄງການ ລວມກຳລັງຕິດຕັ້ງໄຟຟ້າ ທັງໝົດ 9.549 MW, ລວມພະລັງງານໄຟຟ້າທີ່ຜະລິດໄດ້ 50.563 GWh/ປີ.

ໂດຍ: ສົມລົດ

(ຂໍ້ມູນ: http://www.edl.com.la/)