ຮູ້ໄວ້! ເພື່ອນໍາໃຊ້ໃຫ້ຖືກຕ້ອງ ຢາປາບສັດຕູພືດທີ່ລັດຄຸ້ມຄອງ

130

ການນໍາໃຊ້ຢາປາບສັດຕູພືດ ຖືເປັນເລື່ອງທີ່ພົບເຫັນຫຼາຍໃນເຂດທີ່ມີການທໍາການຜະລິດ ເພື່ອເປັນຕົວຊ່ວຍໃນການປະຢັດແຮງງານ, ປະຢັດເວລາ, ກໍາຈັດຫຍ້າ ແລະ ສັດຕູພືດໄດ້ໄວທີ່ສຸດ ແຕ່ທັງນີ້ທັງນັ້ນ ມັນກໍ່ສົ່ງຜົນກະທົບຕໍ່ສູຂະພາບຂອງຄົນເຮົາ ເຊິ່ງອາດບໍ່ສະແດງຜົນໃນໄລຍະເວລາສັ້ນ ແຕ່ມັນຈະສະສົມ ແລະ ທໍາຮ້າຍຮ່າງກາຍໃນໄລຍະຍາວ.

ພາບປະກອບຂ່າວ

ແນວໃດກກໍ່ດີມື້ນີ້ແອັດໄດ້ຫາຂໍ້ມູນບາງສ່ວນກ່ຽວກັບຢາປາບສັດຕູພືດມາໃຫ້ແຟນເພຈໄດ້ສຶກສານໍາກັນເພື່ອຮູ້ໄດ້ເລິກເຊິ່ງເຖິງຜົນຮ້າຍ ແລະ ຮູ້ນໍາໃຊ້ຢ່າງຖືກວິທີ ທັງນີ້ກໍ່ເພື່ອສຸຂະພາບຂອງຕົວເຮົາເອງ.

ອີງຕາມດໍາລັດວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 ໃຫ້ຮູ້ວ່າ: ຢາປາບສັດຕູພືດ ໄດ້ແບ່ງປະເພດຕາມລະດັບຄວາມອັນຕະລາຍດັ່ງນີ້:

ພາບປະກອບຂ່າວ

ຢາປາສັດຕູພືດອັນຕະລາຍຮ້າຍແຮງສູງ: ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດກະທັນຫັນຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ພ້ອມສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕົກຄ້າງຍາວນານ, ເຊິ່ງຜົນໄດ້ຮັບຈາກຈໍານວນສັດທົດລອງຕາຍ 50% ເມື່ອໄດ້ຮັບທາດພິດຢາປາບສັດຕູພືດເຂົ້າທາງປາກໃນປະລິມານໜ້ອຍກວ່າ 5 ມີລີກຣາມ ຫຼື ເຂົ້າທາງຜິວໜັງ ໜ້ອຍກວ່າ 50ມີລີກຣາມ ຕໍ່ນໍ້າໜັກຂອງສັດທົດລອງ 1 ກິໂລກຣາມ. ເຊິ່ງຢາປາບສັດຕູພືດປະເພດນີ້ແມ່ນບໍ່ອະນຸຍາດໃຫ້ຜະລິດ, ນໍາເຂົ້າ, ຈໍາໜ໋າຍ, ສົ່ງຜ່ານ, ນໍາໃຊ້ ແລະ ຄອບຄອງ.

ພາບປະກອບຂ່າວ

ຢາປາບສັດຕູພືດອັນຕະລາຍຮ້າຍແຮງ: ແມ່ນປະເພດທີ່ມີລັກສະນະຄວາມເປັນພິດກະທັນຫັນຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ພ້ອມສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ຕົກຄ້າງຍາວນານ ຈາກຜົນໄດ້ຮັບຈາກຈໍານວນສັດທົດລອງຕາຍ 50% ເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານ 5 ຫາ 50 ມີລີກຣາມ ຫຼື ເຂົ້າທາງຜິວໜັງ 50 ຫາ 200 ມີລີກຣາມ ຕໍ່ນໍ້າໜັກຂອງສັດທົດລອງ 1ກິໂລກຣາມ. ເຊິ່ງຢາປາບສັດຕູພືດປະເພດນີ້ບໍ່ອະນຸຍາດໃຫ້ຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈໍໜ່າຍ, ນໍາໃຊ້ ແລະ ຄອບຄອງ ບົກເວັ້ນນໍາໃຊ້ເພື່ອການຄົ້ນຄ້ວາ ແລະ ການພັດທະນາເຕັກໂນໂລຊີຂອງລັດຖະບານ, ການປ້ອງກັນ ແລະ ການຄວບຄຸມສັດຕູພືດກັກກັນ ຫຼື ພາຫະນໍາເຊື້ອພະຍາດ ແຕ່ຕ້ອງໄດ້ຂຶ້ນທະບຽນ ແລະ ຮັບອະນຸຍາດຈາກກະຊວງກະສິກໍາ ແລະ ປ່າໄມ້.

ພາບປະກອບຂ່າວ

ຢາປາບສັດຕູພືດອັນຕະລາຍປານກາງ: ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ຈາກຜົນໄດ້ຮັບທີ່ເຮັດໃຫ້ຈໍານວນສັດທົດລອງຕາຍ 50% ເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານ 50 ຫາ 2.000 ມີລີກຣາມ ຫຼື ເຂົ້າທາງຜິວໜັງ 200 ຫາ 2.000 ມີລີກຣາມ ຕໍ່ນໍ້າໜັກຂອງສັດທົດລອງ 1 ກິໂລກຣາມ. ເຊິ່ງສາມາດຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈໍາໜ່າຍ, ນໍາໃຊ້ ແລະ ຄອບຄອງ ໂດຍຂຶ້ນທະບຽນ ແລະ ຂໍອະນຸຍາດນໍາຂະແໜງການກະສິກໍາ ແລະ ປ່າໄມ້ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ພາບປະກອບຂ່າວ

ຢາປາບສັດຕູພືດອັນຕະລາຍໜ້ອຍ: ແມ່ນປະເພດທີ່ມີຄຸນລັກສະນະເປັນພິດຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ຈາກຜົນໄດ້ຮັບທີ່ເຮັດໃຫ້ສັດທົດລອງຕາຍ 50% ເມື່ອໄດ້ຮັບທາດພິດເຂົ້າທາງປາກ ຫຼື ຜິວໜັງ ໃນປະລິມານຫຼາຍກວ່າ 2.000 ມີລີກຣາມ ຕໍ່ນໍ້າໜັ້ກຂອງສັດ 1 ກິໂລກຣາມ. ຢາປະເພດນີ້ ສາມາດຜະລິດ, ນໍາເຂົ້າ, ຈໍາໜ່າຍ, ສົ່ງຜ່ານ, ສົ່ງອອກ, ນໍາໃຊ້ ແລະ ຄອບຄອງ ໂດຍຂຶ້ນທະບຽນ ແລະ ຂໍອະນຸຍາດນໍາອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ພາບປະກອບຂ່າວ

ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ: ແມ່ນປະເພດທີ່ມີຄຸນລັກສະນະເປັນພິດຕໍ່ສຸຂະພາບ ແລະ ຊີວິດຄົນ ແຕ່ບໍ່ອອກລິດທັນທີ ຈາກຜົນໄດ້ຮັບທີ່ເຮັດໃຫ້ຈໍານວນສັດທົດລອງຕາຍ 50% ເມື່ອໄດ້ຮັບທາດພິດເຂົ້າທາງປາກ ຫຼື ຜິວໜັງ ໃນປະລິມານ 5.000 ມີລີກຣາມ ຫຼື ຫຼາຍກວ່າ ຕໍ່ນໍ້າໜັກຂອງສັດ 1ກິໂລກຣາມ. ຢາປະເພດນີ້ ສາມາດຜະລິດ, ນໍາເຂົ້າ, ຈໍາໜ່າຍ, ສົ່ງຜ່ານ, ສົ່ງອອກ, ນໍາໃຊ້ ແລະ ຄອບຄອງ ໂດຍຂຶ້ນທະບຽນ ແລະ ຂໍອະນຸຍາດນໍາຂະແໜງກະສິກໍາ ແລະ ປ່າໄມ້ ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ເຊິ່ງບໍ່ໄດ້ບັນຈຸໃສ່ພາຊະນະເພື່ອຈໍາໜ່າຍ.

ຂໍ້ມູນຈາກ: ດໍາລັດວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ ສະບັບເລກທີ 258/ລບ